วันพุธที่ 6 พฤศจิกายน พ.ศ. 2562

ປະເພດຄໍາເວົ້າໃນພາສາລາວ

  • ປະເພດຄໍາເວົ້າໃນພາສາລາວແບ່ງອອກເປັນ 7 ປະເພດ ຄື:
1. ຄໍານາມ
        ຄໍານາມ ແມ່ນ ຄໍາທີ່ໃຊ້ເອີ້ນຊື່ ຫຼືບອກຊື່ ຂອງຄົນ, ສັດ, ວັດຖຸສິ່ງຂອງທັງທີ່ເປັນຮູບປະທໍາ ແລະ ນາມມະທໍາ.

2. ຄໍາແທນນາມ ( ຄໍາສັບພະນາມ )
           ຄໍາແທນນາມ ແມ່ນ ຄໍາທີ່ໃຊ້ແທນຄໍານາມ ເພື່ອບໍ່ໃຫ້ລືມຄໍາເກົ່າ.

3. ຄໍາກໍາມະ ( ຄໍາກິລິຍາ ຫຼື ຕົວສໍາແດງ )
           ຄໍາກໍາມະ ແມ່ນ ຄໍາທີ່ສະແດງອາການເຄື່ອນໄຫວຂອງຄໍານາມ ແລະ ຄໍາແທນນາມ ຢູ່ໃນປະໂຫຍກໜຶ່ງໆ.

4. ຄໍາຄຸນນາມ ( ຄໍາວິເສດ )
           ຄໍາຄຸນນາມ ແມ່ນ ຄໍາທີ່ສະແດງເຖິງລັກສະນະຂອງຄໍານາມ, ຄໍາແທນນາມ, ຄໍາກໍາມະ ແລະ ຄໍາຄຸນນາມ.

5. ຄໍາເຊື່ອມ ( ຄໍາບຸບພະບົດ )
           ຄໍາເຊື່ອມ ແມ່ນ ຄໍາທີ່ໃຊ້ເຊື່ອມລະຫວ່າງ ຄໍານາມກັບຄໍານາມ, ຄໍານາມກັບຄໍາແທນນາມ, ຄໍານາມກັບຄໍາກໍາມະ ແລະ ຄໍາກໍາມະກັບຄໍາກໍາມະ.

6. ຄໍາຕໍ່ ( ຄໍາສັນທານ )
           ຄໍາຕໍ່ ແມ່ນ ຄໍາທີ່ໃຊ້ຕໍ່ ຄໍາກັບຄໍາ, ປະໂຫຍກ ກັບ ປະໂຫຍກ, ຫຼື ຂໍ້ຄວາມ ກັບ ຂໍ້ຄວາມ ໃຫ້ເນື່ອງກັນ.

7. ຄໍາອຸທານ
           ຄໍາອຸທານ ແມ່ນ ຄໍາທີ່ໃຊ້ເພື່ອສະແດງຄວາມຍິນດີ, ຄວາມຕື່ນຕົກໃຈ, ຄວາມຊົມເຊີຍ, ຄວາມງຶດງໍ້ອັດສະຈັນ, ຄວາມອີດູສົງສານ...

ไม่มีความคิดเห็น:

แสดงความคิดเห็น

ເຮືອນ3 ນໍ້າ4