ສາສະໜາພຸດ

ສາສະໜາພຸດ
1.​ ປະຫວັດຄວາມເປັນມາ
ສາສະດາຂອງພຸດທະສາສະໜາແມ່ນ (ພຣະສຳມາສຳພຸດທະເຈົ້າ) ກຳເນີດຢູ່ພາກເໜືອສຸດຂອງປະເທດອິນເດຍໃນຍຸກສະໄໝບູຮານ ເຊິ່ງປັດຈຸບັນດິນແດນດັ່ງກ່າວໄດ້ແບ່ງແຍກອອກເປັນຫຼາຍປະເທດຄື: ອິນເດຍ, ປາກິດສະຖານ, ບັງກະລາເທດ, ພູຖານ ແລະ ເນປານ.
ຄົນພື້ນເມືອງຢູ່ໃນອິນເດຍແມ່ນຊາວມີລັກຂະ ຫຼື ດຣາວິດຽນ ຕໍ່ມາໄດ້ມີຊາວອະຣະຍັນອົບພຣະຍົບເຂົ້າມາ ເຊິ່ງເອີ້ນຕົນວ່າ (ອະຣິຍະກະ) ຕັ້ງແຕ່ເດີມມາພວກເຂົາມັກເຄື່ອນຍ້າຍທີ່ຢູ່ອາໄສ, ເປັນພວກນັກຮົບ, ມີຄວາມຈະເລີນ, ເມື່ອຊະນະຊາວພື້ນເມືອງເດີມແລ້ວຈຶ່ງໄດ້ຍຶດດິນແດນທີ່ເປັນແຫຼ່ງອຸດົມສົມບູນ ແລະ ຕັ້ງຖິ່ນຖານ, ເລີ່ມຕັ້ງແຕ່ລ້ອງແມ່ນ້ຳສິນທຸແລ້ວຂະຫຍາຍຕົວໄປທາງຕາເວັນອອກສູ່ລ້ອງແມ່ນ້ຳຄົງຄ່າ. ພວກຊາວພື້ນເມືອງສູ້ບໍ່ໄດ້, ບາງສ່ວນກໍຍອມຢູ່ໃຕ້ອຳນາດການປົກຄອງ, ບາງສ່ວນກໍລົງໄປທາງທິດໃຕ້. ອິນເດຍສະໄໝກ່ອນພຸດທະການປ່ຽນແປງອອກເປັນ 2 ເຂດຄື:
(1). ບໍລິເວນວົງໃນ (ໃຈກາງ) ເປັນແຫຼ່ງອຸດົມສົມບູນ, ເປັນທີ່ຢູ່ອາໄສຂອງຊາວອະຣິຍະກະ ເອີ້ນວ່າ (ມັດທະຍົມປະເທດ) ຫຼື ມັດຊິມະຊົນນະບົດ ຢູ່ທາງທິດເໜືອ.
(2). ບໍລິເວນວົງນອກ (ຊາຍແດນ) ເປັນທີ່ຢູ່ອາໄສຂອງຊາວມິລັກສະນະ ເອີ້ນວ່າ: (ປັດຈັນຕະຊົນນະບົດ) ຢູ່ທາງທິດໃຕ້.
ມັດຊິມະຊົນນະບົດໃນສະໄໝບູຮານເປັນເຂດທີ່ຈະເລີນ, ເປັນສູນກາງການປົກຄອງພວກອະຣິຍະກະເປັນສູນລວມຂອງວິຊາຄວາມຮູ້ ແລະ ເປັນທີ່ຕັ້ງຂອງ 16 ແຄ້ວນໃຫຍ່ຄື: ແຄວ້ນອັງຄະ, ມະຄົດ, ກາສີ, ໂກສົນ, ວັດຊີ, ມັນລະ, ເຈຕິ, ວັງສະ, ກຸຣຸ, ປັນຈາລະ, ມັດສະ, ສຸຣະເສນະ, ອັດສະກະ, ອັດວັນຕີ, ທັນທາຣະ ແລະ ກໍາໂພຊະ.
ນອກຈາກນີ້ຍັງມີແຄວ້ນນ້ອຍອີກຫຼາຍແຄວ້ນເຊັ່ນ: ແຄວ້ນສັກກະ, ໂກລິຍະ, ພັກຄະ, ວິເທຫະ ແລະ ອັງຄຸດຕຣາປະ.
ແຄ້ວນໃຫຍ່ໃນອິນເດຍບູຮານບາງເທື່ອກໍເປັນມິດກັນ, ບາງເທື່ອກໍເຮັດສົງຄາມກັນ, ແຄວ້ນໃຫຍ່ທີ່ມີອຳນາດຫຼາຍທີ່ສຸດໃນສະໄໝພຸດທະການໄດ້ແກ່ແຄວ້ນມະຄົດ ແລະ ແຄວ້ນໂກສົນ.
2.  ປະຫວັດສາສະດາ
2.1 ການກໍາເນີດ ແລະ ໄວເດັກ
ພຣະສຳມາສຳພຸດທະເຈົ້າມີຊື່ເດີມວ່າ: (ສິດທັດຖະ ໂຄຕະມະ) ປະສູດທີ່ສວນລຸມພິນີວັນ (ປັດຈຸບັນເອີ້ນວ່າຣຸມມິເດ ແຂວງປຊວາ ປະເທດເນປານ) ເປັນສະຖານທີ່ທີ່ຢູ່ລະຫວ່າງກຸງກະບິນລະພັດກັບກຸງເທວະທະຫະ, ໃນມື້ເພັງ 15 ຄໍ່າເດືອນຫົກ (ວິສາຂະ)ປີຈໍ ກ່ອນພະພຸດທະສັກກະລາດ 80 ປີ ບິດາຊື່ວ່າ ພຣະເຈົ້າສຸດໂທທະນະ ປົກຄອງເມືອງກະບິນລະພັດ ແລະ ມານດາຊື່ ນາງພຣະນາງສິຣິມະຫາມາຍາ ທິດາຂອງກະສັດໂກລິຍະວົງ ແຫ່ງເທວະທະຫານະຄອນ.
ໃນສະໄໝນັ້ນ ມີດາບົດຕົນໜຶ່ງຊື່ວ່າ ອະສິຕະ ຫຼື ກາລະເທວິນ ເຊິ່ງເປັນທີ່ຄຸ້ນເຄີຍ ແລະ ເປັນທີ່ເຄົາລົບນັບຖືຂອງຣາຊະຕະກຸນ, ເມື່ອໄດ້ຮູ້ຂ່າວການປະສູດຂອງຣາຊະກຸມມານຈຶ່ງໄດ້ເຂົ້າໄປຢ້ຽມຢາມ, ພໍແຕ່ໄດ້ເຫັນລັກສະນະໂດດເດັ່ນເປັນເລີດຂອງກຸມມານ ກໍຮູ້ໄດ້ວ່າໄປພາຍໜ້າກຸມມານຄົງໄດ້ຕັດສະຮູ້ເປັນພຣະສຳມາສຳພຸດທະເຈົ້າ, ຈຶ່ງໄດ້ລູກຈາກອາສະນະຂຸເຂົ່າລົງກົ້ມຂາບທີ່ຣາຊະກຸມມານ ແລ້ວເປັ່ງສຽງຫົວອອກມາຈົນກ້ອງຜາສາດເພາະເຫັນວ່າເປັນລາບອັນປະເສີດຂອງຕົນທີ່ໄດ້ເຫັນກຸມມານ ແຕ່ເມື່ອພິຈາລະນາເຫັນຄວາມຕາຍຂອງຕົນໃນເບື້ອງໜ້າ ອາດຈະບໍ່ທັນໄດ້ເຫັນ ຫຼື ມີໂອກາດໄດ້ບັນລຸມັກຜົນ ແລະ ນິບພານ ຈຶ່ງເກີດມີຄວາມເສຍດາຍ ແລ້ວຮ້ອງໄຫ້ອອກມາຈົນໝົດແຮງ. ບັນດາເສນາອາມາດ ແລະ ກະສັດເຫັນແນວນັ້ນກໍພາກັນງົງໄປພ້ອມໆກັນ ຕ່າງກໍພາກັນຖາມຫາສາເຫດທີ່ດາບົດສະແດງອາການເຊັ່ນນັ້ນ. ເມື່ອດາບົດໄດ້ບອກສາເຫດ ເສນາອາມາດທັງຫຼາຍ ພ້ອມດ້ວຍເຈົ້າສຸດໂທທະນະຕ່າງກໍກົ້ມລົງຂາບກຸມມານພ້ອມໆກັນ ແລ້ວຈາກນັ້ນດາບົດກໍໄດ້ລາກັບ.
ເມື່ອກຸມມານປະສູດໄດ້ 5 ມື້ ພຣະເຈົ້າສຸດໂທທະນາະກໍໄດ້ເຮັດພິທີກໍາທໍານາຍລັກສະນະ ແລະ ຕັ້ງຊື່ ໂດຍເຊີນເອົາພຣາມ 108 ຄົນມາລ້ຽງ ແລະ ຄັດເລືອກເຫຼືອພຽງ 8 ຄົນທີ່ເປັນຊັ້ນຍອດຂອງພຣາມ ເພື່ອໃຫ້ທໍານາຍລັກສະນະກຸມມານ, ພຣາມ 7 ຄົນຕ່າງກໍທໍານາຍເປັນ 2 ລັກສະນະຄື:
1.     ຖ້າກຸມມານຄອງຄວາມເປັນຄະຣາວາດຕໍ່ໄປກໍຈະໄດ້ເປັນເຈົ້າຈັກກະພັດ.
2.    ຖ້າອອກບວດກໍຈະໄດ້ຕັດສະຮູ້ເປັນພຣະສໍາມາສໍາພຸດທະເຈົ້າ ເປັນສາສະດາຂອງໂລກ.
ມີພຽງພຣາມຜູ້ໜຸ່ມນ້ອຍຊື່ວ່າ ໂກນທັນຍະ ທີ່ທຳນາຍຢ່າງດຽວວ່າ (ກຸມມານຕ້ອງອອກບວດ ແລະ ໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າຢ່າງແນ່ນອນ ) ແລ້ວພຣາມທັງຫຼາຍກໍໄດ້ຕັ້ງຊື່ກຸມມານວ່າ (ສິດທັດຖະ) ເຊິ່ງໝາຍເຖິງ ຜູ້ມີຄວາມສຳເລັດຕາມຄວາມປາຖະໜາທຸກຢ່າງ.
ຝ່າຍນາງສິຣິມະຫາມາຍາຜູ້ເປັນມານດາ ເມື່ອປະສູດກຸມມານໄດ້ 7 ມື້ ກໍທິວົງຄົດສ່ວນກຸມມານນັ້ນເຈົ້າສຸດໂທທະນະໄດ້ມອບໃຫ້ນາງປະຊາບໍດີຜູ້ເປັນນ້ອງຂອງນາງສິຣິມະຫາມາຍາ ເປັນຜູ້ລ້ຽງດູ ເຊິ່ງເປັນຖານະແມ່ນໍ້ຳ (ເຊິ່ງໄດ້ອະພິເສກສົມລົດເຈົ້າສຸດໂທທະນະພາຍຫຼັງທີ່ນາງມາຍາທິວົງຄົດ) ຕໍ່ມານາງກໍມີໂອຣົດ ອົງໜຶ່ງຊື່ ເຈົ້າຊາຍນັນທະ ກັບທິດາອີກອົງໜຶ່ງຊື່ ເຈົ້າຍິງຣຸປະນັນທະ.
ມື້ໜຶ່ງເປັນມື້ທີ່ພຣະຣາຊະເຮັດພິທີແຮກນາຂວັນ ເຈົ້າສຸດໂທທະນະພ້ອມດ້ວຍເສນາອາມາດ, ຣາຊະບໍລະວານ, ພຣາມ, ຄະຫະບໍດີ ໄດ້ສະເດັດອອກໄປເຮັດພິທີ ຢູ່ທີ່ທົ່ງນາຫຼວງ ແລະ ໄດ້ເຊີນກຸມມານອອກໄປນຳ ແລ້ວ ຈັດທີ່ປະທັບໃຫຍ່ກ້ອງຮົ້ມຫວ້າໃຫຍ່ ມີເອື້ອຍລ້ຽງແວດລ້ອມເບິ່ງແຍງຢູ່ໃນຂະນະທີີ່ກຳລັງໄຖນາແຮກຢູ່ນັ້ນ ເອື້ອຍລ້ຽງທັງຫຼາຍກໍໄດ້ອອກໄປເບິ່ງ ໂດຍປະໃຫ້ກຸມມານໄວ້ຄົນດຽວ ເມື່ອກຸມມານຢູ່ຕາມລຳພັງແນວນັ້ນຈຶ່ງໄດ້ລຸກຂືຶ້ນຈະເລີນພາວະນາປານະສະຕິກຳມັດຖານ ເຮັດໃຫ້ໄດ້ປະຖົມມະຊານ. ໃນຍາມນັ້ນເປັນຍາມປາຍ ເງົາຕົ້ນໄມ້ທັງຫຼາຍອຽງໄປຕາມແສງແດດ ແຕ່ເງົາຕົ້ນຫວ້າບໍ່ໄດ້ອຽງ ຍັງເປັນເງົາປົກຄຸມຄືກັບຕອນທ່ຽງ ເມື່ອເອື້ອຍລ້ຽງທັງຫຼາຍກັບມາເຫັນກຸມມານໃນລັກສະນະນັ້ນກໍເກີດມີຄວາມພິດສະວົງ ແລ້ວໄປລາຍງານແກ່ເຈົ້າສຸດໂທທະນະເປັນເທື່ອທີສອງຫຼັງກຸມມານປະສູດມາ.
ເມື່ອກຸມມານມີອາຍຸໄດ້ 7 ຂວບ ເຈົ້າສຸດໂທທະນະຈຶ່ງໄດ້ສັ່ງໃຫ້ສ້າງສະນໍ້າສໍາລັບກຸມມານ ແລະ ບໍລິວານ ລົງຫຼິ້ນມີ 3 ສະຄື: ສະໜຶ່ງປູກດອກບົວຂາວ, ສະໜຶ່ງປູກບົວຫຼວງ ແລະ ສະໜຶ່ງປູກປູນນະທະຣິກາ.
ເມື່ອກຸມມານອາຍຸໄດ້ 8 ຂວບຄວນສຶກສາສິລະປະວິທະຍາ ເຈົ້າສຸດໂທທະນາະໃຫ້ສໍານັກຄູວິສາວາມິດ ເຊິ່ງເປັນຄູປະຈໍາຣາຊະສໍານັກ ສັ່ງສອນກຸມມານທຸກສະກຸນ. ເຈົ້າຊາຍສິດທັດຖະຮໍ່າຮຽນສິລະປະສາດ 18 ປະການໄດ້ຢ່າງວ່ອງໄວຈົນໝົດຄວາມຮູ້ຂອງອາຈານ ແລ້ວສະແດງຄວາມຮູ້ຄວາມສາມາດຕໍ່ໝູ່ຍາດທັງຫຼາຍ ໂດຍບໍ່ມີໃຜເທົ່າທຽມໄດ້.
2.2 ອະພິເສກສົມລົດ
ເມື່ອກຸມມານມີອາຍຸໄດ້ 16 ປີ ເຈົ້າສຸດໂທທະນະສັ່ງໃຫ້ສ້າງຜາສາດຂີ້ສາມຫຼັງຕິດໆກັນ ເພື່ອໃຫ້ເໝາະສົມກັບ 3 ລະດູ ແຕ່ຍັງບໍ່ອະນຸຍາດໃຫ້ຢູ່ເທື່ອ ຈົນກວ່າຈະດ້ອະພິເສກສົມລົດແລ້ວ ຈາກນັ້ນ, ເຈົ້າສຸດໂທທະນະຈຶ່ງໄດ້ໄປສູ່ຂໍເຈົ້າຍິງຍະໂສທະຣາ (ພິມພາ) ທິດາຂອງເຈົ້າສຸບປະພຸດທະ ແຫ່ງນະຄອນເທວະທະຫະ, ພາຍຫຼັງອະພິເສກແລ້ວກໍໄດ້ປະທັບຢູ່ໃນຜາສາດສາມລະດູນັ້ນ ໂດຍບໍ່ໄດ້ເຫັນພາຍນອກນະຄອນໃນຜາສາດມີແຕ່ໜຸ່ມສາວຄົນແຂງແຮງແວດລ້ອມຢູ່ ເພາະເຈົ້າສຸດໂທທະນະຫວັງວ່າຈະເບື່ອເມົາໃຫ້ລືມຄວາມປະສົງອອກບວດ ຫວັງໃຫ້ເປັນເຈົ້າຈັກກະພັດຕາມຄໍາທາຍປະການທີໜຶ່ງ ນັບແຕ່ໄດ້ອະພິເສກບໍ່ເຫັນຄົນເຖົ້າແກ່, ຄົນເຈັບ ແລະ ຄົນຕາຍເລີຍ ຈົນອາຍຸໄດ້ 29 ປີ.
ຢູ່ມາມື້ໜຶ່ງເຈົ້າຊາຍປະສົງຈະສະເດັດອອກໄປຊົມອຸທະຍານຈຶ່ງໄດ້ສັ່ງໃຫ້ ທ້າວສັນທະຜູ້ໃກ້ຊິດຈັດທຽມລົດມ້າ 4 ໂຕ ອອກຈາກເມືອງໄປຊົມອຸທະຍານ, ໃນຂະນະທີ່ກຳລັງທ່ຽວຊົມທິວທັດເພີນໆຢູ່ນັ້ນ ກໍໄດ້ແນມເຫັນເທວະທູດ ຄືເທວະດາທີ່ປາກົດໃຫ້ເຫັນເປັນຄົນເຖົ້າຜົມຫງອກ, ເໜື້ອແຫ່ວໜັງບາຍ, ຖືໄມ້ເທົ້າຍ່າງໄປຕາມທາງເມື່ອເຈົ້າຊາຍເຫັນກໍແປກໃຈຈຶ່ງຖາມສັນນະວ່າ: ຄົນຜູ້ນັ້ນມີຮູບຮ່າງຜິດປົກກະຕິຈາກຄົນທົ່ວໄປ ດ້ວຍເຫດໃດ, ສັນທະກໍຕອບວ່າເປັນທໍາມະດາທີ່ທຸກຄົນຕ້ອງເປັນແບບນັ້ນ ເຈົ້າຊາຍຈຶ່ງເກີດສັງເວດຂຶ້ນໃນໃຈ ແລ້ວສະເດັດກັບກັບວັງ.
ມື້ຕໍ່ໆມາ ຈຶ່ງສະເດັດອອກໄປສວນອຸທະຍານອີກ ກໍເຫັນຄົນເຈັບ ແລະ ຄົນຕາຍ ໃນຄັ້ງທີສອງ ແລະ ທີສາມ ຕາມລຳດັບ ທັງໄດ້ຮູ້ວ່າເປັນທຳມະດາທີ່ທຸກໆຄົນຕ້ອງເປັນແບບນັ້ນ ຈຶ່ງສະຫຼົດໃຈ ທັງສັງເວດຕົນເອງຂຶ້ນເປັນທິວີຄຸນ, ຕໍ່ມາກໍໄດ້ພົບເຫັນບັນພຣະຊິດທີ່ຫົ່ມຜ້າກາສາວະພັດ ມີອາການສັງລວມໜ້າເຫຼື້ອມໃສ ຈຶ່ງຖາມສັນນະ ແລະ ຮູ້ວ່າເປັນຜູ້ສະຫງົບ, ເປັນນັກບວດ ບໍ່ມີອັນຕະລາຍ ຈຶ່ງເກີດມີໃຈຢາກບວດຂຶ້ນມາ ຈິດໃຈຈຶ່ງເບີກບານ.
ໃນວັນນັ້ນເອງ, ເຈົ້າຍິງພິມພາໄດ້ປະສູດໂອຣົດ ເຈົ້າສຸດໂທທະນະໃຫ້ໄປທູນບອກແກ່ເຈົ້າຊາຍ ໃນຂະນະນັ້ນເຈົ້າຊາຍກຳລັງນ້ອມໃຈໄປໃນການອອກບວດ ຈຶ່ງໄດ້ເປັ່ງວາຈາອອກມາວ່າ (ຫວັງບັງເກີດຂຶ້ນແກ່ເຮົາແລ້ວໜໍ) ຕັ້ງແຕນັ້ນມາກຸມມານຈຶ່ງໄດ້ຊື່ວ່າ ຣາຫຸນ ແປວ່ ຫ່ວງ.
2.3 ການອອກບວດ
ພາຍຫຼັງທີ່ເຈົ້າຊາຍໄດ້ຮູ້ວ່າຄົນຈະຕ້ອງເກີດ, ແກ່, ເຈັບ ແລະ ຕາຍ ເຊິ່ງເປັນເຫດໃຫ້ທຸກ ຈຶ່ງນຶກໃນໃຈວ່າ ສະພາບທັງຫຼາຍທັງປວງຍ່ອມມີສິ່ິງທີ່ແກ້ໄຂເຊິ່ງກັນ ແລະ ກັນເຊັ່ນ: ມີຮ້ອນຕ້ອງມີເຢັນແກ້, ມີມືດຕ້ອງມີສະຫວ່າງແກ້, ມີທຸກຕ້ອງມີສຸກແກ້ ແລະ ສຸກທີ່ວ່ານີ້ຕ້ອງພົ້ນຈາກການຄວາມເກີດ, ແກ່, ເຈັບ ແລະ ຕາຍ ແຕ່ຖ້າຫາກຢູ່ໃນເພດຄະຣາວາດຄົງບໍ່ມີທາງທີ່ຈະແກ້ໄຂໄດ້.
ໃນຕອນເດິກຂອງມື້ໜຶ່ງ ເຈົ້າຊາຍຈຶ່ງໄດ້ຕັດສິນໃຈຢ່າງແນວແນ່ເພື່ອອອກບວດ ໂດຍຍອມໜີຈາກເຈົ້າຍິງພິມພາ ຜູ້ເປັນຄູ່ປາຣະມິ ແລະ ໂອຣົດຫາກໍປະສູດໃໝ່ໆ ພ້ອມທັງສະລະໂພຄະສົມບັດ, ຍົກສັກທາຍາດ ແລະ ອຳນາດວາດສະໜາທັງໝົດ ສະເດັດໜີອອກຈາກພຣະຣາຊະວັງທີ່ປະທັບນັ້ນດ້ວຍມ້າໂຕໜຶ່ງຊື່ວ່າ ກັນຖະກະ ພ້ອມສັນນະຜູ້ເປັນທີ່ໃກ້ຊິດ, ໃນຍາມເດິກສະຫງັດ ຈົນເຖິງຝັ່ງນ້ຳອະໂນມ (ຊາຍແດນລະຫວ່າງແຄວ້ນສັກກະ ກັບ ແຄວ້ນມັນລະ) ແລ້ວກໍຕັດເກົ້າຜົມດ້ວຍດາບ ແລະ ຖອດເຄື່ອງປະດັບທັງຫຼາຍອອກ ໃຫ້ສັນນະເອົາກັບເມືອເມືອງ ແລ້ວສວມໃສ່ຊຸດນັກບວດ, ອະທິຖານເພດເປັນບັນພຣະຊິດເພື່ອສະແຫວງຫາຄວາມພົ້ນທຸກໃນຂັ້ນຕໍ່ໄປ, ໃນຂັ້ນທຳອິດ ສະມະນະໂຄດົມໄປປະທັບຢູ່ປ່າໝາກມ່ວງຊື່ອະນຸປິຍະອຳພຣະວັນ ແຄ້ມຝັ່ງແມ່ນ້ຳອະໂນມາ ຝັ່ງເມືອງສາວັດຖີເປັນເວລາ 7 ວັນ ຈຶ່ງໄດ້ມຸ້ງໜ້າໄປຍັງກຣຸງຣາຊະຄຶນະຄອນຫຼວງຂອງແຄວ້ນມະຄົດ.
ໂກນທັນຍະພຣາມພໍໄດ້ຮູ້ຂ່າວວ່າເຈົ້າຊາຍສິດທັດຖະອອກບວດຈຶ່ງໄດ້ຊວນເອົາລູກຊາຍຂອງພຣະທີ່ເຄີຍໄປຮ່ວມທຳນາຍລັກສະນະເມື່ອ 29 ປີກ່ອນນັ້ນໄປບວດຕາມເຈົ້າຊາຍ ເຊິ່ງບາງຄົນກໍເຊື່ອ, ບາງຄົນກໍບໍ່ເຊື່ອ ຈຶ່ງມີຜູ້ບວດນຳ 4 ຄົນ ນັບທັງໂກນທັນຍະພຣາມເປັນ 5 ຄົນຄື: ໂກນທັນຍະ, ວັບປະ, ພັດທິຍະ, ມະຫານາມະ ແລະ ອັດສະຊິ. ເອີ້ນວ່າ ປັນຈະວັກຄີ, ສ່ວນເຈົ້າພິມພິສານຜູ້ປົກຄອງແຄວ້ນມະຄົດ ເມື່ອໄດ້ຮູ້ຂ່າວການສະເດັດອອກບວດຂອງເຈົ້າຊາຍສິດທັດຖະ ຈຶ່ງໄດ້ສະເດັດໄປສໍານັກຂອງສະມະນະໂຄດົມ ແລະ ໄດ້ທູນຖາມເຖິງຄວາມເປັນ, ຈຸດປະສົງ ແລະ ໄດ້ຮູ້ວ່າເປັນຣາຊະຕະກຸນໃນຣາຊະວົງສາກະຍະແຫ່ງນະຄອນກະບິນລະພັດ ເກີດມີຄວາມເບື່ອໜ່າຍທາງໂລກແລ້ວອອກບວດຫາທາງຫຼຸດພົ້ນທຸກ ຈຶ່ງໄດ້ເຊີນໃຫ້ຢູ່ກັບຕົນ ໂດຍສັນຍາວ່າຈະແບ່ງສົມບັດໃຫ້ຄອງເຄິ່ງໜຶ່ງແຕ່ກໍໄດ້ຮັບຈາກສະມະນະໂຄດົມຢ່າງສຸພາບຈົນເຈົ້າພິມພິສານຍອມຮັບ.
2.4 ເຂົ້າສຶກສາໃນສໍານັກດາບົດ
ຕໍ່ຈາກນັ້ນສະມະນະໂຄດົມຈຶ່ງໄດ້ສະເດັດໄປສຳນັກຂອງລາຣະດາບົດ ກາລາມະໂຄດທີ່ຟາກພູບັນດະວະ ເຂົ້າໄປເປັນສິດ ສຶກສາຈົນຈົບຕາມຫຼັກສູດຂອງອາຈານໄດ້ສະມາບັດ 7 ຄື: ຣູປະຊານ 4 ແລະ ອະຣູປະຊານ 3, ແຕ່ບໍ່ເປັນທີ່ພໍໃຈຈຶ່ງໄດ້ສະເດັດໄປສຶກສາຕໍ່ທີ່ສໍານັກອຸທະກະດາບົດ ຣາມະບຸດ ແລະ ໄດ້ຄວາມຮູ້ສູງຂຶ້ນໄປອີກ ຄືໄດ້ ອະຣູປະຊານ 4 ເປັນຄວາມຮູ້ສູງສຸດຂອງອາຈານ ແຕ່ຍັງບໍ່ເປັນທີ່ພໍໃຈ ເພາະຍັງບໍ່ແມ່ນທາງພົ້ນທຸກຕາມຄວາມມຸ່ງໝາຍຈຶ່ງໄດ້ລາອາຈານສະເດັດໄປຈົນເຖິງເຂດບ້ານອຸຣຸເວລາເສນານິຄົມ ຈຶ່ງພິຈາລະນາເຫັນວ່າເປັນສະຖານທີ່ສະຫງົບ, ໜ້າຢູ່, ເປັນສະຖານທີ່ຮາບພຽງ, ປ່າໄມ້ຂຽວງາມ, ມີນໍ້າໄຫຼຜ່ານສະອາດໃສເຢັນດີ, ມີບ່ອນສໍາລັບໂຄຈອນເພື່ອບິນດະບາດ ຈຶ່ງໄດ້ຕັດສິນໃຈບໍາເພັນພຽນຢູ່ທີ່ນັ້ນກ
ຝ່າຍປັນຈະວັກຄີທີ່ໄດ້ຕິດຕາມມາຫຼາຍບ້ານຫຼາຍເມືອງ ໄດ້ມາພົບທີ່ອຸຣຸເວລາເສນານິຄົມ ເຫັນການບຳເພັນພຽນດ້ວຍວິທີຕ່າງໆຢູ່ ກໍຄິດວ່າໜ້າຈະໄດ້ຕັດສະຮູ້ເປັນພຣະສຳມາສຳພຸດທະເຈົ້າແນ່ນອນ ຈຶ່ງໄດ້ເຂົ້າໄປອຸປະຖາກຮັກສາຕັ້ງແຕ່ນັ້ນເປັນຕົ້ນມາ.
2.5 ບໍາເພັນທຸກກິຣິຍາ
ທີ່ອຸຣຸເວລາເສນານິຄົມນີເອງ ສະມະນະໂຄດົມໄດ້ເລີ່ມບຳເພັນທຸກກິຣິຍາເຊິ່ງວິທີກຳລັງນິຍົມ ແລະ ແພ່ຫຼາຍໃນສະໄໝນັ້ນ. ເພາະວ່າຈະເປັນທາງແຫ່ງຄວາມຫຼຸດພົ້ນທຸກ, ສະນັ້ນຈຶ່ງໄດ້ບຳເພັນຢ່າງເອົາຈິງເອົາຈັງເຊັ່ນ: ເອົາແຈ້ວກັດກັນໄວ້ຢ່າງແໜ້ນ, ເອົາລີ້ນດັດເຫືອກໄວ້ຈົນເຫື່ອໄຫຼ, ກັ້ນລົມຫາຍໃຈເຂົົ້າອອກ ເມື່ອລົມອອກທາງດັງ ແລະ ປາກບໍ່ສະດວກຈຶ່ງເກີດມີອາການຫູອຶ້ງ ແລະ ໃນທີ່ສຸດກໍໄດ້ໃຊ້ວິທີສັນເຂົ້ານ້ອຍລົງ ຈົນຮ່າງກາຍຊຸບຜອມ, ຜິວພັນເສົ້າໝອງ, ກະດູກສວດອອກມາຕາມຮ່າງກາຍ ເມື່ອລຸບໄປມາເສັ້ນຂົນກໍຫຼົ່ນອອກມານຳ, ກຳລັງວັງຊາລົດນ້ອຍລົງຕາມລຳດັບ ລູກຢ່າງກໍເຊລົ້ມ ເຖິງແມ່ນວ່າຈະທໍລະມານເຖິງຂະໜາດນີ້ກໍຕາມ ແຕ່ຍັງບໍ່ໄດ້ບັນລຸຄຸນທຳອັນວິເສດຈັກຢ່າງເລີຍ.
ພຣະອົງຈຶ່ງພິຈາລະນາເຫັນວ່າ ການບຳເພັນພຽງທາງກາຍຫຼາຍປານໃດກໍຕາມແຕ່ກໍບໍ່ມີຜົນດີໃດເລີຍ ແລະ ຍັງຄິດວ່າຄົງບໍ່ມີຫຍັງດີເກີດຂຶ້ນຕໍ່ໄປ ບໍ່ແມ່ນທາງທີ່ຫຼຸດພົ້ນ, ສະນັ້ນພຣະອົງຈຶ່ງຄິດຂຶ້ນມາວ່າໜ້າຈະທຳຄວາມພຽນທາງໃຈ ຄົງແມ່ນທາງຕັດສະຮູ້ຢ່າງແນ່ນອນ ແລ້ວກໍຄິດປຽບທຽບໃສ່ພິນສາມສາຍຄື: ຖ້າຫາກວ່າເຄັ່ງແລ້ວດິດສາຍກໍຈະຂາດ, ຖ້າຍານເກີນໄປກໍບໍ່ມີສຽງ ແຕ່ຖ້າຫາກເຄັ່ງໃຫ້ພໍດີງາມກໍຈະໄດ້ສຽງອັນມ່ວນອອນຊອນ. ເມື່ອທຽບກັບການປະຕິບັດກໍເຊັ່ນດຽວກັນ ຖ້າຫາກເຮັດແບບຜິວເຜີນ ຄືມົ້ວສຸມກັບກາມມາລົມຈົນເກີນໄປກໍບໍ່ສາມາດພົ້ນທຸກໄດ້, ແຕ່ຖ້າປະຕິບັດເຄັ່ງເກີນໄປ ຄືການບຳເພັນທຸກກິຣິຍາແບບທີ່ເຄີຍປະຕິບັດມາ ຈະເປັນການເສຍເວລາລ້າໆ ສະນັ້ນ, ຄວນເດີນທາງສາຍກາງຄືບໍ່ເຄັ່ງ ແລະ ບໍ່ຍານ ເຊິ່ງເອີ້ນວ່າ (ມັດຊິມາປະຕິປະທາ) ນີ້ແຫຼະຄົງເປັນຫົນທາງແຫ່ງຄວາມພົ້ນທຸກ.
ພຣະສະມະນະໂຄດົມຄິດໄດ້ວ່າ ຮ່າງກາຍ ແລະ ຈິດໃຈເປັນຂອງຄູ່ກັນ, ມີຄວາມສຳພັນກັນ, ການທໍລະມານຮ່າງກາຍກໍເຮັດໃຫ້ຈິດໃຈບໍ່ສະຫງົບ, ເກີດຄວາມກະວົນກະວາຍ ເມື່ອຈິດໃຈວຸ່ນວາຍປັນຍາຈະເກີດຂຶ້ນໄດ້ແນວໃດດັ່ງນີ້ຈຶ່ງຫັນມາສັນອາຫານຕາມປົກກະຕິເພື່ອໃຫ້ມີກຳລັງກາຍ ໃຫ້ພ້ອມທີ່ຈະ ຈະເລີນສະມາທິພາວະນາ ປະກອບຄວາມພຽນທາງໃຈຕໍ່ໄປ.
ເມື່ອປັນຈະວັກຄີເຫັນເລິກບຳເພັນທຸກກິຣິຍາ ແລ້ວມາສັນອາຫານແຕ່ຄືເກົ່າ ກໍຄິດວ່າຈະເລິກຄວາມພຽນທຸກກິຣິຍາ ແລ້ວມາສັນອາຫານຄືແຕ່ເກົ່າ ກໍຄິດວ່າຄົງຈະເລີກຄວາມພຽນ ເກືອກກົ້ວກັບກາມອີກຄັ້ງ ຄົງບໍ່ມີທາງຕັດສະຮູ້ໄດ້ຢ່າງແນ່ນອນ ຖ້າຈະຢູ່ປະຕິບັດຕໍ່ໄປກໍບໍ່ໄດ້ຫຍັງດອກສະນັ້ນຈຶ່ງໄດ້ພາກັນໜີໄປຢູ່ປາອິສິປະຕິນະມະທາຍະວັນ (ປັດຈຸບັນເອີ້ນວ່າ ສາຣະນາດ) ໃກ້ກັບເມືອງພາຣານະສິ.
ການທີ່ພຣະອົງໄດ້ບຳເພັນທຸກກິຣິຍາແບບນັ້ນແລ້ວມີປັນຈະວັກຄີມາອຸປະຖາກຮັກສາແນວນັ້ນຍ່ອມເປັນບຸນພຣະອົງ ເທົ່າກັບພຣະອົງໄດ້ຫຼັກຖານພຣະຍານໄວ້ ເພາະຖ້າຫາກພຣະອົງຕັດສະຮູ້ແລ້ວສັ່ງສອນໃຫ້ເລິກການບຳເພັນທຸກກິຣິຍາ ຈະໄດ້ຍົກພຣະອົງເປັນຕົວຢ່າງໄດ້ວ່າ ໄດ້ບຳເພັນມາກ່ອນແລ້ວ ແຕ່ບໍ່ແມ່ນທາງແຫ່ງຄວາມສຳເລັດ ເມື່ອພຣະອົງໄດ້ລະນຶກຈະບຳເພັນທາງຈິດນັ້ນກໍນັບວ່າເປັນບຸນອີກ ທີ່ມີເຫດໃຫ້ປັນຈະວັກຄີຫຼົບໜີໄປເພາະບຳເພັນທາງຈິດໃຈນັ້ນຈຳຕ້ອງອາໄສຄວາມສະຫງົບສະຫງຽມ ຖ້າຫາກມີຄົນມາລົບກໍຈະມາກໍ່ຄວາມບໍ່ສະຫງັດຂອງພຣະອົງ ເຊິ່ງຖືວ່າເປັນບຸນຂອງພຣະອົງຢ່າງຍິ່ງ.
ໃນຕອນເຊົ້າຂອງມື້ຂຶ້ນ 14 ຄໍ່າ ເດືອນ 6 ພຣະອົງໄດ້ຮັບເຂົ້າມັດທຸປາຍຍາດພ້ອມຖາດຈາກ ນາງສຸດຊາດາ ທີ່ນາງເອົາມາແກ້ບົນທີ່ໄດ້ລຸກຊາຍກົກ ເຂົ້າໃຈວ່າພຣະອົງເປັນເທວະດາ ເມື່ອສັນເຂົ້າມັດທຸປາຍາດຈົນໝົດ 45 ກ້ອນແລ້ວ ກໍໄດ້ເອົາຖາດຄໍານັ້ນໄປລອຍນໍ້າ ທັງສ່ຽງອະທິຖານປາຣະມີວ່າ (ຖ້າຫາກຈະໄດ້ສໍາເລັດພຣະໂພທິຍານຂໍໃຫ້ຖາດນັ້ນລອຍທວນກະແສນ້ຳຂຶ້ນໄປ ຖ້າຫາກບໍ່ສໍາເລັດກໍຂໍໃຫ້ໄຫຼລ່ອງນໍ້າໄປ) ເມື່ອອະທິຖານແລ້ວປາກົດວ່າຖາດນັ້ນໄດ້ລອຍທວນກະແສນໍ້າຂຶ້ນໄປປະມານ 1 ເສັ້ນເຊືອກ ແລ້ວຈຶ່ງໄດ້ຈົມລົງໄປໃນວົນນໍ້ຳແຫ່ງໜຶ່ງ ເມື່ອພຣະອົງເຫັນແນວນັ້ນກໍໝັ່ນໃຈວ່າພຣະອົງຕ້ອງໄດ້ຕັດສະຮູ້ເປັນພຣະສໍາມາສໍາພຸດທະເຈົ້າຢ່າງບໍ່ຕ້ອງສົງໄສ ຈຶ່ງເກີດມີປິຕິໂສມະນັດທີ່ສຸດ.
2.6 ການຕັດສະຮູ້
ນັບຕັ້ງແຕ່ໄດ້ອອກບວດມາຈົນເຖິງມື້ໄດ້ສັນເຂົ້າມັດທຸປາຍາດ ກໍໄດ້ 6 ປີເຕັມ, ພຣະອົງຈຶ່ງໄດ້ສະເດັດໄປປະທັບນັ່ງທີ່ກ້ອງຕົ້ນໄມ້ສາລະ ແລ້ວດໍາລີທີ່ຈະບໍາເພັນພຽນທາງໃຈຕໍ່ໄປ ໂດຍກໍານົດສະຖານທີ່, ກໍານົດເວລາ ແລະ ກິດທີ່ຈະຕ້ອງເຮັດ. ເມື່ອກຽມການວາງແຜນໃນເລື່ອງດັ່ງກ່າວໄດ້ແລ້ວຈຶ່ງສະເດັດລຸກຈາກຕົ້ນໄມ້ສາລະ ແລ້ວຍ່າງໄປທີ່ຕົ້ນມະຫາໂພ ທີ່ກໍານົດໝາຍໄວ້, ໃນຂະນະດຽວກັນນັ້ນໄດ້ມີຄົນກ່ຽວຫຍ້າຄົນໜຶ່ງຊື່ວ່າ ໂສດຖິຍະພຣາມ ຖືຫຍ້າຄາແປດກໍາຍ່າງມາພໍ້ກັນພໍດີ ພຣາມກ່ຽວຫຍ້າຄົນນັ້ນເມື່ອເຫັນພຣະສະມະນະໂຄດົມກໍເກີດມີຄວາມເຫຼື້ອມໃສຈຶ່ງນ້ອຍນໍາຫຍ້າຄາທັງ 8 ກໍານັ້ນເຂົ້າໄປຖວາຍ ເມື່ອຮັບແລ້ວກໍຍ່າງໄປຍັງຕົ້ນໂພ ເພາະເປັນສະຖານທີ່ຮາບພຽງ ຈຶ່ງໄດ້ເອົາຫຍ້າຄາທັງແປດກໍານັ້ນປູຮອງນັ່ງ ຫັນຫຼັງໃສ່ຕົ້ນມະຫາໂພ ແລະ ຕັ້ງສັດຈະອະທິຖານໃນໃຈວ່າ (ຖ້າຫາກຍັງບໍ່ບັນລຸພຣະສໍາມາສໍາໂພທິຍານຕາບໃດ ເຮົາຈັກບໍ່ລຸກຂຶ້ນຕາບນັ້ນ ເຖິງແມ່ນວ່າເລືອດເນື້ອຈະເຫືອດແຫ້ງໄປ ເຫຼືອແຕ່ໜັງ, ເອັນ, ກະດູກ ກໍຕາມ) ແລ້ວກໍກະທໍາຈິດໃຈໃຫ້ເຂົ້າສູ່ສະມາທິ.
ໃນເວລານັ້ນໄດ້ເກີດຄວາມຂັດແຍ່ງລະຫວ່າງທຳມະຊາດຝ່າຍຕ່ຳຄີກິເລດ ແລະ ທຳມະຊາດຝ່າຍສູງຄືຄຸນນະທຳຕ່າງໆໃນໃຈຂອງພຣະອົງ ແຕ່ກໍມີພະລັງໃຈຢ່າງເຂັ້ມແຂງ ສາມາດປະມວນເອົາປາຣະມີທີ່ເຄີຍສັ່ງສົມອົບຮົບມານັບຮົມນັບຊາດບໍ່ຖ້ວນ ໃຫ້ຈິດໃຈເຂັ້ມແຂງຂຶ້ນອີກ ໂດຍທີ່ບໍ່ມີສິ່ງໃດມາທຽບທານໄດ້ ຈົນສາມາດເອົາຊະນະທຳມະຊາດຝ່າຍຕ່ຳໄດ້ ແລະ ສາມາດເຮັດໃຫ້ຈິດໃຈເຂົ້າສູ່ສະມາທິຢ່າງແນວແນ່ຍິ່ງຂຶ້ນເປັນລຳດັບໆ ຈົນບັນລຸຊານທີ່ 1 ເຖິງ 4 ຕາມລໍາດັບ, ເມື່ອຈິດໃຈແນວແນ່ໝັ້ນຄົງ ປາສະຈາກກິເລດອາສະວະທັງຫຼາຍທັງປວງໄດ້ ແລ້ວເຮັດໃຫ້ບັນລຸຍານຄືຄວາມຮູ້ແຈ້ງເຫັນຈິງເປັນຂັ້ນຕອນຕາມລໍາດັບໃນຄືນັ້ນເອງ.
ຍາມທີ 1 (18:00 ມ - 22:00 ມ) ໄດ້ບັນລຸບຸບເພສັນນິວາດສາສຸດສະຕິຍານຄື: ຮູ້ ແລະ ເຂົ້າໃຈຊາດຫົນລັງຂອງພຣະອົງ ໄດ້ຢ່າງແຈ່ມແຈ້ງທັງຮູ້ແຈ້ງການກໍານົດ ແລະ ເລື່ອງຂອງຊີວິດ.
ຍາມທີ່ 2 (22:00 ມ - 02:00 ມ) ໄດ້ບັນລຸຈຸຕູບປາຕະຍານຄື: ໄດ້ຮູ້ ເຂົ້າໃຈເຫດທີ່ເຮັດໃຫ້ສັດໂລກຕ້ອງເກີດ ແລະ ຕາຍ ມີສະພາບທີ່ແຕກຕ່າງກັນ.
ຍາມທີ 3 (02:00 ມ - 06:00 ມ) ໄດ້ບັນລຸອາສະວັກຂະຍະຍານ ຄືຄວາມຮູ້ແຈ້ງ ແລະ ເຂົ້າໃຈອັນເປັນເຫດທີ່ໄດ້ເຮັດໃຫ້ສິ້ນອາສະວະກິເລດທັງຫຼາຍ ຄືຮູ້ວ່າ: ການທີ່ຂັນທັງຫຼາຍມາປະຊຸມກັນຂຶ້ນເປັນຕົວເຮົາຕົວເຂົານີ້ ກໍເພາະຄວາມໂງ່ (ອະວິດຊາ), ຄວາມຕ້ອງການ, ຄວາມປາຖະໜາ ບໍ່ມີທີ່ສິ້ນສຸດ (ຕັນຫາ), ຄວາມຢືດໝັ້ນຖືໝັ້ນ (ອຸປາທານ) ແລະ ການກະທໍາຂອງເຮົາ (ກໍາ) ສິ່ງເຫຼົ່າໆນີ້ເອງ. ເຊິ່ງທັງໝົດນີ້ລ້ວນແຕ່ເປັນເຫດ ແລະ ຜົນຂອງກັນ ແລະ ກັນຄືກັບສາຍໂສ້ເອີ້ນວ່າ (ປະຕິດຈະສະມຸບບາດ ຫຼື ຈະກ່າວອີກຢ່າງໜຶ່ງວ່າ ພຣະອົງຕັດສະຮູ້ ອະຣິຍະສັດສີ່ 4 ໄດ້ແກ່: ທຸກ, ສະມຸດໄທ (ເຫດທີ່ເຮັດໃຫ້ເກີດທຸກ), ນິໂຣດ (ຄວາມດັບທຸກ) ແລະ ມັກ (ທາງທີ່ຈະນໍາໄປສູ່ຄວາມດັບທຸກ) ເມື່ອຮູ້ແຈ້ງດັ່ງນີ້ແລ້ວຈິດໃຈຂອງພຣະອົງກໍພົ້ນຈາກອາສະວະກິເລດທັງປວງ ບໍ່ຢຶດໝັ້ນຖືໝັ້ນອີກຕໍ່ໄປ. ໃນຮຸ່ງອະລຸນຂອງຄືນນັ້ນພຣະອົງກໍໄດ້ຕັດສະຮູ້ເປັນພຣະສໍາມາສໍາພຸດທະເຈົ້າ (ຄືຜູ້ຕັດສະຮູ້ດ້ວຍພຣະອົງເອງໂດຍຊອບທຳ).
2.7 ພິຈາລະນາໃນການໂຜດສັດ
ເມື່ອໄດ້ຕັດສະຮູ້ເປັນພຣະສຳມາສຳພຸດທະເຈົ້າແລ້ວ ກໍໄດ້ສະເຫວີຍວິມຸດຕິສຸກຄືຄວາມສຸກອັນເກີດຈາກຄວາມຫຼຸດພົ້ນຈາກກິເລດ ເປັນເວລາ 49 ວັນ ( 7 ອາທິດ) ແລ້ວໄດ້ສະເດັດກັບໄປຍັງຕົ້ນອະຊະປານນີໂຄດ, ໃນຄືນນັ້ນເອງໄດ້ດໍາລີວ່າ ພຣະທໍາທີ່ໄດ້ຕັດສະຮູ້ນີ້ເປັນສິ່ງທີ່ເລິກເຊິ່ງຍາກທີ່ຄົນທໍາມະດາຈະຮູ້ ແລະ ເຂົ້າໃຈ ຈົນສາມາດປະຕິບັດຕາມໄດ້. ຈຶ່ງນ້ອຍຈິດນ້ອຍໃຈໄປໃນທາງທີ່ບໍ່ຄິດຢາກສອນຜູ້ອື່ນ ແຕ່ເພາະຄວາມເມດຕາກະລຸນາອັນຍິ່ງໃຫຍ່ທີ່ມີຢູ່ໃນຈິດໃຈນັ້ນໄດ້ມາເຕືອນຈິດໃຈວ່າ ຖ້າຫາກວ່າພຣະອົງບໍ່ສັ່ງສອນສັງທັງປວງກໍຈັກຈິບຫາຍ ແລ້ວກໍນ້ອມຈິດໃຈໄປເພື່ອສັ່ງສອນຕໍ່ໄປ ໂດຍພິຈາລະນາວ່າ:
ສັດທັງຫຼາຍມີສະຕິປັນຍາອ່ອນ ແລະ ແກ່ກ້າບໍ່ຄືືກັນ, ຄືກັນກັບດອກບົວເຊິ່ງບາງດອກກໍພົ້ນອອກຈາກເຫງົ້າມາເລືອໆດິນຢູ່, ບາງດອກອອກມາແລ້ວກໍເຕີບໃຫຍ່ຂຶ້ນມາຢູ່ໃນນ້ຳ, ບາງດອກກໍໃຫຍ່ຂຶ້ນມາພຽງໜ້ານ້ຳ ແລະ ສະນັ້ນ, ບາງຄົນມີປັນຍາອັນແຫຼມຄົມ ສອງພຽງຄັ້ງດຽວກໍຈະເຂົ້າໃຈແຈ່ມແຈ້ງໄດ້ ຄືກັບດອກບົວພົ້ນນ້ຳທີ່ພໍ້ແສງປຽບກັບດອກບົວທີ່ຍັງອີກປະມານ 2-3 ມື້ຈຶ່ງບານນັ້ນເອງ, ບາງຄົນເຖິງແມ່ນວ່າຈະບໍ່ໄດ້ຕັດສະຮູ້ມັກຜົນ ແຕ່ຢູ່ໃນອະນາຄົດ ເຖິງແມ່ນວ່າຈະຕ້ອງໃຊ້ເວລາດົນແດ່ກໍຕາມ, ແຕ່ບາງຄົນກໍໝົດປັນຍາທີ່ຈະແນະນໍາໄດ້ ຍ່ອມຕົກເປັນທາດຂອງກິເລດ ມານະທິດຖິຕະຫຼອດໄປ ປຽບດັ່ງດອກບົວທີ່ແຕກຈາກເຫງົ້າ ຍັງບໍ່ແນ່ວ່າຈະຜຸດອອກຈາກນໍ້າໄດ້ອາດເປັນອາຫານຂອງປາ ແລະ ເຕົ່າໄປ. ເມື່ອພຣະອົງພິຈາລະນາເຫັນເຊັ່ນນັ້ນແລ້ວ ຈຶ່ງຄິດພ້ອມທີ່ຈະສັ່ງສອນປະຊາຊົນຕໍ່ໄປ ຈາກນັ້ນພຣະອົງຄິດວ່າຈະສອນໃຜກ່ອນ. ບຸກຄົນທີ່ມີຄວາມຄວາມຮູ້ຄວາມສາມາດພວກທໍາອິດກໍນຶກເຖິງອາຈານທັງ 2 ທ່ານຄື: ອາລາຣະດາບົດ ແລະ ອຸດທະກະດາບົດ. ແຕ່ໃນເວລານັ້ນທ່ານອາຈານທັງສອງໄດ້ເສຍຊີວິດໄປກ່ອນແລ້ວ, ພວກຕໍ່່ມາແມ່ນເປັນຈະວັກຄີ ທີ່ໄດ້ໜີຈາກພຣະອົງໄປຢູ່ທີ່ປ່າອິສິປະຕະນະມະລຶກທາຍະວັນ ເປັນຜູ້ທີ່ມີອຸປະລະຄຸນຕໍ່ພຣະອົງຕອນບໍາເພັນທຸກກິຣິຍາ ດັ່ງນັ້ນຈຶ່ງໄດ້ຕັດສິນໃຈຈະສະແດງທໍາໂຜດແກ່ປັນຈະວັກຄີເປັນພວກທໍາອິດ.
2.8 ປະຖົມເທສະໜາ ແລະ ປະຖົມສາວົກ
ເມື່ອຕັດສິນໃຈຈະສະແດງທຳໂຜດແກ່ປັນຈະວັດຄີແລ້ວ ຈຶ່ງໄດ້ສະເດັດໄປຍັງອິສິປະຕະນະມະລຶກທາຍະວັນ ເມືອງພາຣານະສິ ໃນລະຫວ່າງທາງໄດ້ພົບກັບອາຊີວົກ (ນັກບວດພວກໜຶ່ງນອກສາສະໜາພຸດ) ຜູ້ໜຶ່ງຊື່ວ່າ ອຸປະກະ ທີ່ບ້ານ ລະຫວ່າງແມ່ນ້ຳຄະຍາກັບຕົ້ນມະຫາໂພຕໍ່ກັນ ອຸປະກະຊີວົກເມື່ອໄປເຫັນຜິວພັນຂອງພຣະສຳມາສຳພຸດທະເຈົ້າຜ່ອງໃສງົດງາມຫຼາຍ ເກີດມີຄວາມສົນໃຈຈິ່ງຖາມວ່າ (ທ່ານມີຜິວພັນຜຸດຜ່ອງແທ້ ທ່ານຊື່ແນວໃດບວດໃນສຳນັກໃດ ໃຫ້ເປັນຄູຂອງທ່ານ) ພຣະພຸດທະອົງຕັດຕອບວ່າ: (ເຮົາຮູ້ທຳດ້ວຍຕົນເອງ, ການທີ່ຈະບວດໃນສຳນັກຂອງໃຜນັ້ນແມ່ນບໍ່ມີ ສະນັ້ນຈຶ່ງບໍ່ມີໃຜເປັນອາຈານຂອງເຮົາ, ເຮົາເປັນຜູ້ຕັດສະຮູ້ເອງ) ອຸປະກະຊີວົກບໍ່ເຊື່ອຈຶ່ງຫຼີກທາງໄປ ແລ້ວພຣະອົງກໍສະເດັດຕໍ່ໄປຈົນເຖິງປ່າອິສິປະຕະນະມະລຶກທາຍະວັນ ໃນຕອນຫົວຄ່ຳຂອງຂຶ້ນ 14 ຄໍ່າເດືອນ 8 ແລະ ໄດ້ພົບກັບປັນຈະວັກຄີ ແລະ ໃນທີ່ສຸດກໍສາມາດເຮັດໃຫ້ປັນຈະວັກຄີໄດ້ຮູ້ການຕັດສະຮູ້ຂອງພຣະອົງ ແລະ ພ້ອມທີ່ຈະຮັບຟັງທໍາຈາກພຣະອົງ.
ດັ່ງນັ້ນ, ໃນວັນຮຸ່ງເຊົ້າຂຶ້ນມາ ຄືມື້ເພັງ 15 ຄໍ່າເດືອນ 8 ກ່ອນພຸດທະສັກກະລັກ 45 ປີຈຶ່ງໄດ້ສະແດງທໍາມະຈັກກັບປະວັດຕະນະສູດ ເປັນປະຖົມເທສະໜາໂຜດປັນຈະວັກຄີ, ເມື່ອເປັນປັນຈະວັກຄີໄດ້ພິຈາລະນາໄຕ່ຕອງທໍາຕາມທີ່ພຣະພຸດທະອົງສະແດງແລ້ວ ທ່ານໂກນທັນຍະເຊິ່ງເປັນຜູ້ທໍາອິດໃນໂລກທີ່ໄດ້ຮູ້ຕາມພຣະພຸດທະອົງ ເຖິງແມ່ນວ່າຈະບໍ່ແມ່ນຂັ້ນສູງສຸດເທື່ອກໍຕາມ ແຕ່ກໍເປັນຂັ້ນທໍາອິດທີ່ຈະນໄປສູ່ຄວາມຕັດສະຮູ້ຕໍ່ໄປ ເປັນເຫດໃຫ້ພຣະອົງດີໃຈເປັນຢ່າງຍິ່ງທີ່ທໍາອັນເລິກເຊິ່ງນັ້ນເປັນສິ່ງທີ່ບໍ່ເຫຼືອວິໄສທີ່ຄົນຈະຮູ້ຕາມໄດ້, ທ່ານໂກນທັນຍະນີ້ເປັນພຣະຍານ ຢືນຢັນໃນຄວາມເປັນຈິງຂໍ້ນີ້ເປັນຢ່າງດີ ເຖິງກັບເປັ່ງວາຈາອຸທານອອກມາວ່າ (ອັນຍາສິ ວະຕະ ໂພ ໂກນທັນໂຍ) 2 ຄັ້ງ, ເຊິ່ງແປວ່າ: (ໂກນທັນຍະໄດ້ຮູ້ແລ້ວໜໍ ໂກນທັນຍະໄດ້ຮູ້ແລ້ວໜໍ) ໂດຍມິນມິດທີ່ພຣະອົງເປັ່ງອຸທານນີ້ ທ່ານໂກນທັນຍະຈຶ່ງໄດ້ຊື່ໃໝ່ວ່າ ອັນຍາໂກນທັນຍະ ຕັ້ງແຕ່ບັດນັ້ນເປັນຕົ້ນມາ. ຕໍ່ຈາກນັ້ນອັນຍາໂກນທັນຍະໄດ້ທຸນຂໍບວດກັບພຣະອົງ ພຣະພຸດທະອົງຈຶ່ງໄດ້ປະທານເອຫິອຸປະສໍາປະທາໃຫ້ກາຍເປັນພິກຂຸໂດຍສົມບູນ ນັບວ່າເປັນພິກຂຸອົງທໍາອິດໃນພຸດທະສາສະໜາ ແລະ ເປັນປະຖົມສາວົກ.
ໃນເວລາດຽວກັນນັ້ນ ພຣະອົງກໍໄດ້ສະແດງທຳມະເທສະໜາໂຜດອີກ 4 ທ່ານທີ່ເຫຼືອ ທ່ານວັບປະ ແລະ ພັດທິຍະໄດ້ດວງຕາເຫັນທຳ ແລະ ຊຸດທ້າຍທີ່ໄດ້ດວງຕາເຫັນທຳກໍຄື ທ່ານ ມະຫານາມະ ແລະ ອັດສະຊິ ເຊິ່ງພຣະອົງໄດ້ປະທານການບັນພະຊາອຸປະສົມບົດໃຫ້. ຕໍ່ມາໄດ້ສະແດງອະນັດຕະລັກຂະນະສູດໂຜດປັນຈະວັກຄີອີກ ຈົນເຂົ້າໃຈແຈ່ມແຈ້ງຈິດຫຼຸດພົ້ນຈາກອາສະວະກະເລດ ບໍ່ຢືດໝັ້ນດ້ວຍອຸປະທານຕໍ່ໄປ ຈຶ່ງໄດ້ສຳເລັດເປັນພຣະອະຣະຫັນພ້ອມທັງໝົດ 5 ອົງ, ເປັນພຣະອະຣະຫັນ ທີ່ໄດ້ເກີດຂຶ້ນໃນໂລກແລ້ວ 6 ອົງດ້ວຍກັນ ແລະ ໄດ້ຈຳພັນສາທຳອິດຢູ່ທີ່ປ່າອິສິປະຕະນະມະລຶກທາຍະວັນ ເປັນພັນສາທຳອິດຂອງພຣະສຳມາສຳພຸດທະເຈົ້າ.
ໃນໄລຍະດຽວກັນນັ້ນ ກໍໄດ້ສະແດງທຳໂຜດຍະສະກຸນລະບຸດ ແລະ ສະຫາຍໃນເມືອງພາຣານະສີ 4 ຄົນຄື: ວິມະລະ​ (ວິມົນ), ສຸພາຫຸ, ປຸນນະຊິ ແບະຄະວໍາປະຕິ, ພ້ອມດ້ວຍສະຫາຍຂອງຍະສະກຸນລະບຸດທີ່ຢູ່ຕາມຊົນນະບົດນອກເມືອງພາຣານະສິອີກ 50 ຄົນຈົນໄດ້ບັນລຸທໍາເປັນພຣະອະຣະຫັນທັງໝົດ ແລະ ຈໍາພັນສາໃນປ່າອິສິປະຕະນະມະລຶກທາຍະວັນນັ້ນ, ໃນເວລານັ້ນ ໄດ້ມີພຣະອະຣະຫັນແລ້ວໃນໂລກ 60 ອົງ.
2.9 ປະກາດສາສະໜາ
ເມື່ອໄດ້ສາວົກເປັນພຣະອະຣະຫັນ 60 ອົງ ແລະພາຍຫຼັງອອກພັນສາແລ້ວຈຶ່ງພິຈາລະນາເຫັນການສົມຄວນວ່າຈະອອກໄປປະກາດສາສະໜາໃຫ້ແຜ່ຂະຫຍາຍ ສະນັ້ນພຣະພຸດທະອົງຈຶ່ງປະຊຸມສາວົກທັງໝົດແລ້ວຕັດວ່າ:
(ພິກຂຸທັງຫຼາຍ ເຮົາໄດ້ພົ້ນຈາກຂໍ້ຜູກມັດທັງປວງ ບໍ່ວ່າຊະນິດທີ່ເປັນທິບ ແລະ ຊະນິດທີ່ເປັນຂອງມະນຸດແລ້ວ ແລະ ທ່ານທັງຫຼາຍກໍເຊັ່ນດຽວກັນ, ເຮົາທັງຫຼາຍຈົ່ງພາກັນຈາຣຶກໄປຍັງຊົນນະບົດທັງຫຼາຍເພ່ື່ອປະໂຫຍດ ແລະ ຄວາມສຸກຂອງມະຫາຊົນເຖີດ, ຢ່າໄປທາງດຽວກັນເຖິງສອງອົງເລີຍ, ຈົ່ງສະແດງທໍາໃຫ້ງາມທັງໃນເບື້ອງຕົ້ນ, ທ່າມກາງ ແລະ ທີ່ສຸດ. ພ້ອມທັງອັດຖະ ແລະ ພຣະຍັນຊະນະເຖີດ, ຈົ່ງປະກາດພຣົມມະຈັນອັນບໍລິສຸດບໍລິບູນສິ້ນເຊີງ, ສັດທັງຫຼາຍທີ່ມີກິເລດເບົາບາງນັ້ນມີຢູ່ ເພາະໂທດທີ່ບໍ່ໄດ້ຟັງທໍາຍ່ອມຈະເສື່ອຈາກຄຸນທີ່ໄດ້, ຜູ້ຮູ້ທົ່ວເຖິງນັ້ນມີຢູ່, ເຮົາເອງກໍຈະໄປຍັງອຸລຸເວລະເສນານິຄົມເພື່ອສະແດງທໍາເຊັ່ນກັນ).
ພຣະພຸດທະອົງສົ່ງສາວົກອອກປະກາດສາສະໜາພ້ອມກັນເຖິງ 60 ອົງໄປ 60 ສາຍ ທຸກທິດທຸກທ່າງ, ຂະໜາດພຣະອົງເອງກໍໄປເຊັ່ນກັນ ບໍ່ແມ່ນແຕ່ສາວົກເທົ່ານັ້ນ, ເຊິ່ງຖືວ່າເປັນຕົວຢ່າງບຸກຄົນທີ່ເປັນຜູ້ນໍາທີ່ດີ.
ສາວົກທັງ 60 ອົງ ເມື່ອໄດ້ຮັບພຸດທະບັນຍັດເຊັ່ນນັ້ນ ຕ່າງກໍໄດ້ແຍກຍ້າຍກັນໄປປະກາດສາສະໜາຕາມແຄວ້ນ, ນະຄອນ, ບ້ານເມືອງຕ່າງໆ ເຮັດໃຫ້ກຸນລະບຸດໃນຖິ່ນຕ່າງໆເຫຼົ່ານັ້ນຫັນມາເຫຼື້ອມໃສ່ຢ່າງຫຼວງຫຼາຍ, ບາງຄົນກໍອອກບວດ, ແຕ່ສາວົກເຫຼົ້ານັ້ນຍັງໃຫ້ບວດບໍ່ໄດ້ ຈໍາຕ້ອງໄດ້ພາໄປເຝົ້າພຣະສໍາມາສໍາພຸດທະເຈົ້າເພື່ອຂໍບວດ, ເຮັດໃຫ້ໄດ້ຮັບຄວາມລໍາບາກໃນການເດີນທາງ, ດ້ວຍເຫດນີ້ ພຣະສໍາມາສໍາພຸດທະເຈົ້າຈຶ່ງອະນຸຍາດໃຫ້ສາວົກເຫຼົ່ານັ້ນອຸປະສົມບົດກຸນລະບຸດເຫຼົ່ານັ້ນໄດ້ ໂດຍການໂກນຜົມ ແລະ ໜວດສາກ່ອນ ແລ້ວຈຶ່ງໃຫ້ນຸ່ງຫົ່ມຜ້າທີ່ຍ້ອມນໍ້າຝາດ, ນັ່ງຂຸເຂົ່າພຣະນົມມືຂາບພິກຂຸແລ້ວກ່າວສຽງດັງວ່າ (ຂ້າພະເຈົ້າຂໍເຖິງພຣະພຸດທະເຈົ້າເປັນເປັນສະລະນະ ຂ້າພະເຈົ້າຂໍເຖິງ ພຣະທໍາເປັນສະລະນ ຂ້າພະເຈົ້າຂໍເຖິງພຣະສົງເປັນສະລະນະ) 3 ເທື່ອ, ການອຸປະສົມບົດແບບນີ້ເອີ້ນວ່າ ຕິສະລະນະນຸປະສໍາປະທາ ຄືອຸປະສົມບົດໂດຍວິທີໃຫ້ປະຕິຍານຕົນເປັນຜູ້ເຖິງໄຕສະລະນະຄົມ.
ຕັ້ງແຕ່ພັນສາທີ 1 ທີ່ໄດ້ສາວົກເປັນພຣະອະຣະຫັນ 60 ອົງ ພຣະສໍາມາສໍາພຸດທະເຈົ້າກໍໄດ້ອາໄສພຣະມະຫາກະລຸນາທິຄຸນປະກາດເຜີຍແຜ່ຄໍາສອນ ຈົນໄດ້ສາວົກເປັນພິກຂຸ, ພິກຂຸນີ, ອຸປາສົກ ແລະ ອຸປາສິກາ ເປັນພຸດທະບໍລິສັດ 4 ຂຶ້ນຢ່າງຫຼວງຫຼາຍ ແລະ ໝັ້ນຄົງ. ການປະກາດພຸດມະຫາສາສະໜາຂອງພຣະອົງໄດ້ດໍາເນີນໄປຢ່າງເຂັ້ມແຂງ ດ້ວຍການຈາຣຶກໄປຍັງໝູ່ບ້ານຊົນນະບົດນ້ອຍໃຫຍ່ໃນແຄວ້ນຕ່າງໆຈົນທົ່ວຊົວພູທະວີບເປັນເວລາ 44 ພັນສາຄືພັນສາທີ 2-45 ດັ່ງລາຍລະອຽດລຸ່ມນີ້:
ພັນສາທີ 2 ໄດ້ສະເດັດໄປຍັງເສນານິຄົມໃນໝູ່ບ້ານອຸຣຸເວລາ ໃນລະຫວ່າງທາງໄດ້ສາວົກກຸ່ມພັດທະຈະວັກຄີ 30 ຄົນ ແລະ ອຸຣຸເວລາໄດ້ຊະດົນ 3 ພີ່ນ້ອງຄື: ອຸຣຸເວລະກັດສະປະ, ນະທິກັດສະປະ, ຄະຍາກັດປະ ພ້ອມດ້ວຍລຸດສິດ 1000 ຄົນ. ໄດ້ເທສະໜາອາທິດຕະປະຣິຍາຍະສຸດທີ່ຄະຍາສີສະສະເດັດໄປຍັງຣາຊະຄຶແຫ່ງແຄວ້ນມະຄົດ, ເຈົ້າພິມພິສານໄດ້ຖວາຍສວນໝາກເວລຸວັນແດ່ຄະນະສົງ, ໄດ້ພຣະສາຣິບຸດ ແລະ ພຣະມະຫາໂມກຄັນລານະເປັນອັກເປັນອັກຄະສາວົກ ອີກ 2 ເດືອນຕໍ່ມາໄດ້ສະເດັດໄປຍັງກຸງກະບິນລະພັດ ພັກຢູ່ນິໂຄທາຣາມໄດ້ໄດ້ສາວົກຢ່າງຫຼວງຫຼາຍເຊັ່ນ: ນັນທະ, ຣາຫຸນ, ອານົນ, ເທວະທັດ ແລະ ຍາດອີກຫຼາຍໆຄົນ. ອະນາຖະບິນດິກະເສດຖີອາຣາທະນາໄປຍັງກຸງສາວັດຖີແຫ່ງແຄວ້ນໂກສົນ ຖວາຍສວນເຊຕະວັນແດ່ຄະນະສົງແລ້ວຈໍາພັນສາຢູ່ທີ່ນັ້ນ.
ພັນສາທີ 3 ນາງວິສາຂາຖວາຍບຸນພາຣາມທີ່ກຸງຣາຊະຄຶແຫ່ງແຄວ້ນມະຄົດ.
ພັນສາທີ 4 ຈໍາພັນສາທີ່ເວລຸວັນ ກຸງຣາຊະຄຶແຫ່ງແຄວ້ນມະຄົດ.
ພັນສາທີ 5 ໂພດບິດາຈົນບັນລຸອະຣະຫັນຕະຜົນ ໄດ້ໄກເກ່ຍຂໍ້ເຂົ້າໃຈຜິດລະຫວ່າງຍາດຝ່າຍສັກກະກັບຝ່າຍໂກລິຍະ ກ່ຽວກັບໃຊ້ນໍ້ນໃນແມ່ນໍ້າໂຣຫິນິ, ໄດ້ບັນພະຊາອຸປະສົມບົດນາງປະຊາບໍດີໂຄຕະມີ ແລະ ຄະນະເປັນພິຂຸນີ.
ພັນສາທີ 6 ສະແດງຍະມະກະປາຕິຫານໃນກຸງສາວັດຖີ ຈໍາພັນສາຢູ່ທີ່ພູເຂົາມັງກອນລຸບັນພົດ.
ພັນສາທີ 7 ເທສະໜາ ແລະ ຈໍາພັນສາທີ່ກຸງສາວັດຖີ ລະຫວ່າງຈໍາພັນສາໄດ້ຂຶ້ນໄປສະຫວັນຊັ້ນດາວະດິງເທສະໜາອະພິທໍາໂຜດມານດາ.
ພັນສາທີ 8 ເທສະໜາໃນແຄວ້ນພັກຄະ ຈໍາພັນສາໃນສວນເພສະກະລາວັນ.
ພັນສາທີ 9 ເທສະໜາໃນແຄວ້ນໂກສໍາພີ.
ພັນສາທີ 10 ຄະນະສົງແຫ່ງໂກສໍານັກພີແຕກແຍກກັນຢ່າງຮຸນແຮງພໍສົມຄວນ ໄດ້ຕັກເຕືອນບໍ່ໃຫ້ເຊື່ອຟັງ ຈຶ່ງໄດ້ສະເດັດໄປປະທັບ ແລະ ຈໍາພັນສາໃນປ່າລີເລີຍຍະກະ ມີຊ້າງໂຕໜຶ່ງມາເຝົ້າຮັກສາ ແລະ ຮັບໃຊ້ຕະຫຼອດເວລາ.
ພັນສາທີ 11 ສະເດັດໄປຍັງກຸງສາວັດຖີ ຄະນະສົງແຫ່ງໂກສໍາພີປອງດອງກັນໄດ້ ແລະ ໄດ້ຈໍາພັນສາໃນໝູ່ບ້ານພຣາມຊື່ ເອກະນາລາ.
ພັນສາທີ 12 ເທສະໜາ ແລະ ຈໍາພັນສາທີ່ເວຣັນຊາ ເກີດມີຄວາມອຶດຍາກຢ່າງຮຸນແຮງ.
ພັນສາທີ 13 ເທສະໜາ ຈໍາພັນສາເທິງພູເຂົາຈາລິກບັນພົດ.
ພັນສາທີ 14 ເທສະໜາ ແລະ ຈໍາພັນສາທີ່ກຸງສາວັດຖີ ຣາຫຸນຂໍປະສົມບົດ.
ພັນສາທີ 15 ສະເດັດໄປຍັງກຸງກະລິນລະພັດ ເຈົ້າສຸບປະພຸດທະຖືກແຜ່ນດິນສຸບເພາະຂັດ ຂວາງທາງເດີນ.
ພັນສາທີ 16 ເທສະໜາ ແລະ ຈໍາພັນສາທີ່ອາລະວີ.
ພັນສາທີ 17 ສະເດັດໄປຍັງກຸງອາລະວີ ຈໍາພັນສາທີ່ກຸງຣາຊະຄື.
ພັນສາທີ 18 ສະເດັດໄປຍັງກຸງອາລະວີ ຈໍາພັນສາທີ່ພູເຂົາຈາລຶກບັນພົດ.
ພັນສາທີ 19 ເທສະໜາ ແລະ ຈໍາພັນສາທີ່ພູເຂົາຈາລຶກບັນພົດ.
ພັນສາທີ 20 ໂຈນອົງຄຸລິມານກັບໃຈເປັນສາວົກ ແຕ່ຕັ້ງໃຫ້ພຣະອານົນເປັນອຸປະຖາກຮັບໃຊ້ໃກ້ຊິດຕະຫຼອດເວລາ ຈໍາພັນສາທີ່ກຸງຣາຊະຄື ເລີ່ມບັນຍົດພຣະວິໄນ.
ພັນສາທີ 21-44 ໄດ້ເອົາວັດເຊຕະວັນ ແລະ ວັດບຸບພາຣາມໃນກຸງຣາຊະຄືເປັນສູນກາງການເຜີຍແຜ່ ແລະ ເປັນທີ່ປະທັບຈໍາພັນສາ ສະເດັດອອກພ້ອມສາວົກເພື່ອເທສະໜາໂຜດເວໄນຍະສັດ.
ພັນສາທີ 45 ເປັນພາສາສຸດທ້າຍໃນການເຜີຍແຜ່ພຸດທະສາສະໜາຂອງພຸດທະອົງ ມີການບັນທຶກໄວ້ໃນປະຣິນິບພານສຸດ ຄວາມວ່າ ເທວະທັດປອງຮ້າຍພຣະພຸດທະອົງບໍລິເວນເຂົາຄິດຊະກຸດ ເຖິງຂັ້ນໂລຫິດຫໍ້ ຈຶ່ງໄດ້ຮັບການບໍາບັດຈາກໝໍຊີວົກ ວັດສະກາຣະພຣາມໄດ້ເຂົ້າເຝົ້າ ຕໍ່ຈາກນັ້ນສະເດັດໄປຍັງອໍາພຣະລັດຖິການາລັນທາ ແລະ ປາດລິຄາມຕາມລໍາດັບ ຂ້າມແມ່ນໍ້າຄົງຄາທີ່ໂຕມະດິດ, ສະເດັດໄປຍັງໂກດິຄາມ, ນາທິຄາມ ແລະ ເວສາລີ ພັກຢູ່ທີ່ສວນຂອງນາງຄະນິກາ ອໍາພຣະປາລີ ສະເດັດຈໍາພັນສາທີ່ເວລຸວັນ ເລີ່ມມີອາການປ່ວຍ ແລະ 3 ເດືອນຕໍ່ມາສະເດັດດັບຂັນປະຣິນິບພານໃນເມືອງກຸງສິນາຣາ ແຫ່ງແຄວ້ນມັນລະ ໃນວັນເພັງ ເດືອນ 6 (ວິສາຂະ) ຕອນອາຍຸໄດ້ 80 ພັນສາ.
ກ່ອນຈະດັບຂັນປະຣິນິບພານ 1 ວັນ ໄດ້ສະເດັດໄປສະແດງທໍາໂຜດທ່າວຈຸນທະ ແລະ ໄດ້ຮັບອາຫານ ເປັນອາຫານພິເສດຄືເ ສຸກອນມັດທະວະ ຫຼັງຈາກສັນອາຫານແລ້ວ ໃນລະຫວ່າງທາງສະເດັດສຸ່ເມືອງກຸສິນາຣາ ໃນວັນເພັງ 15 ຄໍ່າເດືອນ 6 ນັ້ນ ມີອາການປ່ວຍໜັກຈົນຂ້າມແມ່ນໍ້າຫິຣັນວະດີເຂົ້າເຂດເມືອງກຸສິນາຣາ ອາຫານກໍກໍາເລີບຂຶ້ນ ຈຶ່ງສັ່ງໃຫ້ພຣະອານົນຈັດຕັ້ງຕຽງ ປູດ້ວຍຜ້າສັງຄາ ແລ້ວສະເດັດປະທັບບັນທົມສິຫະໄສຍາດລະຫວ່າງຕົ້ນຮັງ (ສາລະ) ທັງຄູ່, ໂດຍປິ່ນຫົວໄປທາງທິດເໜືອ, ສະເດັດດັບຂັນປະຣິນິບພານ ປັດສິມະໂອວາດ ກ່ອນສະດັບຂັນປະຣິນິບພານວ່າ:
(ດູກ່ອນພິກຂຸທັງຫຼາຍ ສັງຂານທັງຫຼາຍມີຄວາມເສື່ອມເປັນທໍາມະດາ ທ່ານທັງຫຼາຍຈົ່ງຕັ້ງໃຈປະຕິບັດກິດທັງຫຼາຍທັງປວງໃຫ້ເຖິງພ້ອມດ້ວຍຄວາມບໍ່ປະໝາດເຖິດ).
ຫຼັງຈາກປະຣິນິບພານໄດ້ 7 ວັນ ກໍໄດ້ຈັດໃຫ້ມີການຖວາຍເພິງພຣະພຸດທະສະຣິຣະທີ່ມະກຸດພັນທະນະເຈດີ ຫ່າງຈາກເມືອງກຸສິນາຣາໄປທາງທິດຕາເວັນອອກປະມານ 2 ກິໂລແມັດ ມີການແປງສາຣິຣິກະທາດເພື່ອນໍາໄປສັກກາຣະບູຊາແຫ່ບັນດາເຈົ້າຜູ້ປົກຄອງຕ່າງໆທັງໝົດ 9 ນະຄອນ.

3. ຄໍາພີໃນສາສະໜາ
ສາສະໜາພຸດມີຄຳພີເອີ້ນວ່າ: (ພຣະໄຕຣປິດົກ) ເຊິ່ງໄຕຣປິດົກ ນັ້ນມາຈາກຄຳວ່າ ປິຕິຍະກະ ຫຼື ເຕປິຕະກະເຊິ່ງ ເຕ ຕິ ໄຕ ແປວ່າ 3 ສ່ວນປິດົກ ແປວ່າ ກະຕ່າ ກະຊ້າ ເຊິ່ງມີຄວາມໝາຍວ່າຕະຕ່າ ຫຼື ກະຊ້າ ໃຊ້ຄໍາສອນຂອງພຸດທະສາສະໜາໃຫ້ເປັນໝວດເປັນໝູ່ບໍ່ໃຫ້ກະຈັດກະຈາຍ ແບ່ງເປັນ 3 ໝວດໝູ່ ໂດຍມີຈຸດເລີ່ມຕົ້ນຈາກການທີ່ສາວົກຮວບຮວມມາຈາກທ່ອງຈໍາຕໍ່ໆກັນມາ ແລະ ໄດ້ປະຊຸມສັງຄະຍະນາຮ່ວມກັນ ໂດຍຈາລຶກຂຶ້ນພາຍຫຼັງເປັນພາສາບາລີ ສັນສະກຣິດ, ຈີນ, ຕິເບດ, ໄທ ແລະ ມຽນມາເປັນຕົ້ນ.
          ພຣະໄຕຣປິດົກ ຫຼື ປິດົກທັງ 3 ນັ້ນໄດ້ແກ່:
1). ພຣະວິໄນປິດົກ ວ່າດ້ວຍວິໄນຄື: ສິນຂອງພິກຂຸ, ພິກຂຸນີ ມີເລື່ອງເລົ່າຄວາມເປັນມາ ເຫດທີ່ບັນຍັດວິໄນຢ່າງລະອຽດ, ນອກນັ້ນ ຍັງມີເລື່ອງກ່ຽວກັບຂໍ້ປະພຶດປະຕິບັດ ແລະ ວິທີດໍາເນີນການໃນການບໍລິຫານຄະນະສົງໂດຍພິດສະດານ ມີທັງໝົດ 21,000 ພຣະທໍາມະຂັນ ແບ່ງອອກເປັນ 3 ໝວດ ຫຼື 5 ຄໍາພີ ມີ 8 ເຫຼັ້ມຄື:
ກ. ວິພັງ ຫຼື ສູດຕະວິພັງ ວ່າດ້ວຍສິກຂາບົດໃນປາຕິໂມກ ແບ່ງອອກເປັນ 2 ຄໍາພີຄື:
1. ອາທິກໍາມິກະ ຫຼື ປາຣາຊິກ (ອາ) ວ່າດ້ວຍສິກຂາບົດທີ່ກ່ຽວກັບອາບັດໜັກຕັ້ງແຕ່ປາຣາຊິກຫາອະນິຍົດ ຈັດເປັນ 1 ເຫຼັ້ມ.
2. ປາຈິດຕີ (ປາ) ວ່າດ້ວຍສິກຂາບົດທີ່ວ່າດ້ວຍອາບັດເບົາ ຕັ້ງແຕ່ນິດສັກຄີປາຈິດຕີເຖິງເສຂິຍະ ແລະ ລວມເອົາພິກຂຸນີວິພັງພ້ອມ, ຈັດເປັນ 2 ເຫຼັ້ມ. ເຊິ່ງວິພັງນີ້ແບ່ງອອກອີກຢ່າງໜຶ່ງກໍໄດ້ 2 ໝວດເຊັ່ນ:
(1). ມະຫາວິພັງ ຫຼື ພິກຂຸພັງ ວ່າດ້ວຍສິກຂາບົດໃນປາຕິໂມກຝ່າຍພິກຂຸສົງ ຈັດເປັນ 2 ເຫຼັ້ມ.
(2). ພິກຂຸນິວິພັງ ວ່າດ້ວຍສິກຂາບົດໃນປາຕິໂມກຝ່າຍພິກຂຸນີສົງ, ຈັດເປັນ 1 ເຫຼັ້ມ.
ຂ. ຂັນທະກະ ວ່າດ້ວຍສິກຂາບົດນອກປາຕິໂມກ ລວມເປັນບົດໆເອີ້ນວ່າຂັນທະກະໜຶ່ງໆ ທັງໝົດມີ 22 ຂັນທະກະ, ແບ່ງອອກເປັນ 2 ວັກຄື:
1. ມະຫາວັກ (ມະ, ວັກໃຫຍ່) ວ່າດ້ວຍສິກຂາບົດນອກປາຕິໂມກຕອນຕົ້ນ ມີ 10 ຂັນທະກະ ຈັດເປັນ 2 ເຫຼັ້ມ.
2. ຈຸລະວັກ​ (ຈຸ, ວັກນ້ອຍ) ວ່າດ້ວຍສິກຂາບົດນອກປາຕິໂມກຕອຍປາຍມີ 12 ຂັນທະກະ ຈັດເປັນ 2 ເຫຼັ້ມ.
ຄ. ປະຣິວານ (ປະ, ໜັງສຶປະກອບ), ຄູ່ມື) ຄໍາພີບັນຈຸຄຳຖາມຄຳຕອບ ຊ້ອມຄວາມຮູ້ພຣະວິໄນ ຈັດເປັນ 1 ເຫຼັ້ມ.
2) ພຣະສູດຕັນຕະປິດົກ ວ່າດ້ວຍພຣະສູດ ເປັນຄໍາເທສະໜາສັ່ງສອນຂອງພຣະພຸດທະເຈົ້າ ແລະ ພຣະສາວົກ, ມີເລື່ອງປະກອບເປັນຈໍານວນຫຼາຍ, ລວມລາຍລະອຽດຂອງການທີ່ຈະໄດ້ໂຕ້ຕອບກັບນັກບວດຂອງສາສະໜາອື່ນ ແລະ ຜູ້ທີ່ມາຖາມໄຖ່, ມີການເລົ່າເຖິງພູປະເທດ, ເຫດການ, ບຸກຄົນ ແລະ ການເວລາ ເຮັດໃຫ້ໄດ້ຮັບປະໂຫຍດໃນການສຶກສາຊີວິດຂອງຊາວອິນເດຍໃນສະໄໝນັ້ນ ເຊິ່ງມີລັກສະນະເປັນຮູບການຄາຖາມຮ້ອຍກອງທັງໝົດກໍມີ, ຮ້ອຍແລ້ວກໍມີ, ປະສົມທັງຮ້ອຍແກ້ວ ແລະ ຮ້ອຍກອງກໍມີ ເຊິ່ງມີທັງໝົດ 21,000 ພຣະທໍາມະຂັນ ແບ່ງເປັນ 5 ນິກາຍ ( ໝວດ, ກຸ່ມ) ຈັດເປັນ 25 ເຫຼັ້ມຄື:
1. ທີຄະນິກາຍ (ທີ) ໝວດພຣະສູດທີ່ມີຂະໜາດຍາວແບ່ງເປັນ 3 ວັກ 3 ເຫຼັ້ມ ມີ 34 ສຸດ.
2. ມັດຊິມະກາຍ (ມະ) ໝວດພຣະສູດທີ່ມີຄວາມຍາວປານກາງ ຈັດເປັນ 3 ປັນຍາສະ 3 ເຫຼັ້ມ ມີ 152 ຊຸດ.
3. ສັງຍຸດຕະນິກາຍ (ສັງ) ໝວດພຣະສູດທີ່ລວມເຂົ້າໄວ້ເປັນໝວດໝູ່ ເອີ້ນວ່າສັງຍຸດໜຶ່ງ ຕາມເລື່ອງທີ່ຕໍ່ກັນ ຈັດເປັນ 56 ສັງຍຸດ ແບ່ງເປັນ 5 ວັກ 5 ເຫຼັ້ມ ມີ 7,792 ຊຸດ.
4. ອັງຄຸດຕະນິກາຍ (ອັງ) ໝວດພຣະສູດທີ່ລວມເຂົ້າກັນໄວ້ເປັນໝວດໆເອີ້ນວ່ານິບາດໜຶ່ງໆຕາມລໍາດັບຫົວຂໍ້ທໍາ ຈັດເປັນ 11 ນິບາດ (ໝວດ 1 ຫາ ໝວດ 11) ມີ 5 ເຫຼັ້ມ ມີ 9,557 ຊຸດ.
5. ຂຸດທະກະນິກາຍ (ຂຸ) ໝວດຂໍ້ທໍາ, ຄໍາອະທິບາຍ ແລະ ເລື່ອງຍ່ອຍໆ, ບໍ່ສາມາດຈັດເຂົ້າເປັນນິກາຍທັງສີ່ຕົ້ນໆນັ້ນ, ມີທັງໝົດ 15 ຄໍາພີ ຈັດເປັນ 9 ເຫຼັ້ມຄື: ຂຸດທະກະປາຖະ, ທໍາມະບົດ, ອຸທານ, ອິຕິວຸດກະ, ສຸດຕະນິບາດ (1 ເຫຼັ້ມ), ວິມານວັດຖຸ, ເປດວັດຖຸ, ເຖຣະຄາຖາ, ເຖຣິຄາຖາ (1 ເຫຼັ້ມ, ຊາດົກ 2 ເຫຼັ້ມ), ນິດເທດ (ມະຫານິດເທດ 1 ເຫຼັ້ມ, ຈຸລະນິດເທດ 1 ເຫຼັ້ມ), ປະຕິສໍາພິທາມັກ 1 ເຫຼັ້ມ). ອະປະທານ (2/3 ເຫຼັ້ມ), ພຸດທະວົງ, ຈະຣິຍາປິດົກ (1/3 ເຫຼັ້ມ).
3). ພຣະອະພິທໍາປິດົກ ວ່າດ້ວຍອະພິທໍາ ຄືເນື້ອໃນຂອງທໍາມະໃນທາງດ້ານວິຊາການລ້ວນໆ, ບໍ່ກ່ຽວກັບເຫດການ, ບຸກຄົນ, ພູມປະເທດ ແລະ ການເວລາ ເປັນເນື້ອໃນທໍາມະທີ່ເອົາມາອະທິບາຍ ທີ່ມີຢູ່ແລ້ວໃນສ່ວນພຣະສຸດ ມີ 42,000 ພຣະທໍາມະຂັນ ແບ່ງເປັນ 7 ເຫຼັ້ມຄື:
1. ທໍາມະສັງຄິນິ ຫຼື ສັງຄໍານີ (ສັງ) ລວມຂໍ້ທໍາເຂົ້າເປັນໝວດໝູ່ແລ້ວອະທິບາຍເປັນປະເພດໆ (1 ເຫຼັ້ມ).
2. ວິພັງ (ວິ) ອະທິບາຍຂໍ້ທໍາທີ່ລວມເປັນໝວດໝູ່ (ເອີ້ນວ່າວິພັງໜຶ່ງໆ) ຈໍາແນກອອກແລ້ວຊີ້ແຈ້ງຢ່າງລະອຽດ (1 ເຫຼັ້ມ).
3. ທາຕຸກະຖາ (ທາ) ສົງເຄາະຂໍ້ທໍາຕ່າງໆ ເຂົ້າໃນຂັນ, ອາຍະຕະນະ, ທາດ (ເຄິ່ງເຫຼັ້ມ).
4. ປຸກຄະລະບັນຍັດ (ປຸ) ບັນຍັດຄວາມໝາຍບຸກຄົນປະເພດຕ່າງໆ ຕາມຄຸນທໍາທີ່ມີຢູ່ໃນບຸກຄົນນັ້ນໆ (ເຄິ່ງເຫຼັ້ມ).
5. ກະຖາວັດຖຸ (ກະ) ຖະແຫຼງ, ວິນິດໄສທັດສະນະຕ່າງໆ ທີ່ຂັດແຍ່ງລະຫວ່າງນິກາຍທັງຫຼາຍ ໃນສະໄໝສັງຄະຍະນາຄັ້ງທີ 3 (1 ເຫຼັ້ມ).
6. ຍະມະກະ (ຍະ) ຍົກຫົວຂໍ້ທໍາຂຶ້ນວິນິດໄສດ້ວຍວິທີການຖາມຕອບ ຄືຕັ້ງຄໍາຖາມເປັນຄູ່ໆ (2 ເຫຼັ້ມ).
7. ປັດຖານະ (ປະ) ຫຼື ມະຫາປະກອນ ອະທິບາຍປັດໄຈ 24 ຢ່າງໂດຍລະອຽດ (ເຫຼັ້ມ).
ອີກຢ່າງໜຶ່ງ 3 ປິດົກນີ້ ສົງເຄາະເຂົ້າໃຈຄວາມປາພົດ 2 ຢ່າງຄື: ພຣະສຸດຕັນຕະປິດົກ ແລະ ພຣະອະພິທໍາປິດົກ ຈັດເປັນ ທໍາມະ ພຣະວິໄນປີດົກ ຈັດເປັນວິໄນ.
ພຣະວິໄນປິດົກທີ່ເປັນພາສາບາລີ ແລະ ຈັດພິມເປັນໜັງສືພາສາໄທ, ມຽນມາ, ລາວ, ມອນ, ຂະເໝນ, ໂຣມັນ ເມື່ອອ່ານແລ້ວອອກສຽງຄືກັນ ແລະ ໄດ້ແປເປັນພາສາຕ່າງໆ ຫຼາຍພາສາ ລວມທັງພາສາອັງກິດ, ຝຣັ່ງ ແລະ ເຢຍລະມັນ ສ່ວນທີ່ຈັດພິມເປັນພາສາໄທເປັນ 45 ເຫຼັ້ມ ເພື່ອໃຫ້ສອດຄ່ອງກັບໄລຍະເວລາທີ່ສໍາມາສໍາພຸດທະເຈົ້າໄດ້ປະກາດສາສະໜາເປັນເວລາ 45 ພັນສາ (ລາວເຮົາກໍເຮັດຄືປະເທດໄທ).
ພາຍຫຼັງທີ່ພຣະພຸດທະສາສະໜາໄດ້ແບ່ງອອກເປັນ 2 ນິກາຍຄື: ນິກາຍເຖຣະວາດ ແລະ ນິກາຍມະຫາຍານ ແລ້ວພຣະໄຕຣປິດົກສະບັບພາສາບາລີກໍເປັນຄໍາພີຂອງຝ່າຍເຖຣະວາດ, ສ່ວນສະບັບພາສາສັນສະກຣິດເປັນຄໍາພີຂອງຝ່າຍມະຫາຍານ, ຕໍ່ມາໄດ້ມີການແປເປັນພາສາຈີນ ແລະ ພາສາຕິເບດ ແລະ ສະບັບທີ່ເປັນພາສາສັນສະກຣິດກໍຫາຍໄປ. ພຸດທະສາສະນິກກະຊົນຝ່າຍມະຫາຍານຈຶ່ງໄດ້ໃຊ້ພຣະໄຕຣປິດົກສະບັບພາສາຈີນເປັນຫຼັກ ຊາວຍີ່ປຸ່ນກໍໃຊ້ສະບັບພາສາຈີນເປັນຫຼັກເຊັ່ນກັນ ເພາະວ່າໃນສະໄໝກ່ອນຍິ່ປຸ່ນໃຊ້ຕົວອັກສອນຈີນ ອັກສອນຍີ່ປຸ່ນນັ້ນມາຜະລິດຂຶ້ນພາຍຫຼັງນີ້ເອງ.
ກ. ອັດຖະກະຖາ ເປັນຕໍາລາອະທິບາຍພຣະໄຕຣປິດົກທີ່ແຕ່ງຂຶ້ນພາຍຫຼັງ ເອີ້ນວ່າ ອັດຖະກະຖາຈານ ເປັນເນື້ອໃນຄໍາສອນທີ 2 ຮອງຈາກພຣະໄຕຣປິດົກ.
ຂ. ດີກາ ເປັນຕໍາລາອະທິບາຍຂະຫຍາຍຄວາມອັດຖະກະຖາ ແຕ່ງໂດຍອາຈານທີ່ເອີ້ນວ່າ ດີກາຈານ ຖືເປັນຕໍາລາທີ 3.
ຄ. ອະນຸນິກາ ເປັນຕໍາລາອະທິບາຍຂະຫຍາຍຄວາມດີກາ ຫຼື ແກ້ໄຂຂໍ້ປີກຍ່ອຍ ເຊິ່ງຂຽນໂດຍອາຈານທີ່ເອີ້ນວ່າ ພຣະອະນຸດີກາຈານ ເປັນຕໍາລາທີ 4.
4. ຫຼັກຄໍາສອນທີ່ສໍາຄັນ
ຫຼັກຄໍາສອນຂອງອົງສົມເດັດພຣະສໍາມາສໍາພຸດທະເຈົ້າທັງໝົດ 84,000 ພຣະທໍາມະຂັ້ນ ໂດຍທົ່ວໄປແລ້ວ ຫຼັກຄໍາສອນທຸກໝວດ, ທຸກຂໍ້ນັ້ນລ້ວນແຕ່ມີຄວາມສໍາຄັນຄືກັນທັງໝົດທັງສິ້ນ, ຄືຖ້າພຸດທະສາສະນິກກະຊົນໄດ້ນໍາຫຼັກທໍາຄໍາສອນຂໍ້ໃດໜຶ່ງໄປປະພຶດປະຕິບັດຢ່າງຈິງຈັງແລ້ວຈະເຮັດໃຫ້ສາມາດຫຼຸດພົ້ນຈາກອາສະວະກິເລດທັງຫຼາຍ ໄປສູ່ນິບພານຄືກັນທັງໝົດ. ສ່ວນຫຼັກຄໍາສອນທີ່ຈະໄດ້ສຶກສາໃນບົດຮຽນນີ້ເປັນຫຼັກຄໍາສອນພື້ນຖານສໍາຄັນທີ່ຄວນສຶກສາກ່ອນໃນເບື້ອງຕົ້ນຄື: ພຣະລັດຕະນະໄຕ, ຫຼັກສໍາມາທິດຖິ, ໄຕລັກສະນະ, ອະຣິຍະສັດສີ່ 4, ມັກມີອົງແປດ 8 ແລະ ນິບພານ ເຊິ່ງມີລາຍລະອຽດຕໍ່ໄປນີ້:
4.1 ພຣະລັດຕະນະໄຕ
ພຣະລັດຕະນະໄຕ ແປວ່າ: ດວງແກ້ວອັນປະເສີດ 3 ດວງ, ເປັນສັນຍາລັກທີ່ມີຄ່າ ແລະ ເປັນທີ່ເຄົາລົບບູຊາສູງສຸດຂອງພຣະພຸດທະສາສະນິກກະຊົນ 3 ຢ່າງຄື: ພຣະພຸດ, ພຣະທໍາ ແລະ ພຣະສົງ ເຊິ່ງສາມາດຈໍາແນກ ແລະ ອະທິບາຍໄດ້ຄື:
          ພຣະລັດຕະນະໄຕໃນຖານະສັນຍະລັກຂອງພຸດທະສາສະນາ.
1). ພຣະພຸດທະເຈົ້າ
ອົງທີ 1 ແຫ່ງພຣະລັດຕະນະໄຕ ແມ່ນພຣະພຸດທະເຈົ້າ ຫຼື ພຣະສໍາມາສໍາພຸດທະເຈົ້າ, ເຊິ່ງເຮົາຈະໄດ້ເວົ້າເຖິງຄຸນລັກສະນະ 2 ປະການຄື.
(1). ພຣະສໍາມາສໍາພຸດທະເຈົ້າໃນຖານະບຸກຄົນ ຫຼື ມະນຸດໃນປະຫວັດສາດ ຊື່ວ່າ ສິດທັດຖະ ເປັນໂອຣົດຂອງເຈົ້າສຸດໂທທະນະ ແລະ ນາງສິຣິມະຫາມາຍາ, ໃນຕຸກຸນສາກະຍະ ແຫ່ງນະຄອນກະບິນລະພັດ, ປະສູດທີ່ສວນລຸມພິນີວັນ ໃນວັນເພັງ 15 ຄໍ່ເດືອນ 6 ທີ່ປະເທດອິນເດຍ ເມື່ອອາຍຸໄດ້ ປີໄດ້ອະພິເສກສົມລົດກັບນາງຍະໂສທະຣາ ມີໂອຣົດ 1 ອົງຊື່ວ່າ: ຣາຫຸນ.
(2). ພຣະພຸດທະເຈົ້າໃນຖານະມະນຸດຜູ້ພັດທະນາຕົນເອງສູງສຸດ ແລະ ເປັນແມ່ແບບທີ່ມະນຸດທັງຫຼາຍທັງປວງຈະຕ້ອງຢືດຖືເປັນແບບຢ່າງ ໂດຍຄຸນສົມບັດ 9 ປະການຄື:
1). ເປັນພຣະອະຣະຫັນ.
2). ຕັດສະຮູ້ເອງໂດຍຊອບ.
3). ເຖິງພ້ອມດ້ວຍວິດຊາດ ແລະ ຈາລະນະກ
4). ສະເດັດໄປໂດຍດີ.
5). ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ.
6). ເປັນຜູ້ຝຶກຄົນທີ່ສົມຄວນຝຶກຢ່າງບໍ່ມີໃຜຍິ່ງໄປກວ່າ.
7). ເປັນສາສະດາຂອງເທວະດາ ແລະ ມະນຸດທັງຫຼາຍ.
8). ເປັນຜູ້ຕື່ນ ຜູ້ເບີກບານແລ້ວ.
9). ເປັນຜູ້ມີໂຊກ.
ເຊິ່ງສາມາດຫຍໍ້ລົງເປັນ 3 ຢ່າງຄື:
1). ພຣະປັນຍາທິຄຸນ ເປັນຜູ້ມີປັນຍາທີ່ເປັນຄວາມຮູ້ສັບພັນຍຸດຕະຍານ.
2). ພຣະກະລຸນາທິຄຸນ ຮູ້ຄຸນຄວາມດີ ຄືຄວາມກະລຸນາ ໃນຖານະເປັນຄຸນນະທໍາທີ່ນໍາໃຫ້ຄວາມດີອື່ນໆທັງຫຼາຍ ແລະ ປະໂຫຍດສຸກເກີດຂຶ້ນແກ່ຄົນອື່ນ.
3). ພຣະວິສຸດທິຄຸນ ບໍລິສຸດທັງຊາດ ແລະ ຄວາມປະພຶດທາງກາຍ, ວາຈາ ແລະ ໃຈ.
2). ພຣະທໍາ
ຄືຄຳສັ່ງສອນຂອງພຣະສໍາມາສໍາພຸດທະເຈົ້າ ເປັນຄວາມຈິງທີ່ສາມາດເຂົ້າເຖິງໄດ້.
ຖ້າເປັນຜູ້ນຳພຣະທຳນັ້ນມາປະກາດສັ່ງສອນຜູ້ອື່ນ ເຜີຍແຜ່ໃຫ້ຜູ້ອື່ນຮູ້ຕາມ ຫຼື ກໍ່ຕັ້ງສາສະໜາໄດ້ເອີ້ນວ່າພຣະສໍາມາສໍາພຸດທະເຈົ້າ, ຖ້າຄົ້ນພົບເອງແຕ່ບໍ່ໄດ້ເຜີຍແຜ່ທໍານັ້ນແກ່ຜູ້ອື່ນເອີ້ນວ່າ ພຣະປັດເຈກະພຸດທະເຈົ້າ ເພາະບໍ່ສາມາດຕັ້ງສາສະໜາໄດ້, ຖ້າເປັນຜູ້ຮູ້ຕາມທໍາທີ່ພຣະສໍາມາສໍາພຸດທະເຈົ້າສັ່ງສອນເອີ້ນວ່າ ອະນຸພຸດທະ ຫຼື ສາວົກ.
ຄຸນທຳຂອງພຣະທໍາມີ 6 ຢ່າງຄື:
(1). ເປັນທໍາທີ່ພຣະພຸດທະເຈົ້າຕັດໄວ້ດີແລ້ວ
(2). ເປັນທໍາທີ່ຜູ້ປະຕິບັດເຫັນຊອບໄດ້ດ້ວຍຕົນເອງ.
          (3). ເປັນທໍາທີ່ບໍ່ຂຶ້ນກັບການເວລາ.
          (4). ເປັນທໍາທີ່ຄວນເອີ້ນເອົາຄົນອື່ນມາເບິ່ງໄດ້.
          (5). ເປັນທໍາທີ່ຄວນນ້ອມເຂົ້າມາໃສ່ຕົນ.
          (6). ເປັນທໍາທີ່ສາມາດຮູ້ໄດ້ສະເພາະຕົນ.
ພຣະທຳທັງປວງເປັນຄຸນຊາດທີ່ເຮັດໃຫ້ປຸຖຸຊົນຜູ້ປະຕິບັດຕາມ ກາຍເປັນພຣະອະຣິຍະບຸກຄົນມີ 4 ລະດັບຄື: ພຣະໂສດາບັນ, ພຣະສະກະທາຄາມີ, ພຣະອະນາຄາມີ ແລະ ພຣະອະຣະຫັນ ພຣະທໍາມິວິມຸດເປັນແກ່ນ ແລະ ຄວາມຫຼຸດພົ້ນເປັນລົດຊາດ.
ພຣະຄຳພີຮອງຮັບພຣະທຳທີ່ພຣະສຳມາສຳພຸດທະເຈົ້າປະກາດແລ້ວ ເອີ້ນວ່າພຣະໄຕປິດົກ ແບ່ງອອກເປັນ 3 ສ່ວນຄື: ພຣະສຸດ, ພຣະວິໄນ ແລະ ພຣະອະພິທໍາ.
ພຣະທຳທັງຫຼາຍທັງປວງລົງມາເປັນທຳ 3 ຢ່າງຄື: ປະຣິຍັດທໍາ ເປັນທໍາທີ່ໃຊ້ໃນກາສຶກສາຮໍ່າຮຽນໃນຂັ້ນຕົ້ນ, ປະຕິບັດ ເປັນການປະພຶດປະຕິບັດຕາມທີ່ຕົນໄດ້ສະດັບຮັບຟັງມາ ແລະ ປະຕິເວດທໍາ ເປັນຜົນຂອງການປະຕິບັດ ເອີ້ນວ່າ ອະຣິຍະມັກ, ອະຣິຍະຜົນມີີ ໂສດາປັດຕິມັກເປັນເບື້ອງຕົ້ນ ແລະ ມີອະຣະຫັນຕະຜົນເປັນທີ່ສຸດ.
3) ພຣະສົງ
ໄດ້ແກ່ຜູ້ທີ່ປະຕິບັດດີ, ປະຕິບັດຢ່າງຖືກຕ້ອງ, ກົງກັບພຣະທໍາມະວິໄນທີ່ພຣະສໍາມາສໍາພຸດທະເຈົ້າສະແດງສັ່ງສອນ ແລະ ບັນຍັດໄວ້ ເປັນສາວົກຂອງພຣະສໍາມາສໍາພຸດທະເຈົ້າ ແລະ ເປັນພຣະຍານໃນການຕັດສະຮູ້ທໍາຂອງພຸດທະອົງ. ພຣະສົງເປັນຜູ້ປະຕິບັດຕາມ ແລະ ໄດ້ສັ່ງສອນທໍາຕໍ່ມາ ຈຶ່ງເປັນທີ່ຄວນເຄົາລົບນັບຖື.
ພຣະສົງມີຄຸນລັກສະນະ 9 ປະການຄື:
(1). ເປັນຜູ້ປະຕິບັດດີ ຕັ້ງໃຈປະຕິບັດຕາມທໍາມະວິໄນໂດຍຊອບ, ພັດທະນາຕົນເອງໄປຕາມລໍາດັບ, ບໍ່ເປັນຂ້າເສິກ ແລະ ອັນຕະລາຍແກ່ຜູ້ອື່ນ, ພະຍາຍາມຂັດເກົາຈິດໃຈ ແລະ ພຶດທິກໍາທີ່ບໍ່ເໝາະສົມຂອງຕົນໃຫ້ເປັນໄປຕາມລໍາດັບ ຕາມຄວາມສາມາດຂອງຕົນ.
(2). ເປັນຜູ້ປະຕິບັດຕົງ ຄືພະຍາຍາມເຮັດໃຫ້ຕົນຊື່ຕົງຕໍ່ຄໍາສອນເຫຼົ່ານັ້ນ ເປັນຜູ້ຕົງຕໍ່ຕົນເອງ ແລະ ຜູ້ອື່ນ, ຕໍ່ພາລະກິດຂອງສາສະໜາ.
(3). ເປັນຜູ້ປະຕິບັດທຳ ຄືຄວາມຕັ້ງໃຈເຮັດໃຫ້ສະຫງົບກາຍ ວາຈາ ແລະ ໃຈ ຄືຄວາມຫຼຸດພົ້ນຈາກທຸກ.
(4). ເປັນຜູ້ປະຕິບັດສົມຄວນ ຄືປະຕິບັດສົມກັບເປັນສະມະນະເພດ, ສົມຄວນແກ່ຖານະຈົນສາມາດຂັດເກົາກິເລດໃຫ້ຫາຍຈາກຈິດໃຈຈົນໝົດສິ້ນ.
(5). ເປັນຜູ້ສົມຄວນແກ່ການສັກກາລະທີ່ເຂົານໍາມາບູຊາຄື: ປະຕິບັດຕົນດີ, ປະຕິບັດຕົງ, ປະຕິບັດທໍາ, ປະຕິບັດສົມຄວນດັ່ງກ່າວແລ້ວ ຍ່ອມເປັນທີ່ເຄົາລົບສັກກາລະຂອງຄົນທັງຫຼາຍ.
(6). ເປັນຜູ້ຄວນແກ່ຂອງທີ່ເຂົາເອົາມາຕ້ອນຮັບ.
(7). ເປັນຜູ້ຄວນແກ່ທັກຂິນາທານ.
(8). ເປັນຜູ້ຄວນແກ່ການອັນຊິລິ ຄືເປັນຜູ້ທີ່ສົມຄວນຕໍ່ການເຄົາລົບນົບໄຫວ້ຂອງຄົນທັງຫຼາຍ.
(9). ເປັນເນື້ອນາບຸນຂອງໂລກ ບໍ່ມີນາບຸນອື່ນຍິ່ງໄປກວ່າ ເພາະຄຸນຄວາມດີຂອງພຣະສົງໄດ້ກ່າວມາແລ້ວນັ້ນ ປຽບກັບນາບຸນທີ່ຊາວໂລກຕ້ອງການ.
ດັ່ງນັ້ນພຣະສົງຈຶ່ງໄດ້ຊື່ວ່າເປັນຜູ້ປະຕິບັດຕາມຄໍາສັ່ງສອນຂອງພຣະສໍາມາສຳພຸດທະເຈົ້າ ແລ້ວສັ່ງສອນໃຫ້ຜູ້ອື່ນປະຕິບັດຕາມ.
4.2 ຫຼັກສໍາມາທິດຖິ
ສຳມາທິດຖິ ໝາຍເຖິງຄຳສອນທີ່ເຮັດໃຫ້ເກີດຄວາມເຂົ້າໃຈຢ່າງຖືກຕ້ອງ ກົງກັບຄວາມເປັນຈິງຂອງໂລກ ແລະ ຊີວິດ. ສິ່ງໃດເປັນຄວາມຊົ່ວຄວນງົດເວັ້ນ, ສິ່ງໃດເປັນຄວາມດີຄວນເຮັດ, ສິງໃດເປັນການຂະຈັດອາສະວະກິເລດໃຫ້ສິ້ນໄປຢ່າງເດັດຂາດ ແລະ ບໍ່ວ່າຈະເອົາໃຜມາພິສູດຜົນກໍອອກມາຄືກັນ ໂດຍບໍ່ຈຳກັດການເວລາ.
ພຣະສຳມາສຳພຸດທະເຈົ້າໄດ້ສະແດງຫຼັກສຳມາທິດຖິທີ່ມະນຸດທຸກຄົນຕ້ອງເຂົ້າໃຈຖືກຕ້ອງມີ 10 ປະການຄື:
1. ທານທີ່ໃຫ້ແລ້ວມີຜົນ (ໝາຍເຖິງການໃຫ້ໃນລະດັບແບ່ງປັນກັນ).
2. ຍັນທີ່ບູຊາແລ້ວມີຜົນ (ໝາຍເຖິງການໃຫ້ໃນລະດັບສົງເຄາະກັນ).
3. ການບວງສວງມີຜົນ (ໝາຍເຖິງການບູຊາບຸກຄົນທີ່ຄວນບູຊາມີຜົນດີ).
4. ຜົນຄືວິບາກຂອງກໍາດີ ແລະ ກໍາຊົ່ວ (ໝາຍເຖິງເຮັດດີໄດ້ດີ ເຮັດຊົ່ວໄດ້ຊົ່ວ).
5. ໂລກນີ້ມີ (ໝາຍເຖິງໂລກນີ້ມີຄຸນທີ່ດີເໝາະສໍາລັບໃຊ້ສ້າງບຸນ).
6. ໂລກໜ້າມີ (ໝາຍເຖິງໂລກໜ້າມີຈິງ ຕາຍແລ້ວບໍ່ສູນ ຄວາມເປັນໄປຂອງໂລກໜ້າແມ່ນມາຈາກໂລກນີ້).
7. ມານດາມີ (ໝາຍເຖິງມານດາມີຄຸນຕໍ່ບຸດຢ່າງຍິ່ງ ບຸດຄວນຕັ້ງໃຈຕອນແທນທ່ານຢ່າງເຕັມທີ່).
8. ບິດາມີ (ໝາຍເຖິງບິດາມີຄຸນຕໍ່ບຸດຢ່າງຍິ່ງ ບຸດຄວນຕັ້ງໃຈຕອບແທນຄຸນທ່ານຢ່າງເຕັມທີ່).
9. ສັດທີ່ເກີດແບບໂອບປະຕິກະມີ (ໝາຍເຖິງສັດທີ່ເກີດແລ້ວເປັນໂຕທັນມີທີ່ຈິງ ເຊັ່ນພວກທີ່ເກີດໃນທຸຄະຕິພູມ ແລະ ໃນສຸຄະຕິພູມ).
10. ສະມະພຣາມາຜູ້ປະພຶດດີ, ປະຕິບັດຊອບ, ເຮັດໃຫ້ຮູ້ແຈ້ງຕໍ່ໂລກນີ້ ແລະ ໂລກໜ້າດ້ວຍປັນຍາອັນຊອບ ແລ້ວສອນໃຫ້ຜູ້ອື່ນຮູ້ຕາມມີ (ໝາຍເຖິງພຣະອະຣະຫັນຕະສໍາມາສໍາພຸດທະເຈົ້າ, ພຣະອະຣະຫັນຜູ້ຮູ້ແຈ້ງໂລກນີ້ ແລະ ໂລກໜ້າດ້ວຍວິທີອຸດສາຫະອັນຍິ່ງໃຫຍ່ຂອງຕົນເອງ).
ເຊິ່ງຖ້າຫາກໃຜເຂົ້າໃຈໃນເລື່ອງສໍາມາທິດຖິທັງ 10 ປະການນີ້ແລ້ວ ຕ້ອງຖືວ່າບຸກຄົນນັ້ນມີວິຖີຊີວິດຢ່າງສົມບູນແບບທີ່ສຸດ.
4.3 ໄຕລັກ
ໄຕລັກນີ້ເອີ້ນອີກຢ່າງໜຶ່ງວ່າສາມັນລັກສະນະ ແປວ່າລັກສະນະ 3 ຢ່າງ ໝາຍເຖິງກົດທໍາມະຊາດທີ່ມີຢູ່ທົ່ວໄປໃນສັບພະສິ່ງ, ກົດທໍາມະຊາດນີ້ເປັນພາວະທີ່ໄດ້ຄົວຢູ່ຕາມທໍາມະຊາດ (ທໍາມະທາດ) ເປັນຫຼັກ ຫຼື ນິຍາມ ພຣະສໍາມາສໍາພຸດທະເຈົ້າຕັດເຖິງກົດທໍາມະຊາດນີ້ວ່າ ບໍ່ວ່າພຣະພຸດທະເຈົ້າທັງຫຼາຍຈະບໍ່ອຸບັດຂຶ້ນມາກໍກົດຂອງທໍາມະຊາດນັັ້ນ ແລ້ວນໍາມາປະກາດ ເປີດເຜີຍໃຫ້ບຸກຄົນອື່ນເຂົ້າໃຈຕາມເທົ່ານັ້ນ.ກົດອັນນີ້ມີຊື່ອີກຢ່າງໜຶ່ງວ່າ ສາມັນລັກສະນະ ໝາຍຄວາມວ່າເປັນລັກສະນະທົ່ວໄປ ຫຼື ມີໄດ້ທຸກບ່ອນຄືກັນທັງໝົດມີ 3 ຢ່າງຄື:
1). ອະນິດຈາ: ຄວາມເປັນຂອງທີ່ບໍ່ທ່ຽງແທ້ ໄດ້ແກ່ຄວາມບໍ່ຖາວອນ, ຄວາມບໍ່ໝັ້ນຄົງ ເມື່ອມີການເກີດຂຶ້ນແລ້ວກໍຍອມມີຄວາມເສື່ອມໄປ.
2). ທຸກຂະຕາ: ຄວາມເປັນທຸກ ໄດ້ແກ່ຄວາມເປັນຂອງທົນໄດ້ຍາກ, ທົນຢູ່ຕະຫຼອດໄປບໍ່ໄດ້, ຕ້ອງປ່ຽນແປງ ເພາະເປັນເຫດປັດໄຈຄືຄວາມເກີດຂຶ້ນ, ຄວາມເສື່ອມໄປ ແລະ ຄວາມປ່ຽນແປງ.
3). ອັດນັດຕະຕາ: ຄວາມເປັນຂອງບໍ່ແມ່ນຕົວຕົນ ໄດ້ແກ່ສິ່ງສົມມຸດຂຶ້ນ ບໍ່ແມ່ນຂອງຕົວຕົນຢ່າງແທ້ຈິ່ງ.
ອະນິດຈະຕາ ເປັນປາກົດການທີ່ສາມາດເຫັນໄດ້ທາງພາຍນອກເຊັ່ນ: ຜົມຫງອກ, ແຂ້ວຫຼ່ອນ, ເນື້ອໜັງແຫ່ວ ເປັນຕົ້ນ. ສ່ວນທຸກຂະຕາເປັນ ເນື້ອໃນຂອງສິ່ງນັ້ນ ຫຼື ເຫດໃຫ້ເກີດການປ່ຽນແປງ ເຊິ່ງກັນທີ່ຜົມຫງອກ, ແຂ້ວຫຼ່ອນ ເປັນປາກົດໃຫ້ເຫັນນັ້ນ ເປັນເພາະວ່າເນື້ອແທ້ຂອງສິ່ງເຫຼົ່ານີ້ບໍ່ມິຄວາມສົມບູນໃນຕົວ, ມີຄວາມບົກຜ່ອງໃນຕົວເອງ ຈຶ່ງທົນຢູ່ໃນສະພາບເດີມບໍ່ໄດ້ ຕ້ອງມີການປ່ຽນແປງ.
ແຕ່ ອະນັດຕະຕານີ້ ມີຄວາມໝາຍຢູ່ 2 ທາງຄື:
1). ອະນັດຕະຕາ ແປວ່າ ບໍ່ແມ່ນຕົນ ໝາຍຄວາມວ່າບໍ່ແມ່ນຕົວຕົນຂອງຄົນສິ່ງທີ່ເປັນຮູບ, ເວທະນາ, ສັນຍາ, ສັງຂານ ແລະ ວິນຍານ ເຊິ່ງປະກອບກັນເຂົ້າເປັນຮ່າງທີ່ເຮົາເຂົ້າໃຈກັນວ່າເປັນ (ຄົນ) ນີ້ບໍ່ແມ່ນຕົວຂອງຄົນ.
2). ອະນັດຕະຕາ ແປວ່າບໍ່ແມ່ນຕົວຕົນທີ່ແທ້ຈິງ ບໍ່ແມ່ນວິນຍານທີ່ຖາວອນ ຫຼື (ສິ່ງ) ທີ່ຢູ່ເບື້ອງຫຼັງຂອງການປ່ຽນແປງທັງຫຼາຍ, ອະນັດຕະຕາໃນຄວາມໝາຍນີ້ກົງກັນຂ້າມກັບອັດຕາ ຫຼື ອາຕະນັນ ທີ່ລັດທິອື່ນເຊື່ອຖື ແລະ ຢືນຢັນວ່າມີຈິງ.
ລັກສະນະທີ່ກ່າວມາສະແດງວ່າ ທຸກສິ່ງທຸກຢ່າງຢູ່ໃນໄຕລັກຄື: ສະພາບທີ່ບໍ່ທ່ຽງແທ້ຖາວອນ, ຕ້ອງປ່ຽນແປງ ເສື່ອມສະພາບໄປໃນທີ່ສຸດ, ທຸກສິ່ງເປັນຂອງທີ່ຢັ້ງຢືນ ສັບພະສິ່ງໃນຈັກກະວານຕົກຢູ່ໃນພາຍໃຕ້ກົດແຫ່ງໄຕລັກ, ບໍ່ວ່າໂລກ, ສັງຄົມມະນຸດ ແລະ ຕົວເຮົາເອງກໍຕ້ອງປ່ຽນແປງ ແລະ ເສື່ອມທະລາຍໄປໃນທີ່ສຸດ.
4.4 ອະຣິຍະສັດ 4
ອະຣິຍະສັດ ແປວ່າ ຄວາມຈິງອັນປະເສີດ ຫຼື ຄວາມຈິງຂອງພຣະອະຣິຍະບຸກຄົນ ເພາະວ່າຜູ້ໃດຫາກຮູ້ອະຣິຍະສັດດ້ວຍຍານ ຜູ້ນັ້ນກໍກາຍເປັນຜູ້ປະເສີດ ຫຼື ພຣະອະຣິຍະບຸກຄົນທັນທີ່, ອະຣິຍະສັດເປັນຫົວໃຈຂອງສາສະໜາພຸດ ເປັນຄວາມຈິງຂັ້ນສູງສຸດທີ່ພຣະສໍາມາສໍາພຸດທະເຈົ້າຄົ້ນພົບ ຫຼື ຕັດສະຮູ້ມີ 4 ປະການຄື:
1). ທຸກ ຫຼື ທຸກຂະອະຣິຍະສັດ ແປວ່າ ສະພາບທີ່ທົນໄດ້ຍາກ ທັງທາງກາຍ ແລະ ທາງໃຈ ພຣະສໍາມາສໍາພຸດທະເຈົ້າໄດ້ຮູ້ແຈ້ງໃນຄວາມຈິງ ໄດ້ແກ່ ທຸກ ແລະ ຄວາມເປັນຈິງຂອງທຸກນີ້ ໝາຍເຖິງສະພາບທີ່ທົນໄດ້ຍາກທາງກາຍ ເອີ້ນວ່າ ທຸກກາຍ ແລະ ສະພາບທີ່ທົນໄດ້ຍາກທາງໃຈ ເອີ້ນວ່າ ທຸກໃຈ, ທຸກຕາມຄວາມໝາຍນີ້ແບ່ງອອກເປັນ 2 ປະເພດຄື:
(1). ສະພາວະທຸກ: ຄືທຸກໂດຍສະພາບ ເປັນທຸກປະຈໍາສັງຂານ 3 ຢ່າງຄື: ທຸກເພາະຄວາມເກີດ, ທຸກເພາະຄວາມແກ່ ແລະ ທຸກເພາະຄວາມຕາຍ.
(2). ປະກິນຈະກະທຸກ: ຄືທຸກຍ່ອຍໆອອກໄປ ເປັນທຸກທີ່ເກີດຂຶ້ນພາຍຫຼັງ 8 ຢ່າງຄື: ຄວາມໂສກເສົ້າ, ຄວາມຮໍ່າໄຮ, ຄວາມບໍ່ສະບາຍໃຈ, ຄວາມຄັບແຄ້ນໃຈ, ຄວາມພັດພາກຈາກສິ່ງຂອງອັນເປັນທີ່ຮັກ, ຄວາມປະສົບກັບສິ່ງທີ່ບໍ່ເປັນທີ່ຮັກ ແລະ ຄວາມບໍ່ໄດ້ຕາມປາຖະໜາ.
ຜູ້ສຶກສາສາມາດສັງເກດພາວະທຸກ ແລະ ປະກິນນະກະທຸກໄດ້ວ່າ ຂະບວນການຂອງຊີວິດຕ້ອງປ່ຽນແປງໄປຕະຫຼອດເວລາ, ທັງກາຍຍະພາບເຊັ່ນ: ຄວາມເກີດ, ຄວາມແກ່, ຄວາມເຈັບ, ຄວາມຕາຍ ແລະ ທາງຈິດຕະພາບເຊັ່ນ: ຄວາມໂສກເສົ້າ, ຄວາມຄັບແຄ້ນໃຈ, ຄວາມພັດພາກຈາກສິ່ງຂອງເປັນທີ່ຮັກ, ຄວາມບໍ່ໄດ້ຕາມປາຖະໜາ ເຊິ່ງສິ່ງທັງຫຼາຍເຫຼົ່ານີ້ ເປັນສິ່ງທີ່ກໍ່ໃຫ້ເກີດຄວາມທຸກໃນຮູບແບບຕ່າງໆ ແລະ ສາມາດສະຫຼຸບໄດ້ວ່າ ພາວະຈິງທີ່ຫຼົງຜິດ ບໍ່ເຂົ້າໃຈຄວາມຈິງຕາມສະພາບຂອງທຳ ຈຶ່ງເກີດຍຶດຕິດຮ່າງກາຍ ແລະ ຄວາມຄິດຕ່າງໆນັ້ນຄືຄວາມທຸກ.
ສາສະໜາພຸດສອນໃຫ້ເບິ່ງໂລກຕາມຄວາມເປັນຈິງວ່າ: ໂລກທີ່ເຮົາເຫັນຢູ່ປັດຈຸບັນນີ້ ເປັນຄວາມຈິງຢ່າງນີ້, ຊີວິດມະນຸດມີຄວາມເປັນຈິງຢ່າງນີ້ ຫາກເຮົາບໍ່ຍອມຮັບຄວາມຈິງທີ່ປາກົດຢູ່ເຮົາກໍຈະແກ້ໄຂບັນຫາບໍ່ຖືກຈຸດ ແລະ ແກ້ໄຂບໍ່ໄດ້ຕະຫຼອດການ.
ສາສະໜາພຸດສອນວ່າ: ຄວາມທຸກເປັນສິ່ງທີ່ຄວນຮູ້ ແລະ ທໍາຄວາມເຂົ້າໃຈເພື່ອຫາທາງແກ້ໄຂ. ພຣະສໍາມາສໍາພຸດທະເຈົ້າໄດ້ຊີ້ແຈ້ງໃຫ້ເຫັນວ່າ: ມະນຸດກຳລັງປ່ວຍ ຖ້າຫາກວ່າມະນຸດຍັງເຂົ້າໃຈຜິດວ່າຕົນບໍ່ປ່ວຍ, ອາການຈະໜັກຂຶ້ນເລື້ອຍໆ ເພາະຄວາມປະໝາດຈົນເຖິງແກ່ຊີວິດ, ຖ້າມະນຸດເຂົ້າໃຈວ່າອາການປ່ວຍຂອງຕົນປ່ວຍໜັກຈົນບໍ່ມີທາງທີ່ຈະແກ້ໄຂໄດ້ມະນຸດກໍໝົດຫວັງ.
2). ສະມຸໄທ ຫຼື ທຸກຂະສະມຸໄທ ແປວ່າ: ສາເຫດທີ່ເຮັດໃຫ້ເກີດທຸກ ພຣະສໍາມາສໍາພຸດທະເຈົ້າໄດ້ຮູ້ແຈ້ງໃນສາເຫດທີ່ເຮັດໃຫ້ເກີດທຸກແມ່ນ ຕັນຫາ 3 ປະການຄື:
(1). ກາມຕັນຫາ ຄືຄວາມທະຍານຢາກ ແລະ ຄວາມເພີດເພີນ ຍິນດີໃນກາມ ຫຼື ສິ່ງທີ່ໜ້າພົບພໍ້, ໜ້າເພິ້ງພໍໃຈ.
ຄຳວ່າ: (ກາມ) ຕາມຄວາມໝາຍທາງພຸດທະສາສະໜາມີ 2 ຢ່າງຄື:
- ກິເລດກາມ ເປັນກິເລດທີ່ເຮັດໃຫ້ເກີດຄວາມຢາກ, ຄວາມເພິ່ງພໍໃຈ.
- ວັດຖຸກາມ ເປັນວັດຖຸ ຫຼື ອາລົມທີ່ຊວນໃຫ້ຮູ້ສຶກຢາກ ແລະ ຕິດໃຈຢ່າງໜຶ່ງຄື: ຮູບ, ສຽງ, ກິ່ນ, ຣົດ, ໂຜດຖັບພະ.
(2). ພາວະຕັນຫາ ຄືຄວາມຢາກທີ່ເປັນສະພາບທີ່ຕົນປາຖະໜາຈະເປັນເຊັ່ນ: ຢາກເປັນເສດຖີ, ຢາກເປັນນາຍົກ, ຢາກເປັນດາລາ.
(3). ວິພາວະຕັນຫາ ຄືຄວາມຢາກທີ່ຕົນບໍ່ປາຖະໜາພົບພໍ້ ເຊັ່ນ: ບໍ່ຢາກແກ່, ບໍ່ຢາກເຈັບ, ບໍ່ຢາກຕາຍ ເປັນຕົ້ນ.
3). ນິໂຣດ ຫຼື ທຸກຂະນິໂຣດ ແປວ່າ: ຄວາມດັບສະໜິດແຫ່ງທຸກ ພຣະສໍາມາສໍາພຸດທະເຈົ້າ ສອນວ່າ ການດັບທຸກ ຕ້ອງດັບຢູ່ທີ່ຕົນເຫດທີ່ເຮັດໃຫ້ເກີດທຸກ ເມື່ອດັບໄປແລ້ວ, ຜົນທີ່ເກີດຈາກເຫດຍ່ອມດັບໄປດ້ວຍກັນ ແລະ ຄວາມດັບແຫ່ງທຸກໃນທີ່ນີ້ໝາຍເຖິງການດັບຕັນຫາ 3 ປະການນັ້ນເອງ.
ການທີ່ຈະໄດ້ຕັນຫາໄດ້ໂດຍກົງນັ້ນເປັນສິ່ງທີ່ເຮັດໄດ້ໂດຍຍາກ ເພາະຕັນຫາມີພະລັງແຮງກໍາ, ຕັນຫາເປັນພຶດຕິກຳຂອງຈິດທີ່ເກີດມາຄູ່ກັບຈິຈົນເຮັດໃຫ້ສ່ວນໃຫຍ່ເຂົ້າໃຈວ່າ ຄວາມຢາກເປັນທໍາມະຊາດຂອງຈິດທີ່ແຍກກັນບໍ່ອອກ, ນອກຈາກນີ້ຍັງມີຄວາມອາໄລອາວອນຄວາມຮັກໃນຕັນຫາໂດຍເຂົ້າໃຈວ່າເປັນຕົວຕັນຫາ ເປັນຕົວຕົນຂອງຕົນເອງ ຈຶ່ງບໍ່ຢາກກໍາຈັດຕັນຫາ ປຽບເໝືອນໄຟທີ່ກຳລັງລຸກວຶບໆຢູ່ ຈະໃຫ້ດັບລົງໃນທັນທີ່ທັນໃດນັ້ນຍ່ອມເຮັດໃຫ້ໄດ້ໂດຍຍາກ, ສະນັ້ນ ການດັບຕັນຫາຈຶ່ງຕ້ອງຄ່ອຍໆເຮັດໄປຕາມຂັ້ນຕາມລໍາດັບເອີ້ນວ່າ ມັກມີອົງແປດ 8.
4). ມັກ ຫຼື ທຸກຂະນີໂຣທະຄາມີນີປະຕິປະທາ ແປວ່າ ທາງ ຫຼື ມັກຄະວິທີທີ່ຈະນໍາໄປສູ່ຄວາມດັບທຸກ ຫຼື ດັບຕັນຫາ. ໄດ້ແກ່ອະຣິຍະມັກມີອົງແປດ 8.
(1). ສໍາມາທິດຖິ: ຄວາມເຫັນຊອບ ມີລັກສະນະເດັ່ນໆຄື:
1). ຄວາມເຂົ້າໃຈຊັດວ່າອັນໃດຄືທຸກ, ອັນໃດຄືສາເຫດຂອງທຸກ, ອັນໃດຄືຄວາມດັບທຸກ ແລະ ອັນໃດຄືມັກຄະວິທີ ຫຼື ມັກຄະປະຕິບັດທີ່ຈະນໍາໄປສູ່ຄວາມດັບທຸກ.
2). ຄວາມເຂົ້າໃຈວ່າອັນໃດຖືກຸສົນກໍາ ແລະ ອັນໃດຄືອະກຸສົນກໍາ.
3). ຄວາມເຂົ້າໃຈກັບປະຕິດຈະສະມຸບບາດ ຄືຂະບວນການເກີດຂຶ້ນ ແລະ ດັບແຫ່ງທຸກໂດຍປັດໄຈທີ່ອາໄສເຊິ່ງກັນ ແລະ ກັນ.
(2) ສໍາມາສັງກັບປະ: ຄວາມດໍາລິຊອບ ມີລັກສະນະເດັ່ນ 3 ປະການຄື:
1). ຄວາມຄິດທີ່ປອດໂປ່ງ ບໍ່ມົວສຸມພົວພັນໃຈສິ່ງທີ່ສະໜອງຄວາມຢາກຂອງຕົນ ແມ່ນ: ຮູບ, ສຽງ, ກິ່ນ, ຣົດ, ສໍາຜັດ, ທີ່ເອີ້ນວ່າ ກາມະຄຸນ, ລວມເຖິງຄວາມເສຍສະຫຼະປາສະຈາກການຄິດຫາປະໂຫຍດໃສ່ຕົນ (ເນກຂໍາມໍາວິຕົກ).
2). ຄວາມຄິດທີ່ບໍ່ພະຍາບາດ ທໍາຮ້າຍຕໍ່ຄົນອື່ນ, ຈິດໃຈປ່ຽນລົ້ນໄປດ້ວຍເມດຕາ ກະລຸນາ (ອັບພຣະຍາປາທະວິຕົກ).
(3). ສໍາມາວາຈາ: ການເຈລະຈາຊອບ ມີລັກສະນະຄື:
1). ງົດເວັ້ນຈາກການເວົ້າຕົວະ (ມຸສາວາດ).
2). ງົດເວັ້ນຈາກການເວົ້າຍຸແຍ່ໃຫ້ເກີດຄວາມແຕກແຍກ (ປິສຸນະວາຈາ).
3). ງົດເວັ້ນຈາກການເວົ້າຫຍາບຄ້າຍ (ຜຸດສະວາດ).
4). ງົດເວັ້ນຈາກການເວົ້າທີ່ບໍ່ມີສາລະປະໂຫຍດ, ເວົ້າມົ້ວ (ສໍາຜັບລາປະ)ກ
(4). ສໍາມາກໍາມັນຕະ: ການງານຊອບ.
1). ງົດເວັ້ນຈາກການທໍາລາຍຊີວິດຄົນອື່ນ ແລະ ສັດອື່ນໆ (ປານາຕິບາດ).
2). ງົດເວັ້ນຈາກການລັກສິ່ງຂອງຄົນອື່ນ (ອະທິນນາທານ).
3). ງົດເວັ້ນຈາກການປະພຶດຜິດໃນກາມ (ກາເມສຸມິດສາຈານ).
(5). ສໍາມາທິດຖິ: ການລ້ຽງຊີບໂດຍຊອບ: ໝາຍເຖິງວຽກງານ ຫຼື ອາຊີບທໍາມາຫາກິນທີ່ສຸຈະລິດ, ເວັ້ນຈາກມິດສາຊີບ ຄືການລ້ຽງຊີວິດທີ່ຜິດ, ຄົດໂກງຄົນອື່ນ, ຫຼອກລວງຄົນອື່ນ, ເວັ້ນຈາກການບັງຄັບຂູ່ເຂັນ, ຂົ່ມເຫັງຄົນອື່ນ ແລະ ລວມເຖິງອາຊີບ 5 ປະການຄື:
          1). ການຄ້າມະນຸດ.
          2). ຄ້າອາວຸດ.
          3). ການຄ້າຊີ້ນສັດ.
          4). ການຄ້າສຸລາ ແລະ ຢ່າເສບຕິດ.
          5). ການຄ້າຢາພິດ.
(6). ສໍາມາວາຍາມະ: ຄວາມພຽນຊອບ ໝາຍເຖິງຄວາມພະຍາຍາມທາງຈິດໃຈຢ່າງໜຶ່ງ 4 ປະການ (ສໍາລັບປະທານ) ຄື:
1). ພຽນລະວັງບໍ່ໃຫ້ຄວາມຊົ່ວເກີດຂຶ້ນ (ສັງວອນປະທານ).
          2). ພຽນລະຄວາມຊົ່ວທີ່ເກີດຂຶ້ນແລ້ວ (ປະຫານປະທານ).
          3). ພຽນສ້າງຄວາມດີທີ່ຍັງບໍ່ທັນເກີດຂຶ້ນ (ພາວະນາປະທານ).
          4). ພຽນຮັກສາຄວາມດີທີ່ເກີດຂຶ້ນແລ້ວບໍ່ໃຫ້ເສື່ອມເສຍໄປ (ອະນຸລັກຂະນາປະທານ).
(7). ສໍາມາສະຕິ: ການຕັ້ງສະຕິຊອບ ໝາຍເຖິງສະຕິປັດຖານ ຄືການຕັ້ງສະຕິພິປັດຖານ ຄືການຕັ້ງສະຕິພິຈາລະນາສິ່ງທັງຫຼາຍທັງປວງຕາມຄວາມເປັນຈິງ 4 ປະການຄື:
1). ພິຈາລະນາກາຍມີຫຼາຍວິທີເຊັ່ນ: ກໍານົດລົມຫາຍໃຈເຂົ້າ-ອອກເປັນຕົ້ນ (ກາຍານຸປັດສະນາສະຕິປັດຖານ).
2). ພິຈາລະນາເວທະນາ ຄືຄວາມຮູ້ສຶກສຸກ, ທຸກ, ບໍ່ສຸກ, ບໍ່ທຸກ (ເວທະນານຸປັດສະນາສະຕິປັດຖານ).
3). ພິຈາລະນາຈິດ ຄືການຮູ້ເທົ່າທັນຄວາມນຶກຄິດເຊັ່ນເ ຮູ້ວ່າຈິດມີລາຄະ ຫຼື ບໍ່ມີລາຄະ ຫຼື ບໍ່ມີລາຄະ, ມີໂທສະ ຫຼື ບໍ່ມີໂທສະ ເປັນຕົ້ນ. (ຈິດຕານຸປັດສະນາສະຕິປັດຖານ).
4). ພິຈາລະນາທໍາເພື່ອໃຫ້ເກີດປັນຍາ ຮູ້ເທົ່າທັນສະພາວະຄວາມເປັນຈິງເຊັ່ນ: ພິຈາລະນາຂັນທັງ 5 ເປັນຕົ້ນ. (ທໍາມານຸປັດສະນາສະຕິປັດຖານ).
(8). ສໍາມາສະມາທິ: ການຕັ້ງຈິດໝັ້ນໂດຍຊອບ ໝາຍເຖິງການເຮັດໃຫ້ຈິດໃຈແນ່ວແນ່ຢູ່ໃນອາລົມໃດໜຶ່ງ, ບໍ່ຫວັ່ນໄຫວຄອນແຄນ ເອີ້ນວ່າ ເອກັກຄະຕາ.
          ສະມາທິແບ່ງອອກເປັນ 3 ລະດັບຈາກຕໍ່າຫາສູງຄື:
1). ສະມາທິພຽງຊົ່່ວຂະນະເຊິ່ງເກີດກັບບຸກຄົນທົ່ວໄປໃນເວລາປະຕິບັດວຽກງານປະຈໍາວັນເອີ້ນວ່າຂະນິກະສະມາທິ.
2). ສະມາທິເກືອບແນ່ວແນ່ ເປັນສະມາທິທີ່ຈິດຕັ້ງໝັ້ນໃນລະດັບຕົ້ນ ເອີ້ນວ່າ ອຸປະຈະຣາສະມາທິ.
3). ສະມາທິທີ່ແນບສະໜິດ ເປັນສະມາທິລະດັບຊາດຕ່າງໆ ເຊິ່ງເປັນລະດັບສູງ ເອີ້ນວ່າ ອັບປະນາສະມາທິ.
ສຳມາສະມາທິໝາຍເຖິງສະມາທິລະດັບຊານ (ໝາຍເຖິງຂໍ້ທີ 3 ) ເຊິ່ງມີ 4 ຂັ້ນຄື:
1). ປະຖົມຊານປະກອບມີອົງປະກອບ 5 ຢ່າງຄື: ວິຕົກ ຄວາມໄຕ່ຕ່ອງແຕ່ລົມຫາຍໃຈເຂົ້າ-ອອກ, ວິຈານຄວາມຕຶກຕອງ, ພິຈາລະນາລົມຫາຍໃຈເຂົ້າ-ອອກ, ປິຕິ ຄາມອິ່ມເອີບ, ສຸກ ສະເຫວີຍສຸກທາງກາຍ ແລະ ໃຈທີ່ເກີດຈາກການສະຫງົບ, ເອກັກຄະຕາ ຄວາມມີສະຕິຢ່າງແນ່ວແນ່.
2). ທຸຕິຍະຊານ ມີອົງປະກອບ 3 ຢ່າງຄື: ປິຕະ, ສຸກ, ເອກັກຄະຕາ.
3). ຕະຕິຍະຊານ ມີອົງປະກອບ 2 ຢ່າງຄື: ສຸກ ແລະ ເອກັກຄະຕາ.
4)​. ຈະຕຸດຖະຊານ ມີອົງປະກອບ 2 ຢ່າງຄື: ເອກັກຄະຕາ ແລະ ອຸເປກຂາ.
4.5 ນິບພານ
ຍ້ອນວ່າຊີວິດຂອງມວນມະນຸດນັ້ນເຕັມໄປດ້ວຍຄວາມທຸກນານານັບປະການທັງທຸກກາຍ ແລະ ທຸກໃຈເຊິ່ງຜູ້ເກີດມາມີຊີວິດຢູ່ໃນໂລກ ບໍ່ສາມາດທີ່ຈະຫຼີກໜີໃຫ້ພົ້ນໄດ້, ສາສະໜາພຸດຈຶ່ງສອນໃຫ້ມະນຸດປະຕິບັດເພື່ອເຂົ້າເຖິງຄວາມຫຼຸດພົ້ນຈາກທຸກໂດຍສິ້ນເຊິ່ງ ແລະ ຕະຫຼອດໄປ, ພາວະສູງສຸດທີ່ເຂົ້າເຖິງແລ້ວຄວາມທຸກຍ່ອມດັບສິ້ນໄປຕະຫຼອດການນີ້ໄດ້ແກ່ພາວະທີ່ເອີ້ນວ່າ ນິບພານ.
1). ຄວາມໝາຍຂອງນິບພານ.
ຄຳວ່າ ນິບພານ ໂດຍຄວາມໝາຍຂອງສັບແປວ່າ ຄວາມດັບ ໂດຍເນື້ອໃນຄວາມໝາຍແລ້ວໝາຍເຖິງຄວາມດັບກິເລດ ແລະ ກອງທຸກ, ອີກໃນຄວາມໝາຍໜຶ່ງໝາຍເຖິງ ພາວະທີ່ອອກຈາກຈາກຕັນຫາ ຫຼື ພາວະກ້າອອກຈາກກິເລດເຄື່ອງຮັດກຸມ, ເປັນພາວະທີ່ເມື່ອເຂົ້າເຖິງແລ້ວເຮັດໃຫ້ກິເລດ ແລະ ທຸກທັງປວງດັບໂດຍສິ້ນເຊິ່ງ ເປັນສະມຸດຈະເສດປະຫານ ຄືເມື່ອກິເລດ ແລະ ທຸກທັງປວງດັບສິ້ນໄປແລ້ວກໍຈະບໍ່ກັບເກີດຂຶ້ນມາອີກ ຜູ້ທີ່ເຂົ້າເຖິງນິບພານນີ້ແລ້ວ ສາສະໜາພຸດເອີ້ນວ່າພຣະອະຣະຫັນ.
ໃນທາງການປະຕິບັດຜູ້ເປັນພຣະອະຣະຫັນກໍຄື: ຜູ້ໄດ້ປະຕິບັດຕາມຫຼັກສິນ, ສະມາທິ ແລະ ປັນຍາ ຫຼື ຫຼັກອະຣິຍະມັກມີອົງແປດ 8 ຈົນໄດ້ບັນລຸຜົນຂັ້ນສູງສຸດຕາມຄໍາສອນຂອງສາສະໜາພຸດຄືພຣະອະຣະຫັດຕະມັກ, ອະຣະຫັດຕະຜົນ, ກິເລດທີ່ເອີ້ນວ່າສັງໂຍດທີ່ເຫຼືອຢູ່ຈາກການທໍາລາຍຂອງມັກເບື້ອງຕໍ່ 3 ລະດັບຄື: ໂສດາປັດຕິມັກ, ສະກະທາຄາມີມັກ ແລະ ອະນາຄາມີມັກ ຈະຖືກອະຣະຫັດຕະມັກທໍາລາຍໃຫ້ໝົດສິ້ນໄປໂດຍສິ້ນເຊິ່ງ, ຜົນທີ່ຕໍ່ເນື່ອງຈາກການທໍາລາຍກິເລດຂອງອະຣະຫັດຕະເອີ້ນວ່າ ອະຣະຫັດຕະຜົນ ຜູ້ທີ່ເຂົ້າເຖິງ ຫຼື ບັນລຸອະຣະຫັດຕະມັກ ອະຣະຫັດຕະຜົນເອີ້ນວ່າ ອະຣະຫັນ ເປັນຜູ້ເຂົ້າເຖິງນິບພານຕາມຄໍາສອນຂອງສາສະໜາພຸດ.
2). ນິບພາບ 2 ປະເພດ
ການເຂົ້າເຖິງພາວະສູງສຸດຕາມຄຳສອນຂອງສາສະໜາພຸດຄືການບັນລຸນິບພານ, ພຣະອະຣະຫັນຈຶ່ງຈັດວ່າເປັນຜູ້ໄດ້ເຂົ້າເຖິງພາວະສູງສຸດ ແຕ່ມີສິ່ງທີ່ຄວນທໍາຄວາມເຂົ້າໃຈເປັນພິເສດກ່ຽວກັບອະຣະຫັນກໍຄື ລຸກຄົນທີ່ບັນລຸມັກຜົນຂັ້ນສູງສຸດທີີ່ເອີ້ນວ່າ ພຣະອະຣະຫັນນີ້ ຖ້າບັນລຸຜົນແລ້ວຍັງມີຊີວິດຢູ່ກໍເອີ້ນວ່າໄດ້ບັນລຸ ສະອຸປະທິ ເສດນິບພານ. ພຣະອະຣະຫັນຈັດເປັນຜູ້ທີ່ດັບທຸກທາງໃຈໄດ້ສິ້ນເຊີງ ເພາະກິເລດທີ່ເປັນເຫດໃຫ້ເກີດຄວາມທຸກທາງໃຈຂອງທ່ານໄດ້ຖືກອະຣະຫັດຕະມັກທໍາລາຍໄດ້ເດັດຂາດໝົດແລ້ວ, ສ່ວນຄວາມທຸກທາງກາຍເຊັ່ນ: ຄວາມເຈັບປວດ ຫຼື ຄວາມເຈັບປ່ວຍທາງກາຍຍັງຄົງມີຢູ່ຕໍ່ໄປຕາມເທົ່າທີ່ຍັງມີຊີວິດຢູ່ ເພາະສັງຂານຮ່າງກາຍເຊິ່ງເປັນວິບາກຂອງກິເລດ ແລະ ກໍາໃນອະດີດຂອງທ່ານຍັງມີຊີວິດຢູ່ຍັງບໍ່ທັນໄດ້ແຕກສະລາຍໄປ ທ່ານຈຶ່ງມີຄວາມທຸກທາງກາຍເຊັ່ນດຽວກັນກັບບຸກຄົນທົ່ວໆໄປ.
ຂໍ້ແຕກຕ່າງລະຫວ່າງອະຣະຫັນກັບປຸຖຸຊົນ ແລະ ພຣະອະຣິຍະບຸກຄົນຊັ້ນຕ່ຳທົ່ວໄປ ກໍຄືບຸກຄົນທີ່ຍັງມີກິເລດ ເມື່ອເກີດຄວາມທຸກທາງກາຍກໍຈະສົ່ງຜົນໃຫ້ເກີດຄວາມທຸກທາງໃຈ, ສ່ວນວ່າພຣະອະຣະຫັນຄວາມທຸກທາງກາຍຈະບໍ່ສົ່ງຜົນໃຫ້ເກີດຄວາມທຸກທາງໃຈ ເພາະກິເລດສ່ວນທີ່ເປັນສາເຫດໃຫ້ເກີດທຸກທາງໃຈໄດ້ດັບໄປຢ່າງໝົດສິ້ນໄປແລ້ວ ເມື່ອໃດພຣະອະຣະຫັນສິ້ນຊີວິດ ຫຼື ຕາຍ ເມື່ອນັ້ນເອີ້ນວ່າທ່ານບັນລຸ ອະນຸປາທິເສດນິບພານ ເອີ້ນອີກຢ່າງໜຶ່ງວ່າ ປະຣິນິບພານ, ເມື່ອພຣະອະຣະຫັນເຂົ້າສູ່ອະນຸປາທິເສດນິບພານ ຫຼື ປະຣິນິບພານກໍສາມາດເວົ້າໄດ້ວ່າ ເປັນການດັບໄດ້ຢ່າງສິ້ນເຊີງ ທັງທຸກທາງກາຍ ແລະ ທຸກທາງໃຈ, ເພາະຫຼັງຈາກຕາຍແລ້ວພຣະອະຣະຫັນກໍໝົດຊາດຄືຄວາມເກີດ ຈະບໍ່ມີການຕາຍວຽນເກີດໃນວັດຕະສົງສານອີກຕໍ່ໄປ.
3). ຄວາມມີຢູ່ຈິງຂອງພາວະທີ່ເອີ້ນວ່າ ນິບພານ
ຕາມຄຳສອນຂອງພຸດທະສາສະໜາ ພາວະສູງສຸດທີ່ເອີ້ນວ່ານິບພານ ທີ່ຜູ້ປາຖະໜາ ຄວາມຫຼຸດພົ້ນໂດຍສິ້ນເຊີງ, ເປັນພາວະທີ່ມີຢູ່ຈິງ ແລະ ຜູ້ດັບກິເລດໄດ້ໝົດແລ້ວເຂົ້າເຖິງໄດ້ຈິງ, ຫຼັກຖານເລື່ອງນີ້ມີພຸດມະພົດທີ່ປາກົດຢູ່ໃນຂຸດທະກະນິກາຍ ອຸທານ ແລະ ອິຕິວຸດຕະກະຕັດຢືນຢັນວ່າ:
(ພິກຂຸທັງຫຼາຍ ອາຍະຕະນະນັ້ນມີຢູ່ດິນ, ນໍ້າ, ລົມ, ໄຟ, ອາກາສານັນຈາຍະຕະນະ, ວິນຍາຍັນຈາຍະຕະນະ, ອາກິນຈັນຍາຍະຕະນະ, ເນວະສັນຍາຍະຕະນະ ໂລກນີ້ ໂລກໜ້າ, ດວງຈັນ ແລະ ດວງອາທິດທັງສອງຍ່ອມບໍ່ມີໃນອາຍະຕະນະນັ້ນ, ພິກຂຸທັງຫຼາຍ ເຮົາບໍ່ເວົ້າເຖິງເຊິ່ງອາຍະຕະນັ້ນ ວ່າເປັນການມາເປັນການໄປ, ເປັນການຕັ້ງຢູ່, ເປັນການຈຸຕິ, ເປັນການອຸບັດ ອາຍະຕະນັ້ນ ຫາທີ່ຕັ້ງອາໄສບໍ່ໄດ້ ບໍ່ໄດ້ເປັນໄປຫາອາລົມ ນີ້ແລເປັນທີ່ສຸດແຫ່ງທີ່ສຸດ).
(ພິກຂຸທັງຫຼາຍ ພາວະອັນບໍ່ເກີດແລ້ວ, ບໍ່ເປັນແລ້ວ, ອັນປັດໄຈບໍ່ມີແລ້ວ, ປຸງແຕ່ງແລ້ວ ນັ້ນມີຢູ່, ພິກຂຸທັງຫຼາຍຖ້າວ່າພາວະອັນບໍ່ເກີດແລ້ວ ບໍ່ເປັນແລ້ວ ອັນປັດໄຈບໍ່ມີແລ້ວ, ປຸງແຕ່ງແລ້ວ ຈະບໍ່ປາກົດໃນໂລກນີ້ເລີຍພິກຂຸທັງຫຼາຍ ກໍເພາະວ່າເຫດທີ່ພາວະບໍ່ເກີດແລ້ວ, ບໍ່ເປັນແລ້ວ, ອັນປັດບໍ່ມີປັດໄຈແລ້ວ, ບໍ່ປຸງແຕ່ງແລ້ວ ນັ້ນມີຢູ່ສັນນັ້ນການທີ່ສະລະອອກຈາກພາວະທີ່ເກີດແລ້ວ ເປັນແລ້ວ ປຸງແຕ່ງແລ້ວຈຶ່ງປາກົດ.
ດິນ, ນ້ຳ, ລົມ ແລະ ໄຟ ບໍ່ສາມາດຢັ່ງລົງນິບພານທາດໃດ, ໃນນິບພານນັ້ນ ດາວທັງຫຼາຍຍ່ອມບໍ່ສະຫວ່າງ, ດວງອາທິດຈັກບໍ່ປາກົດ, ດວງຈັນຍ່ອມບໍ່ສະຫວ່າງ, ຄວາມມືດບໍ່ມີ, ກໍເມື່ອໃດ ພຣາຊື່ວ່າມຸນີເພາະຮູ້ແຈ້ງ (ສັດຈະ 4 ) ແລ້ວດ້ວຍຕົນເອງ, ເມື່ອນັ້ນເຂົາຍ່ອມຫຼຸດພົ້ນຈາກຮູບ ແລະ ອະຮູບ ຈາກສຸກ ແລະ ທຸກ.
ພຣະພຸດທະພົດທັງໝົດທີ່ຍົກມາກ່າວມາໃນທີ່ນີ້ ສະແດງໃຫ້ເຫັນຢ່າງຊັດເຈນວ່າ ພາວະທີ່ເອີ້ນວ່ານິບພານນັ້ນມີຢູ່ຈິງ ແຕ່ເປັນພາວະທີ່ບໍ່ມີຢ່າງທີ່ໂລກມີ, ເວົ້າອີກຢ່າງໜຶ່ງວ່າ ອັນໃດກໍຕາມທີ່ມີຢູ່ ຫຼື ປາກົດໃນໂລກນີ້ ສິ່ງເຫຼົ່ານັ້ນບໍ່ມີຢູ່ໃນພາວະທີ່ເອີ້ນກັນວ່ານິບພານ, ບໍ່ມີທັງດວງອາທິດ ແລະ ດວງຈັນ, ບໍ່ມີທັງໂລກນີ້ ແລະ ໂລກໜ້າ, ຕາມປົກກະຕິເຮົາຄິດເຖິງສິ່ງທີ່ມີຢູ່ສິ່ງໃດສິ່ງໜຶ່ງ ເຮົາຈະຄິດເຖິງສິ່ງນັ້ນໃນລັກສະນະທີ່ມັນເຄື່ອນໄຫວໄປໃນທາງທິດໃດໜຶ່ງ ຫຼື  ເຄື່ອນໄຫວມາຈາກທິດໃດໜຶ່ງ ແຕ່ພາວະທີ່ເອີ້ນວ່ານິບພານນັ້ນບໍ່ແມ່ນທັງການໄປ ແລະ ການມາ ແລະ ບໍ່ແມ່ນທັງຢຸດນິ້ງຢູ່ກັບທີ່, ບໍ່ແມ່ນທັງການແຕກດັບ, ບໍ່ແມ່ນທັງການເກີດ ເປັນພາວະທີ່ຫາທີ່ຕັ້ງບໍ່ໄດ້, ຈຶ່ງບໍ່ສາມາດເວົ້າໄດ້ວ່າມັນມີຢູ່ໃນທີ່ໃດ ທັງເປັນພາວະທີ່ປາສະຈາກອາລົມດ້ວຍປະການທັງປວງ, ພາວະດັ່ງກ່າວນີ້ເອງ ທີ່ພຣະພຸດທະອົງຕັດວ່າ ເປັນທີ່ສຸດແຫ່ງທຸກ.
ຂໍ້ຄວາມໃນລໍາດັບຕໍ່ມານັ້ນສະແດງໃຫ້ເຫັນວ່າ ພາວະທີ່ເອີ້ນວ່ານິບພານນັ້ນ ເປັນພາວະທີ່ບໍ່ມີການເກີດຂຶ້ນ ແລະ ບໍ່ມີການເປັນໄປ ປາສະຈາກການປຸງແຕ່ງຂອງເຫດປັດໄຈ ພຣະສໍາມາສໍາພຸດທະເຈົ້າໄດ້ຢືນຢັນວ່າ ພາວະທີ່ເວົ້າມາທັງໝົດນີ້ມີຢູ່ຈິງ ເພາະຖ້າພາວະທີ່ເວົ້າມານີ້ບໍ່ມີຢູ່ຈິງແລ້ວ ການທີ່ຈະປະຕິບັດຕົນໃຫ້ເຖິງຄວາມຫຼຸດພົ້ນໄປຈາກພາວະທີ່ເກີດ ມີການກະທຳ ແລະ ປຸງແຕ່ງຂອງເຫດປັດໄຈ ກໍຈະເປັນໄປໄດ້ເລີຍ ແຕ່ເພາະພາວະທີ່ພົ້ນຈາກການປຸງແຕ່ງຂອງເຫດປັດໄຈຈຶ່ງເປັນສິ່ງທີ່ເປັນໄປໄດ້.
5. ຫຼັກຄວາມເຊື່ອ ແລະ ຈຸດມຸ່ງໝາຍອັນສູງສຸດ
ສາສະໜາພຸດເຊື່ອວ່າ ຕາບໃດທີ່ມະນຸດຍັງບໍ່ໝົດກິເລດ, ວິນຍານກໍຈະວຽນຕາຍວຽນເກີດຢ່າງບໍ່ມີວັນຈົບສິ້ນ, ຄົນອາດເກີດເປັນສັດ, ສັດອາດເກີດເປັນຄົນກໍໄດ້, ເພາະວ່າເປັນໄປຕາມອໍານາດກຳທີ່ໄດ້ກະທຳໄວ້, ນອກຈາກນີ້ກໍອາດໄປເກີດໃນທຸຄະຕິພູມມີ: ເປດ, ອະສຸຣະກາຍ, ສັດນະຣົກ ແລະ ສັດເດຍລະສານເປັນຕົ້ນ​ ຫຼື ໄປເກີດໃນສຸຄະຕິພູມມີີມະນຸດ, ເທວະດາ, ພຣົມ ກໍໄດ້ ການທີ່ໄປເກີດໃນພູມຕ່າງໆເພາະວ່າມະນຸດ ແລະ ສັດທັງຫຼາຍມີກິເລດ, ເມື່ອມີກິເລດຈຶ່ງເຮັດໃຫ້ສ້າງກຳ ເມື່ອເຮັດກຳຈຶ່ງໄດ້ຮັບຜົນກຳ ແລ້ວກໍເກີດກິເລດອີກ, ມີການວົນວຽນຢູ່ແບບນີ້ ບໍ່ສາມາດໄປໃສໄດ້ ແລະ ບໍ່ມີທີ່ສິ້ນສຸດ ຈົນກວ່າຈະໝົດກິເລດ ຈຶ່ງຈະເຂົ້າສູ່ນິບພານໂດຍບໍ່ຕ້ອງວຽນຕາຍວຽນເກີດອີກຕໍ່ໄປ, ນິບພານຈຶ່ງເປັນຈຸດໝາຍສູງສຸດໃນພຸດທະສາສະໜາ, ເມື່ອໃຜຫາກເຂົ້າເຖິງແລ້ວກໍບໍ່ຕ້ອງເກີດ, ແກ່, ເຈັບ, ຕາຍອີກ. ຢຸດການວຽນຕາຍວຽນເກີດໃນວັດຕະສົງສານ, ບໍ່ມີທຸກກາຍທຸກໃຈອີກຕໍ່ໄປ ນິບພານເປັນໂລກກຸດຕະຣະຢູ່ເໜືອສົມມຸດ, ຢູ່ເໜືອກະແສໂລກບໍ່ສາມາດພັນລະນາໄດ້ ແຕ່ກໍບໍ່ເປັນພາວະທີ່ມີຢູ່ບໍ່ໄດ້ສູນຫາຍໄປ.
6. ພິທີກໍາທີ່ສໍາຄັນ
ພິທີກຳເປັນອົງປະກອບໜຶ່ງຂອງສາສະໜາພຸດ ເປັນກິດຈະກຳທີ່ເຊື່ອມໂຍງລະຫວ່າງຜູ້ປະຕິບັດກັບຄວາມຈິງ. ພິທີກຳນອກຈາກຈະເປັນເລື່ອງຂອງຄວາມຜູກພັນລະຫວ່າງສາສະນິກກະຊົນກັບສາສະໜາທຳແລ້ວ ຍັງເປັນການສະແດງເຖິງຄວາມໝາຍຂອງສາສະໜາພ້ອມ.
1). ເປັນພິທີກໍາກ່ຽວກັບວິໄນສົງໂດຍສະເພາະ ແລະ ດໍາເນີນການເຮັດພິທີສະເພາະສໍາລັບພຣະສົງເທົ່ານັ້ນ, ຄາຣະວາດບໍ່ໄດ້ຮ່ວມນໍາ ພິທີນີ້ເອີ້ນວ່າ: ສັງຄະກໍາ ແລະ ຄາຣະວາດມີສ່ວນຮ່ວມໃນສ່ວນອື່ນທີ່ບໍ່ແມ່ນສັງຄະກໍາເຊັ່ນ: ພິທີບັນພະຊາອຸປະສົມບົດ, ພິທິເຂົ້າພັນສາ ແລະ ອອກພັນສາ.
2). ພິທີເຮັດງານບຸນ ພຣະສົງ ແລະ ຄະຣາວາດດໍາເນີນການຮ່ວມກັນເພື່ອໃຫ້ເກີດຄວາມເປັນສິລິມຸງຄຸນແກ່ຊີວິດເຊັ່ນ: ພິທີກໍາຂຶ້ນເຮືອນໃໝ່, ພິທີກໍາຖວາຍສັງຄະທານ, ພິທີທອດກະຖິນ ແລະ ອື່ນໆ.
3). ພິທີງານອະວະມຸງຄຸນ ພຣະສົງ ແລະ ຄະຣາວາດເຮັດພ້ອມໆກັນ ເພື່ອອຸທິດສ່ວນກຸສົນແກ່ຊາດທີ່ລ່ວງລັບໄປແລ້ວ ແລະ ເພື່ອຂະຈັດຄວາມອັບປີຈັງໄຮຕ່າງໆເຊັ່ນ:
4). ພິທີບູຊາໃນວັນສໍາຄັນທາງສາສະໜພຸດ ເປັນພິທີທີຊາວພຸດຕ້ອງປະຕິບັດຮ່ວມເຊັ່ນ: ວັນມາຄະບູຊາ, ວັນວິສາຄະບູຊາ, ວັນອາສາລະຫະບູຊາ ເປັນຕົ້ນ.
ພິທີກຳ 3 ຂໍ້ທໍາອິດແມ່ນໃນເຂດຊາວລາວ ແລະ ໄທເຄີຍປະຕິບັດກັນມາ ເຊິ່ງມັນກ່ຽວຂ້ອງກັບຮີດຄອງປະເພນີ.
ສ່ວນພິທີກຳທີ 4 ເປັນພິທີກໍາທີ່ທາງພຸດທະບໍລິສັດທົ່ວໂລກຕ້ອງປະຕິບັດຮ່ວມກັນ, ປະຕິບັດຄືກັນ ແລະ ເວລາດຽວກັນ ເຊິ່ງຖືໄດ້ວ່າເປັນພິທີກໍາສາກົນສໍາລັບຊາວພຸດ ດັ່ງລາຍລະອຽດດັ່ງລຸ່ມນີ້:
1. ພິທີບູຊາວັນມາຄະບູຊາ ພິທີນີ້ປະຕິບັດໃນວັນເພັງ 15 ຄໍ່າເດືອນ 3 ກິດຈະກໍາປະຕິບັດມີຄື:
1). ປະດັບປະດາທຸງສາສະໜາ ແລະ ທຸງທໍາມະຈັກໄວ້ຕາມວັດວາອາຣາມ.
          2). ຕັກບາດ, ຖວາຍສັງຂະທານ.
          3). ຟັງເທດ.
          4). ວຽນທຽນ.
ປະຫວັດຄວາມເປັນມາຂອງວັນມາຄະບູຊາຄື: ພາຍຫຼັງທີ່ພຣະພຸດທະເຈົ້າຕັດສະຮູ້ໄດ້ 9 ເດືອນ, ໃນຂະນະທີ່ພຣະອົງປະທັບຢູ່ທີ່ ເວລຸວັນມະຫາວິຫານ, ກຸງຣາຊະຄຶກ ໄດ້ມີການປະຊຸມພຣະສາວົກຄັ້ງຍິ່ງໃຫຍ່ ເອີ້ນວ່າ (ຈະຕູຣົງຄະສັນນິບາດ) ຄືການປະຊຸມມີອົງປະກອບ 4 ຢ່າງຄື:
          1). ເປັນວັນອຸໂປສົດຂຶ້ນ 15 ຄໍ່າ ເດືອນ 3.
          2). ພຣະສາວົກ 1,250 ອົງ ມາປະຊຸມເອງໂດຍທີ່ບໍ່ໄດ້ນັດໝາຍ.
          3). ສາວົກທັງຫຼາຍລ້ວນແຕ່ເປັນພຣະອະຣະຫັນທັງໝົດ.
          4). ເປັນຜູ້ທີ່ພຣະພຸດທະເຈົ້າອຸປະສົມບົດໃຫ້ເອງ.
ການປະຊຸມຄັ້ງນັ້ນເປັນການປະຊຸມຄັ້ງຍິ່ງໃຫຍ່ຄັ້ງທຳອິດ, ພຣະອົງຈຶ່ງເຫັນເປັນໂອກາດວ່າເໝາະສົມທີ່ຈະໄດ້ປະກາດຫຼັກສູດພຣະພຸດທະສາສະໜາເພື່ອໃຫ້ສາວົກຖືເປັນນະໂຍບາຍໃນການປະກາດສາສະໜາ ຈຶ່ງໄດ້ສະແດງໂອວາທະປາຕິໂມກ ແປວ່າ ຫັກຂອງຄຳສອນ ເຊິ່ງຖືວ່າ ເປັນຫົວໃຈຫຼັງຂອງສາສະໜາພຸດເຊິ່ງມີເນື້ອໃນໃຈຄວາມຄື:
(ຄວາມອົດທົນ ຄືຄວາມອົດກັ້ນເປັນຕະບະຢ່າງຍິ່ງ, ພຣະພຸດທະເຈົ້າທັງຫຼາຍກ່າວວ່ານິບພານເປັນທໍາອັນສູງສຸດ, ບຸກຄົນຜູ້ທໍາຮ້າຍຄົນອື່ນ ບໍ່ແມ່ນບັນພຣະຊິດເລີຍ ຜູ້ບຽດບຽນຜູ້ອື່ນກໍບໍ່ຊື່ວ່າເປັນສະມະນະ).
(ການເຮັດບາບທັງປວງ ການເຮັດຄວາມດີໃຫ້ເກີດຂຶ້ນ ການຊໍາລະຈິດໃຈໃຫ້ຜ່ອງໃສ ນີ້ເປັນຄໍາສອນຂອງພຣະພຸດທະເຈົ້າທັງຫຼາຍ).
(ການບໍ່ກ່າວຮ້າຍ ການບໍ່ທໍາຮ້າຍ ການບໍ່ລວມໃນວິໄນ ຄວາມຮູ້ຈັກພໍໃນການກິນ, ການນອນ, ການນັ່ງໃນທີ່ສະຫງັດ, ການບຳເພັນພຽນໃຈ ນີ້ເປັນຄຳສອນຂອງພຣະພຸດທະເຈົ້າທັງຫຼາຍ).
2. ພິທີບູຊາໃນວັນວິຊາຄະບູຊາ ຈັດຂຶ້ນໃນວັນເພັງ 15 ຄໍ່າເດືອນ 6 (ວິສາຂະ) ພິທີປະຕິບັດ ແລະ ກິດຈະກຳຄືກັບວັນມາຄະບູຊາ.
ປະຫວັດຄວາມເປັນມາຂອງພິທີບູຊາ ເພາະວັນເພັງ 15 ຄໍ່າ ເດືອນ 6 ເປັນວັນຄ້າຍວັນປະສູດ, ຕັດສະຮູ້ ແລະ ປະຣິນິບພານ ຂອງພຣະສຳມາສຳພຸດທະເຈົ້າ, ຊາວພຸດທັງຫຼາຍຖືວ່າເປັນວັນສຳຄັນທາງພຸດທະສາສະໜາ.
3. ພິທີບູຊາໃນວັນອາສາລະຫະ ຈັດຂຶ້ນໃນວັນເພັງ 15 ຄໍ່າ ເດືອນ 8 ມີພິທີໃນການປະຕິບັດ ແລະ ກິດຈະກຳຄືກັບວັນມາຄະບູຊາ.
ມີປະຫວັດຄວາມເປັນມາຄື: ເປັນວັນທີພຣະພຸດທະເຈົ້າໄດ້ສະແດງເທສະໜາ ທຳມະຈັກກັບປະວັດຕະນະສູດແກ່ປັນຈະວັກຄີ ແລະ ເມື່ອໄດ້ສະແດງແລ້ວ ອັນຍາໂກນທັນຍະຜູ້ທີ່ເປັນຫົວໜ້າຂອງປັນຈະວັກຄີໄດ້ດວງຕາເຫັນທຳ, ພຣະພຸດທະອົງໄດ້ປະທານອຸປະສົມບົດໃຫ້ກັບອັນຍາໂກນທັນຍະເປັນຄົນທຳອິດ, ວັນນັ້ນຈຶ່ງເປັນວັນທີ່ມີພຣະອະຣິຍະສົງອຸບັດຂຶ້ນໃນໂລກ ຈຶ່ງເຮັດໃຫ້ພຣະລັດຕະນະໄດ້ຄົນບຸລິບູນຄື ພຣະພຸດ ແລະ ພຣະທຳ ສົງຊາວພຸດທົ່ວໂລກຈຶ່ງຖືວ່າວັນອາສາລະຫະເປັນທີ່ສຳຄັນອີກວັນໜຶ່ງຂອງພຸດທະສາສະໜາ.
7. ນິກາຍໃນສາສະໜາ
ສາສະໜາພຸດມີນິກາຍທີ່ສຳຄັນ 2 ນິກາຍ ທີ່ເກີດຈາກການສັງຄະຍາຄັ້ງທີ 2 ເປັນເຫດໃຫ້ພຣະວິໄນມີການແຕກຕ່າງກັນໄປຄື:
1). ນິກາຍເຖຣະວາດ ໄດ້ແກ່ນິກາຍທີ່ຄະນະສົງມີພຣະຍະສະກາລັນທະປຸດເຖຣະ ຖືຕາມແນວພຸດທະບັນຍັດ, ພຣະເຖຣະທັງຫຼາຍໂດຍມີພຣະມະຫາກັດສະປະເປັນປະທານໄດ້ມີການສັງຄະຍະນາໄວ້ ຄະນະສົງຄະນະນີ້ເອີ້ນອີກຢ່າງໜຶ່ງວ່າ (ສະຖະວິຣະ) ຫຼື ໃນການເວລາຕໍ່ມາຖືກພວກນິກາຍມະຫາຍານເອີ້ນວ່າ: (ຫິນະຍານ) ເຊິ່ງແປວ່າຍານຂັ້ນຕ່ຳ, ຍານບໍ່ດີ, ຍານນ້ອຍ, ຍານແຄບ ບໍ່ສາມາດນຳສັດໂລກໄປສູ່ຄວາມພື້ນທຸກໄດ້ຫຼາຍ ເພາະມີວັດປະຕິບັດເຂັ້ມງວດເກີນ ເຮັດໃຫ້ຜູ້ປະຕິບັດຈົນບັນລຸຈຸດໝາຍປາຍທາງໄດ້ຍາກ ແຕ່ໃນການປະຊຸດພຸດທະສາສະນິກສຳພັນຄັ້ງທຳອິດທີ່ປະເທດສີລັງກາປີ ພ.ສ 2493 ໄດ້ລົງມະຕິເປັນເອກະສັນໃຫ້ເລິກໃຊ້ຄຳວ່ ຫິນະຍານ ໃຫ້ໃຊ້ຄຳວ່າ ເຖຣະວາດແທນ ເພາະເຫັນວ່າ ຫິນະຍານ ເກີດຍ້ອນການຂັດແຍ່ງກັນໃນອະດິດ, ນິກາຍເຖຣະວາດນີ້ຕັ້ງໝັ້ນຢູ່ໃນປະເທດສີລັງກາ, ມຽນມາ, ໄທ, ລາວ ແລະ ກຳປູເຈຍ.
2). ນິກາຍອາຈະຣິຍະວາດ ໄດ້ແກ່ນິກາຍທີ່ຊູຊາວວັດຊີຖືຕາມທີ່ອາຈານຂອງຕົນໄດ້ສອນ ແລະ ແຂ້ໄຂ ຂຶ້ນພາຍຫຼັງ, ເພາະຄະນະສົງນີ້ເອີ້ນຢ່າງໜຶງວ່າ (ມະຫາສັງຄິກະ) ແລະ ໃນເວລາຕໍ່ມາໄດ້ເອີ້ນຕົນເອງວ່າ (ມະຫາຍານ) ແປວ່າ ຍານໃຫຍ່, ສາມາດບັນທຸກສັດໂລກໄປສູ່ຄວາມພົ້ນທຸກໄດ້ຫຼາຍ ເພາະໄດ້ມີການແກ້ໄຂຂໍ້ປະຕິບັດ ເພື່ອໃຫ້ອຳນວຍຄວາມສະດວກຍິ່ງຂຶ້ນ ສາມາດຊ່ວຍສັດໄປສູ່ຄວາມພົ້ນທຸກໄດ້ຫຼາຍ, ນິກາຍມະຫາຍານນີ້ ແຜ່ຫຼາຍໃນຕິເບດ, ຈີນ, ມົງໂກນ, ເກົາຫຼີ, ຫວຽດນາມ, ສິກຂິມ ແລະ ພູຖານ.
ທັງນິກາຍເຖຣະວາດ ແລະ ມະຫາຍານ ເວົ້າລວມແລ້ວຫຼັກການໃຫຍ່ໆກໍຄືອັນດຽວກັນ, ເຖິງວ່ານິກາຍມະຫາຍານຈະມີລັດທິກາຍແຍກອອກໄປຫຼາຍ, ມີພຣະສູດ ແລະ ຄຳພີສາສະໜາເພີ່ມຂຶ້ນໃນໄລຍະຫຼັງຢ່າງຫຼວງຫຼາຍ, ຄວາມແຕກຕ່າງກັນລະຫວ່າງນິກາຍເຖຣະວາດກັບມະຫາຍານມີຄື:

ເຖຣະວາດ
ມະຫາຍານ
1. ຖືເລື່ອງອະຣິຍະສັດເປັນສິ່ງສໍາຄັນ.
2. ຖືຄຸນນະພາບຂອງສາສະນິກກະຊົນເປັນສິ່ງສໍາຄັນ.

3. ມີພຣະພຸດທະເຈົ້າອົງດຽວ ພຣະສະມະໂຄດົມ ຫຼື ພຣະສາກະຍະມຸນີ.

4. ມີຄວາມພົ້ນຈາກກິເລດ, ຊາດພົບເປັນອັດຕັດຖະຈະຣິຍາແລ້ວບໍາເພັນປະໂຫຍດແກ່ຜູ້ອື່ນເປັນໂລກັດຖະຈະຣິຍາເປັນຄວາມໝຸ່ງໝາຍສຳຄັນ.

5. ປາຣະມີ 10 ປະການ.
6. ຖືພຣະໄຕປິດົກເຖຣະວາດເປັນທໍາມະວິໄນຍຸກ ຕາມປະຖົມສັງຄະຍະນາ, ບໍ່ມີວິໄນໃໝ່.

7. ຮັກສາທໍາມະວິໄນເດີມ.

8. ຖືວ່າພຣະອະຣະຫັນປະຣິນິບພານແລ້ວບໍ່ເກີດ ຍອມຮັບທຳມະກາຍ ແລະ ນິຣະມານກາຍ ສ່ວນນອກນັ້ນບໍ່ຍອມຮັບ.
1. ຖືເລື່ອງປາຣະມີເປັນສິ່ງສໍາຄັນ.
2. ຖືປະລິມານກ່ອນ ແລ້ວຈຶ່ງປັບປຸງນະພາບຕາມຫຼັງ, ມີການຍ້ອນຍານເລື່ອງວິໄນບາງຂໍ້ ແລະ ເພີ່ມເທວະດາ, ເພີ່ມພິທີກໍາລັງຄິດກໍາເພື່ອຈູງໃຈຄົນ, ອະທິບາຍພຸດທະມະຕິຢ່າງກວ້າງຂວາງ ເກີນປະມານເພື່ອການເຜີຍແຜ່, ຈົນເຮັດໃຫ້ພຸດທະພົດທີ່ເປັນສັດຈະນິຍົມກາຍເປັນປັດຊະຍາ ແລະ ຕັກກະວິທະຍາ.
3. ມີພຣະພຸດທະເຈົ້າຫຼາຍອົງ, ອົງເດີມຄື: ອາທິດພຸດທະ (ກາຍສີຟ້າ) ເມື່ອທ່ານບໍາເພັນຍານກໍເກີດມີພຣະຊານິພຸດທະອິກຫຼາຍອົງ ເປັນຕົ້ນວ່າ ພຣະໄວໂຣຈະນະພຸດທະອັກໂຂໄພພຸດທະ, ລັດຕະນະສົມພົບພຸດທະ, ໄພສັດສະຄຸຣຸໂອຄະສິດທິ ແລະ ອາມິຕາພາ ສະເພາະອົງນີ້ມີມາໃນຮ່າງທີ່ເປັນຄົນ (ມານຸສີ ພຸດທະ) ຄື: ພຣະສາກະຍະມຸນີ.
4. ມີຄວາມເປັນໂພທິສັດ ແລະ ພຸດທະພູມ ເພື່ອບໍາເພັນໂລກັດຖະຈະຣິຍາໄດ້ເຕັມທີ່ ເປັນຄວາມມຸງໝາຍ ແລະ ມີພຣະໂພທິສັດຫຼາຍອົງເຊັ່ນ: ພຣະອະວະໂລກິເຕສວນ, ມັນຊຸສີ, ວັດຊະຣະປານີ, ກະສິຕະ, ຄັນພຣະ, ສະມັນຕະພັດ, ອະຣິຍະເມດໄຕເປັນຕົ້ນ.
5. ປາຣະມີ 6 ປະການຄື: ທານ, ສິນ, ວິໄນ, ຂັນຕິ, ຊານ, ປັນຍາ ເພື່ອໃຫ້ເຖິງຄວາມສຳເລັດເປັນພຣະໂພທິສັດ ແລະ ເປັນປາຕິປາທາຂອງພຣະໂພທິສັດ.
6. ຖືພຣະທໍາມະວິໄນເກົ່າ ແລະ ມີພຣະພຸດສູດໃໝ່ເພ່ມເຕີ່ມເຊັ່ນ: ສຸຂາວະດີວະຍຸຫະສູດ, ລັງກາວະຕານສູດ, ສັດທຳມະປຸນນະທະຣິກະສຸດ, ປັດຊະຍາປາຣະມີຕາສູດ ເປັນຕົ້ນ.
7. ປັບປຸງທໍາມະວິໄນໃຫ້ເຂົ້າກັນກັບພາວະສິ່ງແວດລ້ອມ.
8. ຖືວ່າພຣະອະຣະຫັນເມື່ອປະຣິນິບພານພານແລ້ວກັບມາເກີດໃໝ່ສຳເລັດເປັນພຣະພຸດທະເຈົ້າອີກ.
9. ຖືວ່າພຣະພຸດທະເຈົ້າມີ 3 ກາຍຄື: 1. ທໍາມະກາຍ ແມ່ນ ທໍາມະ, 2. ສໍາໂພຄະກາຍ ຫຼື ກາຍຈໍາລອງ, 3. ນິຣະມານກາຍ ເປັນກາຍທີ່ຕັ້ງຢູ່ໃນສະພາບທຳມະດາຄື: ຕ້ອງແກ່, ເຈັບ, ຕາຍ ເພາະວ່າພຣະພຸດທະເຈົ້າແທ້ໆນັ້ນບໍ່ມີສະພາບແບບນີ້ ຄ້າຍໆຄືກັບປະຣະມາຕະມັນຂອງພຣະ.



8. ສັນຍະລັກຂອງສາສະໜາ
ສັນຍະລັກຂອງສາສະໜາພຸດມີຫຼາຍຢ່າງ ແຕ່ສັນຍາລັກທີ່ຮູ້ຈັກໂດຍທົ່ວໄປມີຄື:
1). ທໍາມະຈັກ ໝາຍເຖິງວົງລໍ້ແຫ່ງທໍາ, ທໍາມະຈັກໃຊ້ແທນຫຼັກທໍາຄື: ມັກມີອົງ 8, ອະຣິຍະສັດສີ່ 4 ເປັນທໍາທີ່ພຣະພຸດທະເຈົ້າຕັດສິຮູ້, ທຳມະຈັກມີ 8 ກຳ (8 ຊິກຂອງວົງລໍ້) ໄດ້ຮັບຮອງໃຫ້ເປັນສັນຍະລັກຂອງພຸດທະສາສະໜາໃນລະດັບຊາດ ແລະ ທຸງທາງສາສະໜາ 6 ສີ (ສັບພັນລັງສີ) ທີ່ໃຊ້ຢູ່ປະເທດສີລັງກາ ດຽວນີ້ໄດ້ຮັບຮອງເປັນທຸງທາງສາສະໜາລະດັບຊາດ.
2). ພຣະພຸດທະເຈົ້າ ເປັນສິ່ງທີ່ນິຍົມກັນສ້າງຂຶ້ນໃນອະຣິຍະບົດຕ່າງໆ ເພື່ອເອົາໄວ້ເຄົາລົບບູຊາແທນອົງບໍລິສຸດທິຄຸນ ແລະ ມະຫາກະລຸນາທິຄຸນຂອງພຸດທະອົງ.
3). ຮອຍພຣະພຸດທະບາດ ໃນສະໄໝທີ່ຍັງບໍ່ມີການສ້າງພຣະພຸດທະຄຸນ, ຊາວພຸດນິຍົມສ້າງຮ້ອຍພຸດທະບາດແທນອົງສຳມາສຳພຸດທະເຈົ້າ ແລະ ຮ້ອງຮອຍແຫ່ງຄວາມດີທີ່ພຸດທະອົງໄດ້ປະທັບໄວ້ເປັນແບບຢ່າງ.
4). ໃບໂພ ຫຼື ຕົ້ນໂພ ເປັນຕົ້ນໄມ້ທີ່ພຣະພຸດທະເຈົ້າອາໄສໃນລະຫວ່າງປ່າບໍາເພັນພຽນ ແລະ ໄດ້ຕັດສະຮູ້ອະຣິຍະສັດຈະທຳເປັນພຣະສຳມາສຳພຸດທະເຈົ້າ.
v  ສະຫຼຸບ
- ສາສະໜາພຸດກໍາເນີດຢູ່ປະເທດອິນເດຍ ກ່ອນພຸດທະສັກກະລາດ 45 ປີ, ກໍາເນີດລຸນຫຼັງສາສະໜາພຣາມ - ຮິນດູ ກ່ອນສາສະໜາຄຣິດ 543 ປີ, ກ່ອນສາສະໜາອິດສະລາມ 1.124 ປີ. ສາສະດາເອກຂອງພຸດທະສາສະໜາແມ່ນ ພຣະສໍາມາສໍາພຸດທະເຈົ້າ.
- ຫລັກຄໍາສອນທີ່ສໍາຄັນມີຄື: ພຣະລັດຕະນະໄຕ, ຫລັກສໍາມາທິດຖິ, ໄຕລັກ, ອະລິຍະສັດ4, ມັກອົງ8 ແລະນິບພານ. ສາສະໜາພຸດມີຈຸດໝາຍປາຍທາງສູງສຸດຂອງຊີວິດອັນເປັນຄວາມສະຫງົບສຸກຢ່າງນິລັນດອນແລະແທ້ຈິງຄຶ: ພຣະນິບພານ. ວິທີການທີ່ຈະບັນລຸຈຸດໝາຍສູງສຸດຂອງຊີວິດໄດ້ນັ້ນຕ້ອງປະຕິບັດຕາມອະລິຍະມັກມີອົງ8, ຊາວພຸດເຊື່ອເລື່ອງການວຽນຕາຍວຽນເກີດ ຕາບໃດທີ່ຍັງບໍ່ສິ້ນກິເລດ.
- ສາສະໜາພຸດມີ 2 ນິກາຍໃຫຍ່ຄື: ນິກາຍເຖຣະວາດ ແລະນິກາຍອາຈາຣິຍາວາດຫຼືມະຫາຍານ, ສ່ວນສັນຍະລັກໃນພຸດທະສາສະໜາແມ່ນ: ທໍາມະຈັກ, ພຸດທະຮູບ, ຮອຍພຸດທະບາດ ແລະໃບໂພ ຫຼືຕົ້ນໂພ.

ไม่มีความคิดเห็น:

แสดงความคิดเห็น

ເຮືອນ3 ນໍ້າ4