ອາຊຽນ


1      ປະຫວັດຄວາມເປັນມາຂອງອາຊຽນ
       ກຸ່ມອາຊຽນ ຫຼື ເອີ້ນວ່າ ສາມະຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ອົງການດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 8 ສິງຫາ 1967 ທີ່ ບາງກອກ ປະເທດໄທ ປະກອບມີ 5 ປະເທດເຂົ້າຮ່ວມ ຄື ໄທ, ມາເລເຊຍ, ອິນໂດເນເຊຍ, ສິງກະໂປ ແລະ ຟີລິບປິນ. ປະຈຸບັນມີ 10 ປະເທດເຂົ້າຮ່ວມ ຄື:
        -   ວັນທີ 8 ສິງຫາ             ປີ ຄ.ສ 1984 ປະເທດບຣູນາຍ ໄດ້ເຂົ້າເປັນສະມາຊິກ
        -   ວັນທີ 8 ມັງກອນ          ປີ ຄ.ສ 1995 ປະເທດຫວຽດນາມ ໄດ້ເຂົ້າເປັນສະມາຊິກ
        -   ວັນທີ 23 ກໍລະກົດ        ປິ ຄ.ສ 1997 ປະເທດລາວ ໄດ້ເຂົ້າເປັນສະມາຊິກ
        -   ວັນທີ 23 ກໍລະກົດ        ປີ ຄ.ສ 1997 ປະເທດມຽນມາ ໄດ້ເຂົ້າເປັນສະມາຊິກ
        -   ວັນທີ 28 ກໍລະກົດ        ປິ ຄ.ສ 1999 ປະເທດກໍາປູເຈຍ ໄດ້ເຂົ້າເປັນສະມາຊິກ
    ຈຸດປະສົງຂອງການສ້າງຕັ້ງອົງການອາຊີຕາເວັນອອກສຽງໃຕ້ຂຶ້ນເພື່ອ:
        -  ເລັ່ງລັດໃນການຂະຫຍາຍຕົວທາງ ດ້ານເສດຖະກິດ - ສັງຄົມ ແລະ ການພັດທະນາທາງວັດທະນະທໍາໃນພາກພື້ນ.
        -  ເພື່ອດໍາລົງ ແລະ ຮັກສາໄວ້ຊຶ່ງສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.
        -  ເພື່ອສົງເສີມການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ເປີດກ້ວາງການຄ້າລະຫວ່າງປະເທດສະມາຊິກອາຊີຕາເວັນອອກສຽງໃຕ້.
        -  ເພື່ອສົ່ງເສີມວຽກງານການຄົ້ນຄ້້ວາ ກ່ຽວກັບອາຊີຕາເວັນອອກສຽງໃຕ້ (ອາຊີອາຄະເນ) ແລະ ຮັກສາການຮ່ວມມືຢ່າງສະໜິດແໜ້ນກັບອົງການລະຫວ່າງປະເທດ ແລະ ພາກພື້ນ.ສະມາຄົມດັ່ງກ່າວນີ້ ຍັງໄດ້ຈັດຕັ້ງຄະນະກໍາມະການຖາວອນ ແລະ ຄະນະກໍາມະການພິເສດລວມມີ 13 ຄະນະຄື:
        -  ຄະນະກໍາມະການຖາວອນ ວ່າດ້ວຍ ອາຫານ ແລະ ກະເສດ
        -  ຄະນະກໍາມະການຖາວອນ ວ່າດ້ວຍ ການຂົນສົ່ງສິນຄ້າທາງທະເລ
        -  ຄະນະກໍາມະການຖາວອນ ວ່າດ້ວຍ ການຂົນສົ່ງທາງກາດ ແລະ ພົນລະເຮືອນ
        -  ຄະນະກໍາມະການຖາວອນ ວ່າດ້ວຍ ການຂົນສົ່ງ ແລະ ໂທລະຄົມ ມະນາຄົມ
        -  ຄະນະກໍາມະການຖາວອນ ວ່າດ້ວຍ ການຄ້າ ແລະ ອຸດສາຫະກໍາ
        -  ຄະນະກໍາມະການຖາວອນ ວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ
        -  ຄະນະກໍາມະການຖາວອນ ວ່າດ້ວຍ ກິດຈະກໍາສັງຄົມ ແລະ ວັດທະນະທໍາ
        -  ຄະນະກໍາມະການຖາວອນ ວ່າດ້ວຍ ການທ່ອງທ່ຽວ
        -  ຄະນະກໍາມະການຖາວອນ ວ່າດ້ວຍ ສື່ມວນຊົນ
        -  ຄະນະກໍາມະການຖາວອນ ວ່າດ້ວຍ ການຄັງ
        -  ຄະນະກໍາມະການຖາວອນ ວ່າດ້ວຍ ການຄົມມະນາຄົມ ການບໍລິການຈະລາຈອນທາງອາກາດ ແລະ ອຸຕຸນິຍົມ
        -  ຄະນະກໍາມະການຖາວອນ ປະສານງານພິເສດ
        -  ຄະນະກໍາມະການຖາວອນ ພິເສດແຫ່ງທະນາຄານກາງ ແລະ ເຈົ້າໜ້າທີ່ການເງິນ
      ນັບແຕ່ປີ ຄ.ສ 1967 ມາຈົນຮອດປີ ຄ.ສ 2004 ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ ໄດ້ຈັດກອງປະຊຸມສຸດຍອດອາຊຽນຂຶ້ນ ເຖິງ 10 ຄັ້ງ ຄື:
-           ກອງປະຊຸມສຸດຍອດອາຊຽນຄັ້ງປະຖົມມະລືໄດ້ຈັດຂຶ້ນ ທີ່ເກາະບາຫຼີ ປະເທດອິນໂດເນເຊຍ ໃນເດືອນກຸມພາ 1976 ເຊິ່ງໃນໂອກາດດັ່ງກ່າວປະເທດສະມາຊິກທັງ 5 ໄດ້ລົງນາມໃນ "ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີອາຄະເນ" ແລະ ໃນຖະແຫຼງການວ່າດ້ວຍຄວາມປອງດອງອາຊຽນ, ທັງສອງເອກະສານໄດ້ບົ່ງເຖິງຈຸດປະສົງຂອງອາຊຽນ ແນໃສ່ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ຊຸກຍູ້ການເຕີບໂຕດ້ານເສດຖະກິດ-ສັງຄົມ ແລະ ເພີ່ມທະວີຄວາມປາດຖະໜາຢາກຮວມມືກັບທຸກປະຊາຊາດທີ່ຮັກຫອມສັນຕິພາບ, ກອງປະຊຸມດັ່ງກ່າວໄດ້ສ້າງຕັ້ງກອງເລຂາປະຈໍາ ເຊິ່ງມີຂະໜາດກະທັດຮັດຂຶ້ນທີ່ຈາກາຕາ ປະເທດອິນໂດເນເຊຍ ເພື່ອເຮັດວຽກງານດ້ານບໍລິຫານ ແລະ ຊ່ວຍປະສານງານການເຄື່ອນໄຫວຕ່າງໆຂອງອາຊຽນ.
-           ກອງປະຊຸມສຸດຍອດອາຊຽນຄັ້ງທີ 2 ໄດ້ຖືກຈັດຂຶ້ນທີ່ກົວລາລໍາເປີ ປະເທດມາເລເຊຍໃນເດືອນສິງຫາ 1977 ເພື່ອລະນຶກເຖິງ ວັນສ້າງຕັ້ງອາຊຽນ ຄົບຮອບ 10 ປີ ແລະ ຕີລາຄາຄວາມຄືບໜ້າໃນການຜັນຂະຫຍາຍມະຕິຕ່າງໆ.
-           ກອງປະຊຸມສຸດຍອດອາຊຽນຄັ້ງທີ 3 ໄດ້ຈັດຂຶ້ນທີ່ ມະນີລາ ປະເທດຟີລິບປິນ ໃນເດືອນ ທັນວາ 1987 ກອງປະຊຸມຄັ້ງນີ້ ໄດ້ມີການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດບັນດາປະເທດສະມາຊິກໄດ້້ລລົງນາມໃນຖະແຫຼງການທີ່ນະຄອນຫຼວງມະນີລາ ແລະ ໄດ້ສ້າງແຜນດໍາເນີນງານຂອງອາຊຽນຂຶ້ນ, ໄດ້ມີການຮ່ວມນາມໃນອານຸສັນຍາດັດແກ້ " ສົນທິສັນຍາໄມຕຼີຈິດ ແລະ ການຮ່ວມມືໃນອາຊີອາຄະເນ " ເພືື່ອເປີດໂອກາດໃຫ້ບັນດາປະເທດທີ່ຢູ່ນອກພາກພື້ນອາຊຽນສາມາດເຂົ້າຮ່ວມເປັນພາຄີຂອງສົນທິສັນຍາດັ່ງກ່າວໄດ້.
-           ກອງປະຊຸມສຸດຍອດອາຊຽນຄັ້ງທີ 4 ໄດ້ຖືກຈັດຂຶ້ນທີ່ສິ່ງກະໂປໃນເດືອນມັງກອນ 1992.ບັນດາຫົວໜ້າລັດຖະບານອາຊຽນໄດ້ຮ່ວມກັນລົງນາມໃນຖະແຫຼງການ ສິງກະໂປ 1992 ແລະ ໃນສັນຍາກອບ ເພື່ອເພີ່ມທະການຮ່ວມມືດ້ານເສດຖະກິດຂອງອາຊຽນ. ໜຶ່ງໃນຜົນສໍາເລັດອັນສໍາຄັນຂອງກອງປະຊຸມສຸດຍອດຄັ້ງນີ້ ແມ່ນການຕັດສິນໃຈສ້າງຕັ້ງ "ເຂດການຄ້າເສລີອາຊຽນ" ພາຍໃນກໍານົດ 15 ປີ. ບັນດາປະເທດສະມາຊິກໄດ້ຮ່ວມກັນລົງນາມໃນ "ສັນຍາວ່າດ້ວຍອັດຕາພາສີຜ່ອນຜັນທີ່ມີຜົນບັງຄັບໃຫ້ຮ່ວມກັນ" ເຊິ່ງແມ່ນເອກະສານຕົ້ນຕໍເພື່ອສ້າງຕັ້ງເຂດການຄ້້າເສລີອາຊຽນ. ກອງປະຊຸມຍັງໄດ້ເພີ່ມທະວີບົດບາດຂອງເລຂາທິການໃຫຍ່ອາຊຽນ ແລະ ກໍານົດໜ້າທີ່ກອງເລຂາອາຊຽນໃຫ້ກ້ວາງອອກກ່ວາເກົ່າ.
-           ກອງປະຊຸມສຸດຍອດອາຊຽນຄັ້ງທີ 5 ໄດ້ຖືກຈັດຂຶ້ນທີ່ ບາງກອກປະເທດໄທ ໃນເດືອນທັນວາ 1995. ບັນດາຫົວໜ້າລັດຖະບານອາຊຽນໄໄດ້ອອກຖະແຫຼງການ ບາງກອກ ປີ 1995 "ສະແດງຈຸດປະສົງຈະໃຫ້ທຸກປະເທດໃນອາຊີອາຄະເນ ເຂົ້າເປັນສະມາຊິກອາຊຽນກ້າວເຂົ້າສະຕະວັດທີ 21 ແລະ ຢືນຢັນຄວາມຕັດສິນໃຈຂອງບັນດາປະເທດສະມາຊິກທີ່ຈະເພີ່ມທະວີຮ່ວມມືດ້ານການເມືອງ-ເສດຖະກິດ ແລະ ວິຊາການ ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງນີ້ ໄດ້ມີການພົບປະຄັ້ງປະຫວັດສາດລະຫວ່າງບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຂອງ 10 ປະເທດອາຊີອາຄະເນ ເຊິ່ງໄດ້ພ້ອມກັນລົງນາມໃນ "ສົນທິສັນຍາວ່າດ້ວຍເຂດປອດອາວຸດນິວເຄຼຍໃນອາຊີອາຄະເນ".
-           ກອງປະຊຸມສຸດຍອດອາຊຽນຄັ້ງທີ 6 ໄດ້ຈັດຂຶ້ນທີ່ ຮ່າໂນ້ຍ ສາທາລະນະລັດສັງຄົມນິຍົມຫວຽດນາມ ໃນວັນທີ 15-16/12/1998. ກອງປະຊຸມດັ່ງກ່າວໄດ້ຖະແຫຼງການຮ່າໂນ້ຍ ແລະ ແຜນການປະຕິບັດຮ່າໂນ້ຍ ເຊິ່ງໄດ້ເວົ້າເຖິງການລົງທຶນ ແລະ ນະໂຍບາຍອາຊຽນກ່ຽວກັບເລື່ອງຄວາມສະດວກສິນຄ້າ ແລະ ການປ່ຽນຖ້ຽວບິນຊົ່ວຄາວ, ການຕົກລົງເລື່ອງບໍລິການ ແລະ ການຮັບຮູ້ເຊິ່ງກັນ ແລະ ກັນ.
-           ກອງປະຊຸມສຸດຍອດອາຊຽນຄັ້ງທີ 7 ໄດ້ຖືກຈັດຂຶ້ນທີ່ເມືອງ ບານດາເຊຣີເບກາວັນປະເທດບຣູນາຍ ( Bandar Ceri Begawan, Brunei) ໃນວັນທີ 5-6/11/2001 ໃນວາລະດັ່ງກ່າວເພີ່ນໄດ້ຈັດ 3 ກອງປະຊຸມສຸດຍອດລວມທັງ "ASEAN+1" ແລະ ກອງປະຊຸມ "ASEAN+3" ຄັ້ງທີ 5 ຂຶ້ນ, ໄດ້ມີຖະແຫຼງການຮ່ວມກ່ຽວກັບໂລກເອດສ໌, ຖະແຫຼງການຮ່ວມກັນປະຕິບັດການຕ້ານການກໍ່ການຮ້າຍ ມີບົດລາຍງານຂອງກຸ່ມວິໄສທັດອາຊີຕາເວັນອອກ (East Asia Vision Group)  ແລະ ນອກນີ້ກອງປະຊຸມຍັງໄດ້ສົ່ງເສີມການພົວພັນຮ່ວມມືທາງດ້ານເສດຖະກິດອາຊຽນ-ຈີນຢ່າງໃກ້ຊິດ.
-           ກອງປະຊຸມສຸດຍອດອາຊຽນຄັ້ງທີ 8 ຈັດຂຶ້ນທີ່ ພະນົມເປັນ ປະເທດ ກໍາປູເຈຍ.
-           ກອງປະຊຸມສຸດຍອດອາຊຽນຄັ້ງທີ 9 ຈັດຂຶ້ນທີ່ ເກາະບາຫຼີ ປະເທດອິນໂດເນເຊຍ ( Bali,Indonasia) ເມື່ອວັນທີ 7/10/2003 ໃນກອງປະຊຸມດັ່ງກ່າວໄດ້ຈັດກອງປະຊຸມ "ASEAN+3" ຄັ້ງທີ 7 ຂຶ້ນ (ອາຊຽນ, ຈີນ, ຢີ່ປຸ່ນ ແລະ ເກົາຫຼີ), ນອກຈາກນີ້ກໍໄດ້ມີຖະແຫຼງການຮ່ວມ ແລະ ຂໍ້ຕົກລົງຮ່ວມກັນ ໂດຍສະເພາະລະຫວ່າງອາຊຽນກັບ ສ.ປ.ປ.ຈີນ, ຢີ່ປຸ່ນ, ເກົາຫຼີ ແລະ ອິນເດຍຕື່ມອີກ.
-           ກອງປະຊຸມສຸດຍອດອາຊຽນຄັ້ງທີ 10 ຈັດຂຶ້ນທີ່ວຽງຈັນ (ສ.ປ.ປ ລາວ) ໃນລະຫວ່າງວັນທີ 29-30/11/2004 ກອງປະຊຸມດັ່ງກ່າວໄດ້ປຶກສາຫາລືກ່ຽວກັບຄວາມໝັ້ນຄົງ, ຊຸມຊົນອາຊຽນ, ເສດຖະກິດສັງຄົມຊຸມຊົນອາຊຽນ, ການພັດທະນາກອງທຶນອາຊຽນ, ບັນຫາການຄ້າເສລີ, ການພົວພັນຮ່ວມມືລະຫວ່າງອາຊຽນກັບ ສ.ປ.ຈີນ,ອາຊຽນກັບຢີ່ປຸ່ນ, ອາຊຽນກັບອົດສະຕາລີ, ອາຊຽນກັບນິວຊີແລນ ແລະ ບັນຫາອື່ນໆ. ໃນກອງປະຊຸມດັ່ງກ່າວ ເພິ່ນກໍໄດ້ເປີດກອງປະຊຸມ ASEAN+3 ຂຶ້ນຕື່ມອີກ.
2      ໂຄງຮ່າງການຈັດຕັ້ງຂອງອາຊຽນ
ລະບົບການຈັດຕັ້ງຂອງສະມາຄົມປະຊາຊາດອາຊຽນປະກອບດັ່ງຕໍ່ໄປນີ້:
    ຫົວໜ້າລັດຖະບານອາຊຽນ
         ເປັນອົງການທີ່ມີອໍານາດສູງສຸດຂອງອາຊຽນ ແລະ ມີການປະຊຸມນໍາກັນຢ່າງເປັນທາງການທຸກໆ 3 ປິ ແລະ ບໍ່ເປັນທາງການຢ່າງໜ້ອຍ 1 ຄັ້ງ ເພື່ອວາງທິດທາງ ແລະ ແຜນການເຄື່ອນໄຫວຂອງອາຊຽນ.
   ເລຂາທິການໃຫຍ່
         ມີຖານະຕໍາແໜ່ງທຽບເທົ່າລັດຖະມົນຕີ, ມີໜ້າທີ່ແນະນໍາ, ສົມທົບຜັນຂະຫຍາຍການເຄື່ອນໄຫວຂອງອາຊຽນ ແລະ ຮັບຜິດຊອບຕໍ່ກອງປະຊຸມບັນດາຫົວໜ້າລັດຖະບານ ແລະ ກອງປະຊຸມລັດຖະມົນຕີອາຊຽນ ຕະຫຼອດໄລຍະກອງປະຊຸມລັດຖະມົນຕີອາຊຽນ ຕະຫຼອດໄລຍະກອງປະຊຸມຂອງຄະນະປະຈໍາອາຊຽນ.
         ເລຂາທິການໃຫຍ່ຄົນປັດຈຸບັນຊື່ວ່າ ທ່ານ ອົງເກັງຢອງ (Ong Keng Yong) ເຂົ້າຮັບຕໍາແໜ່ງໃນວັນທີ 1/01/2003 , ເປັນຄົນປະເທດສິງກະໂປ. ຄົນກ່ອນແມ່ນ ທ່ານ ໂຣໂດນໂຊ ຊີວີຣີໂນ (Rodolso Severino) ເຂົ້າຮັບຕໍາແໜ່ງໃນວັນທີ 1/01/1998 – 31/12/2002, ເປັນຄົນປະເທດຟີລິບປິນ.
  ຄະນະປະຈໍາອາຊຽນ
-           ແມ່ນອົງການປະຕິບັດນະໂຍບາຍ ແລະ ປະສານງານຂອງອາຊຽນ, ມີໜ້າທີ່ລາຍງານໂດຍກົງຕໍ່ກອງປະຊຸມ ບັນດາລັດຖະມົນຕີການຕ່າງປະເທດ ເຊິ່ງແມ່ນລັດຖະມົນຕີການຕ່າງປະເທດຂອງປະເທດເຈົ້າພາບຈັດກອງປະຊຸມ. ນອກຈາກນີ້ຍັງມີໜ້າທີ່ທົບທວນວຽກງານຂອງຄະນະກໍາມະການ ແນໃສ່ຜັນຂະຫຍາຍທິດທາງນະໂຍບາຍທີ່ກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດວາງອອກ.
 ກອງເລຂາອາຊຽນ
     ກອງເລຂາອາຊຽນໄດ້ຖືກສ້າງຕັ້ງຂຶ້ນຕາມສັນຍາທີ່ໄດ້ລົງນາມກັນ. ໂດຍບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໃນກອງປະຊຸມສຸດຍອດທີ່ບາຫຼີ ປີ 1976 ເພື່ອເພີ່ມທະວີການປະສານສົມທົບ ແລະ ການຜັນຂະຫຍາຍນະໂຍບາຍໂຄງການ ແລະ ການເຄື່ອນໄຫວຂອງໜ່ວຍງານຕ່າງໆຂອງອາຊຽນ ແລະ ກອງເລຂາອາຊຽນໄດ້ມີການປັບປຸງໜ້າວຽກ ແລະ ຜັນຂະຫຍາຍວຽກງານໃຫ້ດີກ່ວາເກົ່າ.
ກອງເລຂາອາຊຽນແຫ່ງຊາດ
     ແຕ່ລະປະເທດອາຊຽນມີກອງເລຂາແຫງຊາດ ສັງກັດໃນກະຊວງການຕ່າງປະເທດມີໜ້າທີ່ຈັດຕັ້ງ ແລະ ຜັນຂະຫຍາຍການເຄື່ອນໄຫວວຽກງານພົວພັນກັບອາຊຽນໃນລະດັບປະເທດມີຕໍາແໜ່ງເປັນຫົວໜ້າ.
ກິດຈະກໍາ   ຄວາມເປັນມາ ແລະ ຮູບການຈັດຕັ້ງຂອງບັນດາກຸ່ມອາຊີຕາເວັນອອກສຽງໃຕ້
ອຸປະກອນ   ບັດຄໍາຖາມ
ວິທີດໍາເນີນກິດຈະກໍາ
-           ແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ
-           ຕັ້ງຄໍາຖາມຄວາມເປັນມາກ່່ຽວກັບສະມາຄົມອາຊີຕາເວັນອອກສຽງໃຕ້
-           ຕາງໜ້າກຸ່ມຂຶ້ນລາຍງານ
-           ຄູ ແລະ ນັກຮຽນສະຫຼຸບຮ່ວມກັນ
3      ຖະແຫຼງການ - ສັນຍາ
ນັບແຕ່ມື້ແຕ່ງຕັ້ງຂຶ້ນມາຈົນຮອດ ປີ ຄ.ສ 2005 ສະມາຄົມອາຊຽນໄດ້ມີຖະແຫຼງການ ແລະ ສັນຍາຫຼາຍສະບັບ ເຊັ່ນ ຖະແຫຼງການ ບາງກອກ ໃນວັນທີ 8 ສິງຫາ ປີ ຄ.ສ 1967 ວ່າດ້ວຍການສ້າງຕັ້ງສະມາຄົມອາຊຽນ, ຖະແຫຼງການ ກົວລາລໍາເປີ ໃນວັນທີ 27 ພະຈິກ 1971 ວ່າດ້ວຍເຂດສັນຕິພາບ, ອິດສະລະພາບ ແລະ ເປັນກາງ, ຖະແຫຼງການ ທີ່ເກາະບາຫຼີ ໃນວັນທີ 24 ກຸມພາ ຄ.ສ 1976 ວ່າດ້ວຍຄວາມປອງດອງອາຊຽນ, ຖະແຫຼງການມະນີລາ ໃນວັນທີ 25 ທັນ ຄ.ສ 1987 ວ່າດ້ວຍການຢັ້ງຢືນຕໍ່ຖະແຫຼງການ ວ່າດ້ວຍຄວາມປອງດອງກ່ຽວກັບບັນດາປະຊາຊາດຂອງອາຊຽນ, ຖະແຫຼງການເຂດສັນຕິພາບ, ຖະແຫຼງການສິງກະໂປ ໃນວັນທີ 28 ມັງກອນ ຄ.ສ 1992 ວ່າດ້ວຍການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງອາຊຽນ, ຖະແຫຼງການບາງກອກ 1995 ວ່າດ້ວຍຈຸດປະສົງ ການເຂົ້າເປັນສະມາຊິກອາຊຽນຂອງທຸກໆປະເທດໃນອາຊີອາຄະເນ (ອາຊີຕາເວັນອອກສຽງໃຕ້) ກ່ອນສະຕະວັດທີ 21 ແລະ ຖະແຫຼງການອື່ນໆອີກໃນຕໍ່ມາ.
     ສັນຍາຂອງສະມຄົມອາຊຽນປະກອບມີ ຄື: ສົນທິສັນຍາທີ່ ເກາະບາຫຼີ ໃນວັນທີ 24 ກຸມພາ ຄ.ສ 1976 ເອີ້ນວ່າ ສົນທິສັນຍາໄມຕຼີຈິດ ແລະ ການຮ່ວມມືໃນອາຊີອາຄະເນ ອະນຸສັນຍາມະນີລາ ວັນທີ 15 ທັນ ຄ.ສ 1987 ວ່າດ້ວຍອະນຸສັນຍາດັດແກ້ສົນທິສັນຍາໄມຕຼີຈິດ ແລະ ການຮ່ວມມືໃນອາຊີອາຄະເນ, ສົນທິສັນຍາ ຄ.ສ 1995 ວ່າດ້ວຍເຂດປອດອາວຸດນິວເຄຼຍ ໃນອາຊີອາຄະເນ ແລະ ອື່ນໆ
ຕົວຢ່າງ     ຖະແຫຼງການບາງກອກ ປີ 1967
1.          ສ້າງຕັ້ງສະມາຄົມເພື່ອການຮ່ວມມືໃນພາກພື້ນອາຊີອາຄະເນ (ອາຊີຕາເວັນອອກສຽງໃຕ້).
2.         ຈຸດປະສົງ ແລະເປົ້າໝາຍຂອງສະມາຄົມ ເລັ່ງໃສ່ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຂະຫຍາຍຕົວທາງດ້ານວັດທະນະທໍາ ແລະ ຄວາມກ້າວໜ້າທາງສັງຄົມ.
  ສົ່ງເສີມສັນຕິພາບສະຖຽນລະພາບ ໃນພາກພື້ນເຄົາລົບນັບຖືຄວາມຍຸດຕິທໍາ ແລະ ການ
ປົກຄອງດ້ວຍກົດໝາຍ, ການພົວພັນລະຫວ່າງຊາດ ພ້ອມທັງເຄົາລົບນັບຖືຫຼັກການກົດບັດສະຫະປະຊາຊາດ.
-           ສົ່ງເສີມການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີຜົນປະໂຫຍດຮ່ວມກັນທາງດ້ານເສດຖະກິດ, ສັງຄົມ, ວັດທະນະທໍາ, ເຕັກນິກ, ວິທະຍາສາດ ແລະ ການປົກຄອງ.
-           ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຮູບການຝຶກອົບຮົມ ແລະ ຄົ້ນຄ້ວາໃນຂົງເຂດການສຶກສາວິຊາຊີບເຕັກນິກ ແລະ ການປົກຄອງ.
-           ການຮ່ວມມືໃຫ້ມີປະສິດທິຜົນຍິ່ງຂຶ້ນໃນການນໍາໃຊ້ກະສິກໍາ ແລະ ອຸດສາຫະກໍາຂອງຕົນເພື່ອຂະຫຍາຍການຄ້າ, ການຄົ້ນຄ້ວາການແລກປ່ຽນສິນຄ້າລະຫວ່າງປະເທດ. ການປັບປຸງເງື່ອນໄຂການຂົນສົ່ງຄົມມະນາຄົມໃນການຍົກມາດຕະຖານຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
-           ເພື່ອສົ່ງເສີມການຄົ້ນຄ້ວາກ່ຽວກັບອາຊີອາຄະເນ.
-           ເພື່ອຮັກສາການຮ່ວມມືອັນໃກ້ຊິກການຮ່ວມມືກັບສາກົນ ແລະ ອົງການຈັດຕັ້ງໃນພາກພື້ນມີຈຸດປະສົງ ແລະ ເປົ້າໝາຍຄ້າຍຄືກັນ ແລະ ຊອກຫາຊ່ອງທາງ ເພື່ອເຮັດໃຫ້ການຮ່ວມມືກັນລະຫວ່າງຊາດໃກ້ຊິດກັນຍິ່ງຂຶ້ນ.
3.         ກົນໄກ ແລະ ແລະວິທີການຈັດຕັ້ງເພື່ອບັນລຸຈຸດປະສົງ ແລະ ເປົ້າໝາຍຂອງສະມາຄົມ
-           ກອງປະຊຸມປະຈໍາປີຂອງບັນດາລັດຖະມົນຕີການຕ່າງປະເທດ ໂດຍຜັດປ່ຽນກັນເປັນເຈົ້າພາບ ເອີ້ນວ່າ ກອງປະຊຸມລັດຖະມົນຕີອາຊຽນ, ຖ້າຫາກມີຄວາມຈໍາເປັນກໍເປີດກອງປະຊຸມວິສາມັນຂອງລັດຖະມົນຕີການຕ່າງປະເທດກໍໄດ້.
-           ຄະນະປະຈໍາພາຍໃຕ້ການເປັນປະທານ ຂອງລັດຖະມົນຕີການຕ່າງປະເທດ ຂອງປະເທດເຈົ້າພາບ ຫຼື ຜູ້ຕາງໜ້າຂອງຜູ້ກ່ຽວຂ້ອງ ແລະ ສະມາຊິກຂອງຄະນະປະຈໍາປະກອບດ້ວຍບັນດາທູດຂອງປະເທດສະມາຊິກອື່ນໆທີ່ປະຈໍາຢູ່ປະເທດເຈົ້າພາບ ເພື່ອຮັບຜິດຊອບວຽກງານຂອງສະມາຄົມ ໃນລະຫວ່າງກາງສະໄໝຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ.
-           ຄະນະກໍາມະການສະເພາະກິດ ແລະ ຄະນະກໍາມະການຖາວອນ ປະກອບດ້ວຍບັນດາວິຊາການ ແລະ ເຈົ້າໜ້າທີ່ຂອງແຕ່ລະວຽກ.
-           ກອງເລຂາອາຊຽນແຫ່ງຊາດໃນແຕ່ລະປະເທດສະມາຊິກ ເພື່ອວຽກຂອງສະມາຄົມ ໂດຍຕາງໜ້າໃຫ້ປະເທດຕົນ ແລະ ຮັບໃຊ້ກອງປະຊຸມປະຈໍາປີ ຫຼື ກອງປະຊຸມວິສາມັນຂອງບັນດາລັດຖະມົນຕີການຕ່າງປະເທດ ຂອງກອງປະຊຸມປະຈໍາ ແລະ ກອງປະຊຸມຄະນະກໍາມະການອາດຈະສ້າງຕັ້ງຂຶ້ນ.
-          

4.         ສະມາຄົມແມ່ນເປີດໃຫ້ທຸກປະເທດ ໃນພາກພື້ນອາຊີອາຄະເນ ທີ່ມີຄວາມເຫັນດີເຫັນພ້ອມກັບຈຸດປະສົງຫຼັກການ ແລະ ເປົ້າໝາຍທີ່ກ່າວມາຂ້າງເທິງນັ້ນເຂົ້າເປັນສະມາຊິກໄດ້.
5.         ສະມາຄົມໄດ້ສະແດງເຖິງເຈດຕະນາລວມຂອງບັນດາປະຊາຊາດອາຊີອາຄະເນ ທີ່ຈະຜູກພັນໃນມິດຕະພາບການຮ່ວມມືໂດຍຜ່ານຄວາມພະຍາຍາມ ແລະ ການເສຍສະຫຼະຮ່ວມກັນເພື່ອຄໍ້າປະກັນໝາກຜົນແຫ່ງສັນຕິພາບ,ອິດສະຫຼະພາບ ແລະ ວັດທະນາຖາວອນສໍາລັບປະຊາຊົນ ແລະ ລຸ້ນຄົນຕໍ່ໄປຂອງຕົນ.
ກິດຈະກໍາ              ຖະແຫຼງການບາງກອກ
ອຸປະກອນ              ບັດຄໍາຖາມ
ວິທີດໍາເນີນກິດຈະກໍາ
-           ຄູແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ
-           ຄູຕັ້ງຄໍາຖາມກ່ຽວກັບຈຸດປະສົງ, ເປົ້າໝາຍ ແລະ ກົນໄກວິທີຈັດຕັ້ງກ່ຽວກັບບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້.
-           ຕາງໜ້າກຸ່ມຂຶ້ນລາຍງານ,ຄູຕັ້ງຄໍາຖາມເຈາະຈິ້ມ
-           ຄູ ແລະ ນັກຮຽນພ້ອມກັນສະຫຼຸບຄືນ ພ້ອມເນັ້ນໜັກຈຸດສຳຄັນ
4      ບັນດາປະເທດສະມາຊິກອາຊຽນ
1.          ເນກາຣາບຣູນາຍ ດາຣຸສຊາລາມ
   ນະຄອນຫຼວງ                   ບານດາເຊຣີເບກາວັນ
   ພື້ນທີ່ປະເທດ                   5770 ກິໂລແມັດມົນທົນ
   ພົນລະເມືອງ                    350.898 ຄົນ (2002)
   ພາສາທາງການ                  ມາເລ
   ຫົວໜ່ວຍເງິນຕາປະຈໍາຊາດ   ໂດລາບຣູນາຍ Bruneian dollar (BND)
   ສິນຄ້າສົ່ງອອກຕົ້ນຕໍ            ນໍ້າມັນ, ອາຍແກັດສ໌ທໍາມະຊາດ
2.         ອິນໂດເນເຊຍ
   ນະຄອນຫຼວງ                   ຈາກາຕາ
   ພື້ນທີ່ປະເທດ                   1.904.569 ກິໂລແມັດມົນທົນ
   ພົນລະເມືອງ                    245.452.739 ຄົນ (2007)
   ພາສາທາງການ                  ພາສາບາຣາຊາອິນໂດເນເຊຍ
   ຫົວໜ່ວຍເງິນຕາປະຈໍາຊາດ    ຣູເປຍ Indonesia rupiah (RP)
   ສິນຄ້າສົ່ງອອກຕົ້ນຕໍ            ນໍ້າມັນອາຍແກັດສ໌, ຜະລິດຕະພັນຈາກໄມ້ ແລະ ແຜ່ນແພ
3.         ສ.ປ.ປ.ລາວ
   ນະຄອນຫຼວງ                   ວຽງຈັນ
   ພື້ນທີ່ປະເທດ                   236.800 ກິໂລແມັດມົນທົນ
   ພົນລະເມືອງ                    5.621.981 ຄົນ (2005)
   ພາສາທາງການ                  ພາສາລາວ
   ຫົວໜ່ວຍເງິນຕາປະຈໍາຊາດ    ກີບ Kip
   ສິນຄ້າສົ່ງອອກຕົ້ນຕໍ            ເຄື່ອງນຸ່ງຫົ່ມ, ແຜ່ນແພ, ກະແສໄຟຟ້າ, ໄມ້ທ່ອນ,ໄມ້ອັດ, ກາເຟ.
4.         ມາເລເຊຍ
   ນະຄອນຫຼວງ                   ກົວລາລໍາເປີ
   ພື້ນທີ່ປະເທດ                   329.758 ກິໂລແມັດມົນທົນ
   ພົນລະເມືອງ                    23.400.000 ຄົນ (2005)
   ພາສາທາງການ                  ພາສາມາເລເຊຍ
   ຫົວໜ່ວຍເງິນຕາປະຈໍາຊາດ    ຣິງກິດມາເລເຊຍ Ringgit (Myr)
   ສິນຄ້າສົ່ງອອກຕົ້ນຕໍ່            ນໍ້າມັນປາມ, ນໍ້າມັນດິບ, ຜະລິດຕະພັນເຄື່ອງໄຟຟ້າ ແລະ ເອເລັກໂຕຣນິກ
5.         ມຽນມາ
   ນະຄອນຫຼວງ                    ຢາງກຸງ
   ພື້ນທີ່ປະເທດ                    678.500 ກິໂລແມັດມົນທົນ
   ພົນລະເມືອງ                     50.519.000 ຄົນ (2005)
   ພາສາທາງການ                   ມຽນມາ
   ຫົວໜ່ວຍເງິນຕາປະຈໍາຊາດ     ຢັດ (kyat)
   ສິນຄ້າສົ່ງອອກຕົ້ນຕໍ             ຜະລິດຕະພັນກະສິກໍາ ແລະ ຈາກທະເລ, ໄມ້ທ່ອນ, ແຮ່ທາດ, ເພັດພອຍ,ການຄ້າ                                                 ຊາຍແດນ.
6.         ຟິລິບປິນ
   ນະຄອນຫຼວງ                    ມະນີລາ
   ພື້ນທີ່ປະເທດ                    300.000 ກິໂລແມັດມົນທົນ
   ພົນລະເມືອງ                     87.000.000 ຄົນ (2003)
   ພາສາທາງການ                   ພາສາຟີລິບປິນໂນ ແລະ ພາສາອັງກິດ
   ຫົວໜ່ວຍເງິນຕາປະຈໍາຊາດ    ເປໂຊຟີລິບປິນ Philippine Peso
   ສິນຄ້າສົ່ງອອກຕົ້ນຕໍ            ເຄື່ອງນຸ່ງ, ຜະລິດຕະພັນປະເພດສື່ໄຟຟ້າ, ຜະລິດຕະພັນອຸດສາຫະກໍາເອເລັກໂຕຣນິກ                                            ແລະນໍ້າມັນໝາກພ້າວດິບ
7.         ສິງກະໂປ
   ນະຄອນຫຼວງ                    ສິງກະໂປ
   ພື້ນທີ່ປະເທດ                    699 ກິໂລແມັດມົນທົນ
   ພົນລະເມືອງ                     4.492.150 ຄົນ (2006)
   ພາສາທາງການ                   ເມເລ,ຈີນກາງ,ຕາມິນ ແລະ ອັງກິດ
   ຫົວໜ່ວຍເງິນຕາປະຈໍາຊາດ    ໂດລາສິງກະໂປ Singapore Dollar
   ສິນຄ້າສົ່ງອອກຕົ້ນຕໍ             ເຄື່ອງໃຊ້ໄຟຟ້າ, ເຄື່ອງກົນຈັກ, ເຄື່ອງປະກອບ, ນໍ້າມັນເຊື້ອໄຟ

8.         ໄທ
   ນະຄອນຫຼວງ                     ບາງກອກ
   ພື້ນທີ່ປະເທດ                     513.115 ກິໂລແມັດມົນທົນ
   ພົນລະເມືອງ                      65.450.000 ຄົນ (2005)
   ພາສາທາງການ                    ພາສາໄທ
   ຫົວໜ່ວຍເງິນຕາປະຈໍາຊາດ      ບາດ Bath
   ສິນຄ້າສົ່ງອອກຕົ້ນຕໍ              ຜະລິດຕະພັນ, ແຜ່ນແພ, ເຄື່ອງໃຊ້ໄຟຟ້າ,ຄອມພິວເຕີ້
9.         ຫວຽດນາມ
   ນະຄອນຫຼວງ                     ຮ່າໂນ້ຍ
   ພື້ນທີ່ປະເທດ                     331689 ກິໂລແມັດມົນທົນ
   ພົນລະເມືອງ                      82.5 ລ້ານຄົນ (2003)
   ພາສາທາງການ                    ຫວຽດນາມ
   ຫົວໜ່ວຍເງິນຕາປະຈໍາຊາດ      ດົງ (Dong)
   ສິນຄ້າສົ່ງອອກຕົ້ນຕໍ              ເຂົ້າ, ນໍ້າມັນດິບ, ກຸ້ງ, ແຜ່ນແພ, ກາເຟ,ຢາງພາລາ ແລະ ເຄື່ອງນຸ່ງ.
10.        ກໍາປູເຈຍ
   ນະຄອນຫຼວງ                      ພະນົມເປນ
   ພື້ນທີ່ປະເທດ                      181.040 ກິໂລແມັດມົນທົນ
   ພົນລະເມືອງ                       12.200.000 ຄົນ (2003)
   ພາສາທາງການ                     ຂະເໝນ
   ຫົວໜ່ວຍເງິນຕາປະຈໍາຊາດ       ຫຣຽນ (Riel)
   ສິນຄ້າສົ່ງອອກຕົ້ນຕໍ               ໄມ້ທ່ອນ, ຢາງພາລາ, ຜະລິດຕະພັນກະສິກໍາ, ຜະລິດຕະພັນຈາກ ເພັດພອຍ.
5      ໃຈຄວາມ
          ປະເທດສະມາຊິກອາຊຽນໄດ້ສ້າງຕັ້ງຂຶ້ນວັນທີ 8 ສິງຫາ ປີ 1967 ທີ່ບາງກອກເຊິ່ງມີ 5
ປະເທດເປັນຜູ້ກໍ່ຕັ້ງຂຶ້ນ ແລະ ມີອົງການຈັດຕັ້ງຕ່າງໆ ແລະ ເພື່ອມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຄົາລົບພາຍໃຕ້ກົດໝາຍບ້ານເມືອງຕໍ່ກັນ ໃນພາກພື້ນບັນດາປະເທດອາຊຽນໃນ 10 ປະເທດ.

ไม่มีความคิดเห็น:

แสดงความคิดเห็น

ເຮືອນ3 ນໍ້າ4