ອາຊຽນກັບການປົກປັກຮັກສາສະພາບແວດລ້ອມ


  • ອາຊຽນກັບການປົກປັກຮັກສາສະພາບແວດລ້ອມ


ການຮ່ວມມືດ້ານສະພາບແວດລ້ອມຂອງອາຊຽນ ໄດ້ເລີ່ມຕົ້ນ ໃນປີ 1977 ດ້ວຍການກະກຽມແຜນການດ້ານສະພາບແວດລ້ອມ ລະດັບອະນຸພາກພື້ນຂອງອາຊຽນ ທີ່ໄດ້ກຳນົດການຂະຫຍາຍຂອບເຂດການຮ່ວມມືພາກພື້ນກຳນົດບັນດາຂົງເຂດບູລິມະສິດ ແລະ ກຳນົດບັນດາໂຄງການ, ການເຄື່ອນໄຫວດ້ານສະພາບແວດລ້ອມ. ອີງຕາມຄຳແນະນຳຂອງຄະນະກຳມະການວິທະຍາສາດ ແລະ ເຕັກໂນໂລຊີ, ກອງປະຊຸມຄັ້ງທຳອິດຂອງຄະນະຊ່ຽວຊານອາຊຽໜ ດ້ານສະພາບແວດລ້ອມໄດ້ຖືກຈັດຂຶ້ນທີ່ ຈາກາຕາ ໃນເດືອນ ທັນວາ 1978.
        ໃນປີ
1989 ຖານະຂອງຄະນະຊ່ຽວຊານດ້ານສະພາບແວດລ້ອມ ໄດ້ຖືກຍົກລະດັບຂຶ້ນເປັນຄະນະເຈົ້າໜ້າທີ່ອາວຸໂສອາຊຽນດ້ານສະພາບແວດລ້ອມ. ໂຄງການ ແລະ ແຜນການຮ່ວມມືຂອງອາຊຽນ ໄດ້ຮັບການຜະຕິບັດໂດຍຜ່ານ 6 ໜ່ວຍງານ ໃນຂົງເຂດດັ່ງຕໍ່ໄປນີ້: ທະເລ ແລະ ສະພາບແວດລ້ອມກ່ຽວກັບທະເລ, ເສດຖະກິດທີ່ກ່ຽວພັນກັບສະພາບແວດລ້ອມກ່ຽວກັບທະເລ, ເສດຖະກິດທີ່ກ່ຽວພັນກັບສະພາບແວດລ້ອມການອະນຸລັກທຳມະຊາດ, ການຄຸ້ມຄອງຂອງສະພາບແວດລ້ອມ, ມົນລະພິດຂ້າມຊາຍແດນ ແລະ ຂໍ້ມູນຂ່າວສານ. ການຮັບຮູ້ ແລະ ການສຶກສາກ່ຽວກັບສະພາບແວດລ້ອມໃນກອງປະຊຸມຂອງບັນດາລັດຖະມົນຕີອາຊຽນດ້ານສະພາບແວດລ້ອມທີ່ໄດ້ຈັດຂຶ້ນທີ່ສິງກະໂປ ໃນປີ 1992, ອາຊຽນໄດ້ຖະແຫຼງຈຸດຢືນຮ່ວມກັນ ຕໍ່ກອງປະຊຸມປະຊາຊາດກ່ຽວກັບສະພາບແວດລ້ອມ ແລະ ການພັດທະນາ ໂດຍໄດ້ຮຽກຮ້ອງໃຫ້ນຳໃຊ້ມາດຕະການອັນຮີບດ່ວນໃນການສະກັດກັ້ນໃນການປ່ຽນແປງຂອງດິນຟ້າອາກາດ, ນຳເອົາອະນຸສັນຍາ ມົງເຣອ່ານກ່ຽວກັບກອງທຶນຫຼາຍງ່າຍຊົ່ວຄາວມາປະຕິບັດທັນທີ່ ປ້ອງກັນນິເວດວິທະຍາຂອງມະຫາສະໝຸດ ແລະ ຮັບປະກັນໃຫ້ປະຊາຊົນທຸກຄົນສາມາດມີນ້ຳຈືດໃຊ້. ຄຸ້ມຄອງປ່າໄມ້ຢູ່ທຸກແຫ່ງແບບຍືນຍົງ ປົກປັກຮັກສາຄວາມຫຼາກຫຼາຍຂອງຊີວະວິທະຍາກພ້ອມດຽວກັນນີ້, ກອງປະຊຸມຍັງສະໜັບສະໜູນສົນທິສັນຍາ ບາແຊນ ກ່ຽວກັບການເຄື່ອນຍ້າຍ ແລະ ຖອກເທສິ່ງເສດເຫຼືອ ທີ່ເປັນໄພອັນຕະລາຍຂ້າມຊາຍແດນ ແລະ ສະໜັບສະໜູນເປົ້າໝາຍຂອງລະບົບແຈ້ງໃຫ້ກັນຊາບ ແລະ ຂໍຄວາມເຫັນກ່ອນ ເພື່ອບັນລຸເປົ້າໝາຍດັ່ງກ່າວ, ອາຊຽນໄດ້ຮຽກຮ້ອງໃຫ້ມີແຫຼ່ງທຶນໃໝ່ເພີ່ມຕື່ມ. ເພື່ອຕອບສະໜອງຄວາມໃຊ້ຈ່າຍ ທີ່ນັບມື້ນັບເພີ່ມຂຶ້ນໃຫ້ແກ່ການປ້ອງກັນສະພາບແວດລ້ອມຂອງໂລກ ແລະ ເພື່ອການຖ່າຍທອດເຕັກໂນໂລຊີອັນເໝາະສົມໃຫ້ມີລະດັບມາດຕະຖານດ້ານສະພາບແວດລ້ອມ.

1.      ຄວາມໝາຍຂອງສິ່ງແວດລ້ອມ

ສິ່ງແວດລ້ອມ ແມ່ນສັບພະສິ່ງທັງປວງທີ່ມີຊີວິດ ແລະ ບໍ່ມີຊີວິດເຊິ່ງເກີດຂຶ້ນຕາມທຳມະຊາດ ຫຼື ມະນຸດສ້າງຂຶ້ນທີ່ຢູ່ອ້ອມເປົ້າໝາຍໃດໜຶ່ງ ເຊັ່ນ ຄົນ, ສັດ, ພືດ ແລະ ອື່ນໆ ທີ່ມີສາຍກ່ຽວພັນ ແລະ ສົ່ງພົນສະທ້ອນເຊິ່ງກັນ ແລະ ກັນທັງທາງບວກ ແລະ ທາງລົບ ຕໍ່ການດຳລົງຊີວິດ, ການຄົງຕົວ ແລະ ການຂະຫຍາຍຕົວຂອງມະນຸດ ແລະ ທຳມະຊາດ.-           ສັບພະສິ່ງທັງປວງທີ່ມີຊີວິດ ແລະ ບໍ່ມີຊີວິດທີ່ເກີດຂຶ້ນຕາມມະຊາດ ໝາຍເຖິງຊັບພະຍາກອນທຳມະຊາດ ເຊັ່ນ ດິນ, ຟ້າ, ອາກາດ, ລົມຝົນ, ແຮ່ທາດ, ປ່າໄມ້, ພືດ, ສັດ, ຈຸລິນຊີ, ເຄື່ອງປ່າຂອງດົງ, ນ້ຳ, ມະນຸດເຮົາເອງ, ພະລັງງານ (ພະລັງງານຄວາມຮ້ອນ ແສງຕາເວັນ, ລົມ, ນ້ໍາທີ່ໃຊ້ເຫື່ອແຮງ), ບັນດາທາດອາຍໃນຊັ້ນບັນຍາກາດ, ນ້ຳມັນດິບ, ທິວທັດທຳມະຊາດ, ພູ, ນ້ຳເຫຼົ່ານີ້ເປັນຕົ້ນ ເຊິ່ງຖືວ່າແມ່ນອົງປະກອບຂອງສິ່ງແວດລ້ອມທຳມະຊາດ.-           ສັບພະສິ່ງທັງປວງທີ່ມີຊີວິດ ແລະ ບໍ່ມີຊີວິດທີ່ມະນຸດສ້າງຂຶ້ນ ໝາຍເຖິງໝົດທຸກສິ່ງທີ່່ມະນຸດສ້າງຂຶ້ນ ເຊັ່ນ ການເຄື່ອນໄຫວທາງດ້ານເສດຖະກິດ, ສັງຄົມ, ການເມືອງ, ວິທະຍາສາດ, ເຕັກໂນໂລຊີ, ການສຶກສາ, ການແພດ, ການຜະລິດກະສິກຳອຸດສາຫະກຳ, ການບໍລິການສັງຄົມ, ການຈໍລະຈອນ, ໂຄງລ່າງພື້ນຖານ, ສິ່ງກໍ່ສ້າງ, ວັດຖຸສິ່ງຂອງຮັບໃຊ້ຕ່າງໆ ແລະ ອື່ນໆ. ນອກນັ້ນ, ຍັງມີວິວັດທະນາການຂອງສັງຄົມມະນຸດ ເຊັ່ນ ການເຄື່ອນໄຫວວັນນະຄະດີ, ປະເພນີ, ວັດທະນະທຳ, ເຊື້ອຊາດ, ສາສະໜາ, ຄຸນສົມບັດ, ມາລະຍາດ, ພາສາ, ການນຸ່ງຖື ແລະ ການພົວພັນໃນສັງຄົມ ເຊິ່ງຖືວ່າອົງປະກອບຂອງສິ່ງແວດລ້ອມທີ່ມະນຸດສ້າງຂຶ້ນ.        (ສິ່ງແວດລ້ອມ) ໝາຍເຖິງຊັບພະຍາກອນທໍາມະຊາດ ຫຼື ອົງປະກອບສິ່ງແວດລ້ອມທາງທໍາມະຊາດ ແລະ ທີ່ມະນຸດສ້າງຂຶ້ນໄດ້ມີການກ່ຽວພັນເຊິ່ງກັນ ແລະ ກັນ, ເປັນລະບົບນິເວດໜຶ່ງ. ໝາຍຄວາມວ່າ ຖ້າເຮົາຖືເອົາຄົນເປັນໝາຍສຶກສາ ກໍແມ່ນສິ່ງແວດລ້ອມຂອງຄົນ, ຖ້າຖືເອົາຕົວເມືອງກໍແມ່ນສິ່ງແວດລ້ອມເມືອງ, ຖ້າເອົາໂລກກໍແມ່ນສິ່ງແວດລ້ອມໂລກ.        ສົມມຸດວ່າສິ່ງແວດລ້ອມຂອງຄົນຜູ້ໜຶ່ງ ໝາຍເຖິງທຸກອົງປະກອບຂອງສິ່ງແວດລ້ອມທາງທຳມະຊາດ ແລະ ມະນຸດສ້າງຂຶ້ນ ເຊິ່ງຢູ່ອ້ອມຕົວຂອງບຸກຄົນຜູ້ນັ້ນທີ່ມີສາຍກ່ຽວພັນ ແລະ ສົ່ງຜົນສະທ້ອນເຊິ່ງກັນ ແລະ ກັນ ທັງທາງບວກ ແລະ ທາງລົບຕໍ່ການດຳລົງຊີວິດ, ການຄົງຕົວ ແລະ ການຂະຫຍາຍຕົວຂອງບຸກຄົນດັ່ງກ່າວ.        ນອກຈາກສິ່ງແວດລ້ອມນີ້ແລ້ວ ບັນຫາສິ່ງແວດລ້ອມກໍແມ່ນສິ່ງຂອງທີ່ມີຄວາມສຳຄັນ ແລະ ຄວນເອົາໃຈໃສ່ແກ້ໄຂ.ປັດຈຸບັນ ສິ່ງແວດລ້ອມໂລກນັບມືນັບເສື່ອມໂຊມ ແລະ ມີຄວາມຮຸ່ນແຮງເຖິງຂີດອັນຕະລາຍແລ້ວ, ສະແດງອອກໂດຍການປ່ຽນແປງສະພາບດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດຕ່າງໆ ເຊັ່ນ ໄພແຫ້ງແລງ, ນ້ຳຖ້ວມ ແລະ ອື່ນໆ ອັນເຮັດໃຫ້ບັນຫາສິ່ງແວດລ້ອມໄດ້ກາຍມາເປັນເລື່ອງຕາຍ ຂອງສິ່ງທີ່ມີຊີວິດຂອງມວນມະນຸດ.

2. ປະເພດຂອງບັນຫາສິ່ງແວດລ້ອມ

            ມະນຸດຂອງພວກເຮົາຢູ່ໃນໂລກ ທ່າມກາງສິ່ງແວດລ້ອມທັງສິ່ງທີ່ມີຊີວິດ ແລະ ສິ່ງທີ່ບໍ່ມີຊີວິດ ໂດຍມະນຸດເຮົາເປັນພຽງສິ່ງທີ່ມີຊີວິດໜຶ່ງ ທີ່ອາໄສຢູ່ໃນອານາເຂດຂອງໂລກທີ່ກວ້າງໃຫຍ່ໄພສານ. ອະນາເຂດຂອງໂລກຄວບຄຸ້ມຄັ້ງແຕ່ໃຈກາງໂລກທີ່ຫຼອມລະລາຍຜືນແຜນດິນ, ແມ່ນ້ຳທ້ອງທະເລ, ມະຫາສະໝຸດ ແລະ ຊັ້ນຂອງບັນຍາກາດຮອບນອກຂອງໂລກ ແລະ ບໍ່ມີລາຍງານໃດກ່ຽວກັບສິ່ງທີ່ມີຊິວິດ. ສິ່ງແວດລ້ອມທັງຫຼາຍນັ້ນ ຕ່າງກໍມີອິດທິພົນກ່ຽວຂ້ອງສຳພັນກັບການດຳລົງຢູ່ຂອງສິ່ງທີ່ມີຊີວິດໃນໂລກດ້ວຍ ເຊັ່ນ ຊັ້ນຂອງໂອໂຊນທີ່ຫໍ່ຫຸ້ມໂລກຢູ່ຫ່າງຈາກໜ້າດິນປະມານ 15-60 ກິໂລແມັດ, ເໜືອກໍມີບົດບາດໃນການດູດຊັບ ແລະ ແສງລັງສີຈາກດວງອາທິດ ບໍ່ໃຫ້ມາເຖິງພື້ນຜິວໂລກໃນປະລິມານຫຼາຍຈົນເປັນອັນຕະລາຍຕໍ່ສິ່ງທີ່ມີຊີວິດໃນໂລກ, ແຮ່ທາດ ແລະ ນ້ຳມັນທີ່ຢູ່ເລິກລົງໄປຈາກຜິວໂລກຖືກມະນຸດຂຸດຄົ້ນມາໃຊ້ປະໂຫຍດໃນຊີວິດປະຈຳວັນ.            ປັດຈຸບັນ ມະນຸດໄດ້ເພີ່ມຈຳນວນຫຼາຍຂຶ້ນ ແລະ ມີເຕັກໂນໂລຊີໃນການຜະລິດສິນຄ້າຕ່າງໆເພີ່ມຂຶ້ນຫຼາຍ ເຮັດໃຫ້ຊັບພະຍາກອນທຳມະຊາດຖືກຂຸດຄົ້ນມາໃຊ້ໃນປະລິມານຫຼາຍພ້ອມໆກັບມີຂອງເສຍຫາຍຈາກຄົວເຮືອນ ແລະ ຂະບວນການຜະລິດສິ້ນຄ້າຕ່າງໆເພີ່ມຂຶ້ນຫຼວງຫຼາຍເຮັດໃຫ້ຊັບພະຍາກອນທຳມະຊາດຖືກຂຸດຄົ້ນມາໃຊ້ໃນປະລິມານຫຼາຍພ້ອມກັບສິ່ງເສດເຫຼືອຈຳນວນຫຼວງຫຼາຍເຫຼົ່ານີ້ ຈະຖືກລະບາຍສູ່ສິ່ງແວດລ້ອມທີ່ມະນຸດອາໄສຢູ່ ສາມາດເສື່ອມຄຸນນະພາບລົງໄດ້. ນອກຈາກນີ້ ການນຳໃຊ້ຊັບພະຍາກອນທຳມະຊາດປະລິມານຫຼາຍໄດ້ເຮັດໃຫ້ຊັບພະຍາກອນເສື່ອມໂຊມລົງໄດ້.            ຄວາມເສື່ອມໂຊມຂອງສະພາບແວດລ້ອມ ເກີດຂຶ້ນທັງໃນບັນຍາກາດຮອບນອກ, ບັນຍາກາດທີ່ມະນຸດອາໄສຢູ່ແຫຼ່ງນ້ຳ ແລະ ພື້ນແຜ່ນດິນ ໂດຍມີຄວາມຮຸນແຮງຫຼາຍຂຶ້ນ. ນອກຈາກນີ້ໃນໃນທີ່ອາໄສ ແລະ ສະຖານທີ່ປະກອບການຂອງມະນຸດ ກໍເກີດມີພາວະມົນລະພິດຫຼາຍຂຶ້ນ. ຍິ່ງໄປກວ່ານັ້ນ ອາຫານບໍລິໂພກຂອງມະນຸດກໍມີສິ່ງປົນເປື້ອນດ້ວຍສານພິດຫຼາຍຂຶ້ນ ແລະ ປັດຈຸບັນສີ່ງມີຊີວິດຫຼາຍຊະນິດສູນພັນໄປແລ້ວ ແລະ ມີອີກຫຼາຍຊະນິດໃກ້ຈະສູນພັນ. ສະພາບການເຫຼົ່ານີ້ລ້ວນແຕ່ໄປຄຸກຄາມຕໍ່ການດຳລົງຢູ່ຂອງມະນຸດທັງນັ້ນ.            ບັນຫາສິ່ງແວດລ້ອມຕົ້ນຕໍ່ຂອງໂລກທີ່ມະນຸດກຳລັງປະເຊີນໜ້າໃນຍຸກປັດຈຸບັນ ເຊິ່ງໄດ້ເກີດຂຶ້ນຈາກຫຼາຍສາເຫດທີ່ສືບເນື່ອງມາຈາກຂະບວນການຜະລິດ ຫຼື ການເຄື່ອນໄຫວຂອງສັງຄົມມະນຸດ ເລີ່ມແຕ່ສະໄໝການປະຕິວັດອຸດສາຫະກຳ ຄັ້ງທີ 1 ໃນທ້າຍສະຕະວັດທີ XVIII ເປັນຕົ້ນມາຈົນເຖິງປັດຈຸບັນ.

2.1 ບັນຫາການປ່ຽນແປງຂອງດິນຟ້າອາກາດ

            ບັນຫາການປ່ຽນຂອງດິນຟ້າອາກາດ ແມ່ນບັນຫາສິ່ງແວດລ້ອມປາຍເຫດທີ່ສົ່ງຜົນກະທົບໃນທຸມມູມໂລກເປັນຕົ້ນກະທົບຄືນຕໍ່ລະບົບນິເວດທຳມະຊາດຂອງໂລກ ກໍຄືຄວາມໝັ້ນຄົງຂອງໂລກ ໂດຍສະເພາະຢ່າງຍິ່ງແມ່ນສິ່ງທີ່ມີຊີວິດ, ວົງຈອນອາຫານ, ແຫຼ່ງນ້ຳ, ອາກາດ, ພະລັງງານ, ຄວາມຮ້ອນ. ການປ່ຽນແປງຂອງດິນຟ້າອາກາດ ໄດ້ເຮັດໃຫ້ຟ້າຝົນບໍ່ເປັນໄປຕາມລະດູການ, ອາກາດຮ້ອນຂຶ້ນ ຫຼື ເຢັນລົງຜິດປົກກະຕິ ແລະ ເກີດມີໄພພິບັດທາງທຳມະຊາດທີ່ບໍ່ເຄີຍປາກົດມີໃນເມື່ອກ່ອນ ເຊິ່ງສົ່ງຜົນສະທ້ອນອັນຮຸ່ນແຮງຕໍ່ລະບົບເສດຖະກິດ ແລະ ສັງຄົມ ໂດຍສະເພາະການຜະລິດກະສິກຳຕົກຕ່ຳ, ພະຍາດຊະນິດໃໝ່ໆໄດ້ເກີດທົ່ວໄປ ແລະ ອື່ນໆ. ການແກ້ໄຂບັນຫາດັ່ງກ່າວຕ້ອງໄດ້ສຸມໃສ່ແກ້ໄຂບັນດາບັຫາຕົ້ນເຫດໃນລະດັບຊາດ, ພາກພື້ນ ແລະ ໂລກດ້ວຍກ້ອນທືນອັນມະຫາສານປະກອບເຂົ້າໃສ່ການຄົ້ນຄວ້າຫາສາເຫດວິທີການປ້ອງກັນແກ້ໄຂ ແລະ ອອກລະບຽບການ ດ້ານກົດໝາຍສາກົນ.

2.2 ການເສື່ອມໂຊມຂອງສິ່ງແວດລ້ອມທາງທໍາມະຊາດ

            ການເສື່ອມໂຊມຂາອງສິ່ງແວດລ້ອມທາງທຳມະຊາດ ສ່ວນໃຫຍ່ແມ່ນການຫຼຸດໜ້ອຍຖ້ອຍລົງການສູນເສຍ ແລະ ການເສື່ອມໂຊມຂອງຊັບພະຍາກອນທຳມະຊາດເປັນຕົ້ນ ຊັບພະຍາກອນປ່າໄມ້, ຊີວະນາໆພັນ, ແຫຼ່ງນ້ຳດິນປູກຝັງ, ອາກາດບໍ່ແຮ່ ແລະ ອື່ນໆ ເຊິ່ງມີຜົນເຮັດໃຫ້ລະບົບນິເວດສິ່ງແວດລ້ອມທຳມະຊາດ ກໍຄືລະບົບນິເວດຂອງໂລກເສື່ອມໂຊມລົງໄດ້ກະທົບຕໍ່ວົງຈອນອາຫານ, ວົງຈອນນ້ຳ, ວົງຈອນພະລັງງານ ແລະ ອື່ນໆ. ເວົ້າສະເພາະປ່າໄມ້ເປັນພາກສ່ວນທີ່ມີບົດບາດສຳຄັນທີ່ສຸດ ຄືເປັນຜູ້ຜະລິດຂັ້ນຕົ້ນໃນວົງຈອນອາຫານ, ເປັນຜູ້ຮັກສາວົງຈອນຂອງນ້ຳ, ວົງຈອນອາກາດ, ຮັກສາຄວາມຊຸມຊື່ນ ແລະ ຄວາມອຸດົມສົມບູນຂອງດິນ, ຮັກສາໄດ້ຄວາມດຸ່ນດ່ຽງຂອງລະບົບນິເວດທຳມະຊາດໂລກ ແລະ ຍັງສ້າງຄຸນປະໂຫຍດອື່ນໆອີກ ເຊັ່ນ ການສັງເຄາະດ້ວຍແສງຂອງພືດໃນຕອນກາງເວັນ ພືດຈະດູດເອົາກາສກາກໂບນິກຈາກຊັ້ນບັນຍາກາດ, ນ້ຳ ແລະ ທາດອາຫານຈາກໃຕ້ດິນ ໂດຍການໃຊ້ແສງຕາເວັນເປັນພະລັງງານຂອງການສັງເຄາະດ້ວຍແສງພືດເພື່ອຈະຜະລິດອອກຊີແຊນອອກສູ່ບັນຍາກາດ ແລະ ພ້ອມດຽວກັນນັ້ນກໍໄດ້ຜະລິດທາດຕ່າງໆ ແລະ ນ້ຳຕານປະກອບເຂົ້າໃນລຳຕົ້ນ, ໃບ ແລະ ໝາກ. ໃນຕອນກາງຄືນ, ຍ້ອນຂາດແສງຕາເວັນ ພືດຈຶ່ງດູດເອົາກາສອົກຊີແຊນ ແລະ ປ່ອຍ ກາກໂບນິກ ອອກສູ່ຊັ້ນບັນຍາກາດ. ຈາກການວິເຄາະເຫັນວ່າ ພືດຈະດູດເອົາກາກໂບນິກຈາກຊັ້ນບັນຍາກາດປະມານ 22 ໂຕນ ແລະ ຈະຜະລິດອອກຊີແຊນອອກສູ່ບັນຍາກາດພຽງ 16 ໂຕນຕໍ່ເຮັກຕາຕໍ່ປີ. ຍ້ອນແນວນັ້ນປ່າໄມ້ສາມາດຫຼຸດຜ່ອນການສະສົມກາກໂບນິກໃນຊັ້ນບັນຍາກາດໄດ້. ການຫຼດໜ້ອຍຖ້ອຍລົງ ຫຼື ສູນ ເສຍຂອງປ່າໄມ້ເຂດຮ້ອນຈຶ່ງພາໃຫ້ເກີດມີຜົນກະທົບຢ່າງຮຸນແຮງຕໍ່ລະບົບນິເວດທຳມະຊາດໂລກ. ປ່າໄມ້ເຂດຮ້ອນຈຶ່ງເປັນຜູ້ສ້າງຄວາມຍືນຍົງ ແລະ ໃຫ້ອະນາຄົດແກ່ໂລກ.

2.3 ປະກົດການເຮືອນແກ້ວ

            ປະກົດການເຮືອນແກ້ວມີບົດບາດສຳຄັນໃນວົງຈອນພະລັງງານຄວາມຮ້ອນ ຄື ໜ່ວຍໂລກໄດ້ຮັບພະລັງງານຄວາມຮ້ອນຈາກແສງຕາເວັນ ແລະ ຍ້ອນການໂຮມຕົວຂອງກາສເຮືອນແກ້ວຕ່າງໆພິເສດແມ່ນກາກໂບນິກໃນຊັ້ນບັນຍາກາດເພື່ອປົກຫຸ້ມຜິວໂລກ ໂດຍມີໜ້າທີ່ປ່ອຍ ລແະ ເກັບຮັກສາຄວາມຮ້ອນຈຳນວນໜຶ່ງໄວ້ ອັນເຮັດໃຫ້ຜິວໂລກມີຄວາມອົບອຸ່ນຕະຫຼອດເວລາ. ແຕ່ໃນປັດຈຸບັນຍ້ອນອາຍກາກໂບນິກໄດ້ເພີ່ມຂຶ້ນຢ່າງມະຫາສານ ແລະ ໄວວາເກີນກຳນົດທີ່ທຳມະຊາດມີຄວາມຕ້ອງການອັນໄດ້ເຮັດໃຫ້ອຸນຫະພູມຂອງໂລກເພີ່ມຂຶ້ນຜິດປົກກະຕິ. ປາກົດການດັ່ງກ່າວຈຶ່ງຖືກເອີ້ນວ່າ (ປາກົດການເຮືອນແກ້ວ) ເຊິ່ງບັນຫາສິ່ງແວດລ້ອມສືບເນື່ອງ.            ຜົນໄດ້ຮັບທີ່ຕາມມາ ແມ່ນເປັນບັນຫາການປຽນດິນຟ້າອາກາດຂອງໂລກ ອັນໄດ້ສົ່ງຜົນສະທ້ອນທາງອັນໃຫຍ່ຫຼວງຕໍ່ລະບົບນິເວດຂອງທຳມະຊາດ, ທຸກຂະແໜງການຂອງເສດຖະກິດ-ສັງຄົມ ຈະໄດ້ຮັບຜົນກະທົບກະເທືອນ ໂດຍສະເພາະແມ່ນຂະແໜງການກະສິກຳ ເຊັ່ນ ເກີດມີໄພແຫ້ງແລງ, ນ້ຳຖວມກະທັນຫັນ ແລະ ການຂະຫຍາຍຕົວຂອງທະເລຊາຍເເພີ່ມຂຶ້ນ. ນອກຈາກນັ້ນກໍຍັງໄດ້ເຮັດໃຫ້ລະດັບນ້ຳທະເລສູງຂຶ້ນ. ຍ້ອນມີການລະລາຍນ້ຳກ້ອນໃນຂວັ້ນໂລກເໜືອ ແລະ ໃຕ້ອັນເປັນສາເຫດໃຫ້ນ້ຳທະເລຖ້ວມດິນກະສິກຳ ແລະ ດິນທີ່ຢູ່ອາໄສຢູ່ໃນລະດັບຕ່ຳຕາມແຄມທະເລ.

2.4   ການເຊື່ອມໂຍງຂອງຊັ້ນໂອໂຊນ

            ຊັ້ນໂອໂຊນໄດ້ມີບົດບາດສຳຄັນ ເຊັ່ນ ມີໜ້າທີ່ກັ່ນຕອງແສງອຸນຕຣາໄວໂອເຣດ ແລະ ຮັກສາອຸນຫະພຸມໜ້າໂລກບໍ່ໃຫ້ຮ້ອນ ແລະ ໜາວຫຼາຍ. ການເສື່ອມໂຊມຂອງພວກມັນແມ່ນມີການພົວພັນໂດຍກົງກັບທາດຄລໍໂຣຟູລໂຣຄາຣບອນ (Clorofluorocarbon) or (CFC).            ໃນໄລຍະຕົ້ນຂອງຊຸມປີ 1970 ນັກວິທະຍາສາດຂອງໂລກ ໄດ້ສັງເກດເຫັນວ່າ ດິນຟ້າອາກາດໄດ້ມີການປ່ຽນແປງຜິດປົກກະຕິ ແລະ ໄດ້ຍົກບັນຫາດັ່ງກ່າວນັ້ນຂຶ້ນ ເພື່ອທຳການຄົ້ນຄວ້າ, ຕິດຕາມ ແລະ ເຕືອນວ່າຊັ້ນໂອໂຊນຢູ່ຫຼາຍຈຸດໄດ້ມີກາກບອນບາງລົງ. ໃນປີ 1985 ໄດ້ສັງເກດເຫັນຊັ້ນໂອໂຊນມີຮູຮົ່ວ ໂດຍສະເພາະຢູ່ຈຸດທີ່ຊື່ກັບທະວີບແອນຕາກຕິກ (ຂວັ້ນໂລກໃຕ້). ຕໍ່ມາໃນປີ 1992 ຮູຮົ່ວດັ່ງກ່າວໄດ້ຂະຫຍາຍຕົວອອກກວ້າງກວ່າເກົ່າ. ເມື່ອສົມທຽບໃສ່ຫຼາຍປີຜ່ານມາ ເຊິ່ງກວມເອົາເນື້ອທີ່ຜິວໂລກປະມານ 36,8 ກິໂລແມັດມົນທົນ ແລະ ຕາມຄາດຄະເນຈະເກີດມີຜົນຮ້າຍແຮງຕໍ່ໂລກຄືຮອດ ປີ 2000 ມະນຸດເຮົາຈະເກີດໂລກມະເຮັງຜິວໜັງເຖິງ 26% ຂອງປະຊາກອນໂລກ ແລະ ກາດເກີດມີພະຍາດຕາບອດສີອີກປະການ 18 – 30 ລ້ານຄົນ.            ໃນໄລຍະຕົ້ນຂອງຊຸມ ປີ 1950 ສະຫະລັດອາເມຣິກາ ໄດ້ຄົ້ນພົບທາດເຄມີຕະກຸນຄລໍໂຣຟຣູອໍໂຣຄາຣບອນ ເຊິ່ງເປັນປະໂຫຍດທີ່ສຳລັບອຸດສາຫະກຳເຄື່ອງເຢັນຕ່າງໆ ຄືພວກມັນໄດ້ບັນຈຸຢູ່ໃນຜົນຜະລິດຟຣີອອນທີ່ເປັນສ່ວນປະກອບສຳຄັນ ເພື່ອທຳຄວາມເຢັນທຸກຊະນິດ, ແອເຢັນ, ອຸດສາຫະກຳຢາງປະລາສະຕິກ, ຟອງນ້ຳ, ສະເປ, ນອກນັ້ນ ຍັງບັນຈຸຢູ່ໃນຜົນຜະລິດຮາລອນໃນອຸປະກອນເຄື່ອງດັບເພີງ. ທາດດັ່ງກ່າວບໍ່ເປັນພິດ, ບໍ່ເປັນອັນຕະລາຍ, ບໍ່ໄໝ້ໄຟ ແລະ ບໍ່ມີຜົນກະທົບຫຍັງໃນເວລາປ່ອຍອອກສູ່ບັນຍາກາດ, ແຕ່ຄວາມຄິດກ່າວມານີ້ມີຜິດພາດຍ້ອນວ່າ ໃນປີ 1974 ໄດ້ພົບເຫັນວ່າທາດ ຄຣໍໂຣຟຣູອໍໂຣຄາບອນ ເປັນທາດຕົ້ນຕໍທີ່ທຳລາຍຊັ້ນໂອໂຊນ.

2.5 ມົນລະພິດ

            (ມົນລະພິດ) ແມ່ນສະພາບວະຂອງສິ່ງແວດລ້ອມທີ່ມີການປ່ຽນແປງທາງດ້ານວັດຖຸ, ຊີວະ ແລະ ເຄມີຍ້ອນມີທາດ ຫຼື ທາດຕ່າງໆເຈື່ອປົນຢູ່ໃນນ້ຳ, ດິນ, ອາກາດເກີນມາດຕະຖານ ຄຸນນະພາບສິ່ງແວດລ້ອມທີ່ກຳນົດໄວ້ ເຊິ່ງເປັນສາເຫດເຮັດໃຫ້ສິ່ງແວດລ້ອມເປັນພິດ ແລະ ສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບ, ຊີວິດຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ.

2.6 ສິງເສດເຫຼືອ

            ສິ່ງເສດເຫຼືອ ແມ່ນສິ່ງທີ່ບໍ່ຕ້ອງການນຳໃຊ້ເຂົ້າໃນຂະບວນການຜະລິດໃດໜຶ່ງໄດ້ອີກສິ່ງເສດເຫຼືອມີຫຼາຍຮູບ ເປັນຂອງແຂງ, ຂອງເຫຼວ ຫຼື ແກັດສ໌. ສິ່ງເສດເຫຼືອສາມາດແບ່ງອອກເປັນໝວດໄດ້ດັ່ງນີ້: ຂີ້ເຫຍື້ອປຽກ, ຂີ້ເຫຍື້ອແຫ້ງ, ຂີ້ເຫຍື້ອຈາກການໃຊ້ສອຍໃນຕົວເມືອງ, ຂີ້ເຫຍື້ອຈາກອຸດສາຫະກຳ, ຂີ້ເຫຍື້ອທີ່ເປັນອັນຕະລາຍ (ຂີ້ເຫຍື້ອໂຮງໝໍ, ຂີ້ເຫຍື້ອເປັນພິດ, ຂີ້ເຫຍື້ອທີ່ມີສິ່ງເສດເຫຼືອຂອງກຳມັນຕະພາບລັງສີຕົກຄ້າງ).            ໃນປັດຈຸບັນຢູ່ໃນຕົວເມືອງໃຫຍ່ໆຂອງໂລກ ຂີ້ເຫຍື້ອໄດ້ເປັນບັນຫາໃຫຍ່ຍ້ອນຫຼາຍໆສາຍເຫດ. ດັ່ງນັ້ນ, ການຄຸ້ມຄອງດັ່ງກ່າວນີ້ ຈິ່ງໄດ້ຮັບການເອົາໃຈໃສ່ຈາກລັດຖະບານ, ການຊຸກຍູ້ໃຫ້ມີການເຂົ້າຮ່ວມຂອງປະຊາຊົນຫຼາຍຂຶ້ນ ແລະ ຊຸກຍູ້ໄດ້ມີຫຼາຍໆມາດຕະການເປັນຕົ້ນ ທຸລິກິດການແຍກຂີ້ເຫຍື້ອຍ ເພື່ອຈຸດປະສົງໃຫ້ກາຍເປັນວັດຖຸດິບສຳລັບ:-           ນຳໄປໃຊ້ຄືນໃໝ່ ເຊັ່ນ ແກ້ວເບຍ, ແກ້ວນ້ຳປາ, ຖົງຢາງ ແລະ ອື່ນໆ.-           ນຳໄປຜະລິດຄືນໃໝ່ເຊັ່ນ ເຫຼັກ, ທອງ, ອາລູມີນຽມ, ເຈ້ຍ, ປຼາສຕິກ ເຊິ່ງກາຍເປັນສິ້ນຄ້າ.-           ນຳໄປຜະລິດເປັນວັດຖຸດິບຮັບໃຊ້ແນວໃໝ່ ເຊັ່ນ ເຫຼັກ, ທອງ, ເຈ້ຍ...-           ຂີ້ເຫຍື້ອທີ່ເນົ່າເປື່ອຍໄດ້ກໍນຳໄປບົ່ມເປັນຝຸ່ນຊີວະພາບ.


3. ທິດທາງໃນການແກ້ໄຂສິ່ງແວດລ້ອມ

            ທຸກໆຂະບວນການຜະລິດຂອງສັງຄົມ ແລະ ການເຄື່ອນໄຫວຂອງມະນຸດເປັນຕົ້ນຂະບວນການພັດທະນາເສດຖະກິດ-ສັງຄົມນັ້ນ, ລ້ວນແລ້ວແຕ່ກໍ່ໃຫ້ເກີດບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຍັງຊີ້ໃຫ້ເຫັນວ່າ ບັນຫາສິ່ງແວດລ້ອມພົວພັນໂດຍກົງ ກັບຄວາມທຸກຍາກຂາດເຂີນໃນລະດັບມະຫາພາກ ແລະ ຈຸລະພາກ ເປັນຕົ້ນຕໍ່ແມ່ນປະຊາຊົນບັນດາເຜົ່າ, ການປະກອບສ່ວນ ແລະ ມີສ່ວນຮ່ວມຂອງຂະແໜ່ງການ, ພາກສ່ວນຕ່າງໆຂອງສັງຄົມ ເຂົ້າໃນຂະບວນການປົກປັກຮັກສາສິ່ງແວດລ້ອມເປັນຕົ້ນ ການປົກປັກຮັກສາສິ່ງແວດລ້ອມໃນຂະບວນການພັດທະນາເສດຖະກິດ ແລະ ສັງຄົມໃຫ້ມີລັກສະນະຍືນຍົງ. ດັ່ງນັ້ນ, ການແກ້ໄຂບັນຫາສິ່ງແວດລ້ອມຈຶ່ງຄວນເອົາໃຈໃສ່ໃນ 3 ລະດັບຄື ການແກ້ໄຂບັນຫາສິ່ງແວດລ້ອມທີ່ຕິດພັນກັບການແກ້ໄຂຄວາມທຸກຍາກ ໂດຍຜ່ານຂະບວນການພັດທະນາທີ່ມີລັກສະນະແບບຍືນຍົງ, ຕິດພັນແບບການວາງນະໂຍບາຍ, ການພັດທະນາລະບຽບການດ້ານກົດໝາຍສິ່ງແວດລ້ອມ ແລະ ປັບປຸງຄວາມອາດສາມາດຂອງອົງການຄຸ້ມຄອງ. ຕິດຕາມຄຸນນະພາບສິ່ງແວດລ້ອມ ເຊັ່ນ ວຽກງານສ້າງຖານຂໍ້ມູນຂ່າວສານ, ວຽກງານເຝິກອົບຮົມສິ່ງແວດລ້ອມ, ວຽກງານຄົ້ນຄວ້າສິ່ງແວດລ້ອມ.

3.1 ການແກ້ໄຂບັນຫາສິ່ງແວດລ້ອມ ທີ່ຕິດພັນກັບການແກ້ໄຂຄວາມທຸກຍາກໂດຍຂະບວນການພັດທະນາ ທີ່ມີລັກສະນະແບບຍືນຍົງ

            ການແກ້ໄຂແບບຍືນຍົງແມ່ນ ການແກ້ໄຂດ້ວຍການສຸມໃສ່ ເຮັດໃຫ້ການພັດທະນາມີລັກສະນະແບບຍືນຍົງ, ເຊິ່ງມີຜະສິດທິຜົນສູງ ທາງດ້ານເສດຖະກິດ, ສັງຄົມມີຄວາມຍຸຕິທຳສີວິໄລ, ປະຊາຊົນມີຄຸນນະພາບຊີວິດດີຂຶ້ນ ແລະ ສິ່ງແວດລ້ອມທຳມະຊາດໄດ້ຖືກນຳໃຊ້ຢ່າງສົມເຫດສົມຜົນທັງມີການບູລະນະປົວແປງ. ຍ້ອນລະດັບຄວາມແຕກຕ່າງກັນ ໃນບັນດາປະເທດອຸດສາຫະກຳ, ກຳລັງພັດທະນາ ແລະ ດ້ອຍພັດທະນາຫຼາຍດ້ານ ຈຶ່ງເຮັດໃຫ້ການແກ້ໄຂບັນຫາສິ່ງແວດລ້ອມມີອັນແຕກຕ່າງກັນເຊັ່ນ:-           ບັນດາປະເທດອຸດສາຫະກຳ ເຊິ່ງມີຜົນສຳເລັດໃນການພັດທະນາແບບຍືນຍົງມາແລ້ວນັ້ນ, ການແກ້ໄຂບັນຫາສິ່ງແວດລ້ອມ ຕ້ອງສຸມໃສ່ການແກ້ໄຂບັນຫາສິ່ງແວດລ້ອມເຫຼືອຈາກການຟຸມເຟືອຍຂອງສັງຄົມ, ບັນຫາການປ່ອຍກາສເຮືອນແກ້ວ ແລະ ສານທຳລາຍໂອໂຊນອອກສູ່ຊັ້ນບັນຍາກາດດ້ວຍການບັງຄັບໃຊ້ລະບຽບກົດໝາຍດ້ານສິ່ງແວດລ້ອມທັງໃນລະດັບຊາດ ແລະ ສາກົນ ພ້ອມທັງໄດ້ພັດທະນາບັນດາເຕັກໂນໂລຊີໃຫ້ແທດເໝາະກັບສິ່ງແວດລ້ອມກໍຄືເຮັດໃຫ້ກາຍປ່ອຍມົນລະພິດອອກສູ່ຊັ້ນບັນຍາກາດນ້ອຍທີ່ສຸດເທົ່າທີ່ຈະໜ້ອຍໄດ້.-           ບັນດາປະເທດດ້ອຍພັດທະນາແມ່ນມີຄວາມທຸກຍາກຂາດເຂີນກວມເອົາສ່ວນຫຼາຍໃນລະດັບມະຫາພາກ ແລະ ຈຸລະພາກ, ແຕ່ມີຄວາມອຸດົມສົມບູນທາງຊັບພະຍາກອນທຳມະຊາດ. ດັ່ງນັ້ນ, ການແກ້ໄຂສິ່ງແວດລ້ອມ ແມ່ນເອົາໃຈໃສ່ເຮັດໃຫ້ຂະບວນການພັດທະນາຕ່າງໆໄດ້ມີລັກສະນະແບບຍືນຍົງ.-           ບັນດາປະເທດກຳລັງພັດທະນາ ເຊິ່ງມີຈຳນວນຫຼວງຫຼາຍຕ້ອງໄດແກ້ໄຂ ບັນຫາສິ່ງແວດລ້ອມທັງຢູ່ໃນເງື່ອນໄຂຄືດັ່ງບັນດາປະເທດການພັດທະນາ ແລະ ອຸດສາຫະກຳໄປພ້ອມໆກັນ.

3.2 ການແກ້ໄຂບັນຫາ ສິ່ງແວດລ້ອມຕິດພັນກັບການສ້າງໂຄງລ່າງ ແລະ ປັບປຸງກົນໄກການຄຸ້ມຄອງສິ່ງແວດລ້ອມລະດັບຊາດ

            ໃນການແກ້ໄຂບັນຫາດັ່ງກ່າວ ຕ້ອງເອົາໃຈໃສວາງນະໂຍບາຍການພັດທະນາລະບຽບການດ້ານກົດໝາຍດ້ານສິ່ງແວດລ້ອມ ແລະ ປັບປຸງຄວາມສາມາດອົງການຄຸ້ມຄອງຕິດຕາມຄຸນນະພາບສິ່ງແວດລ້ອມ ໃຫ້ມີຄວາມພ້ອມໃນການເຄື່ອນໄຫວວຽກງານສິ່ງແວດລ້ອມໃຫ້ມີປະສິດທິຜົນສູງ. ທັງນີ້ກໍເພື່ອປ້ອງກັນບໍ່ໃຫ້ບັນຫາສິ່ງແວດລ້ອມເກີດຂຶ້ນ, ຮັກສາສິ່ງແວດລ້ອມ ບໍ່ໃຫ້ບົກແຫ້ງເປັນຈັກເທື່ອ ເປັນຕົ້ນເອົາໃຈໃສ່ການບັງຄັບໃຊ້ລະບຽບກົດໝາຍດ້ານສິ່ງແວດລ້ອມຢ່າງເຂັ້ມງວດ ໂດຍສະເພາະໃນປະເທດດ້ອຍພັດທະນາ ແລະ ກຳລັງພັດທະນາ ເຊັ່ນ ລະບົບການຕີລາຄາຜົນກະທົບດ້ານສິ່ງແວດລ້ອມໃນໂຄງການພັດທະນາຕ່າງໆ. ປັບໃໝ່ໃສ່ໂທດຜູ້ກໍ່ຄວາມເສຍຫາຍຕໍ່ສິ່ງແວດລ້ອມ, ຍ້ອງຍໍຜູ້ມີຜົນງານດີເດັ່ນໃນວຽກງານສິ່ງແວດລ້ອມ ແລະ ອື່ນໆ.

3.3 ການແກ້ໄຂບັນຫາສິ່ງແວດລ້ອມ ທີ່ຕິດພັນກັບການສ້າງຂະບວນການສົ່ງເສີມຄຸນນະພາບສິ່ງແວດລ້ອມ

            ໃນຂະບວນການແກ້ໄຂດັ່ງກ່າວ ໄດ້ກວມເອົາການເຄື່ອນໄຫວເກັບກຳ ແລະ ສ້າງຖານຂໍ້ມູນຂ່າວສານ ສະໜອງໃຫ້ແກ່ວຽກງານຄົ້ນຄວ້າສິ່ງແວດລ້ອມ ເພື່ອສືບຕໍ່ສະໜອງໃຫ້ແກ່ຂະບວນການວາງແຜນການພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ. ນອກນັ້ນ ຍັງກວມເອົາວຽກງານຕິດຕາມກວດກາຄຸນນະພາບສິ່ງແວດລ້ອມ ແລະ ສ້າງຂະບວນການສົ່ງເສີມດ້ວຍລະບົບການເຝິກອົບຮົມ, ການສ້າງຈິດສຳນຶກເພື່ອປຸກລະດົມໃຫ້ມວນຊົນ ຫຼື ການຈັດຕັ້ງໃນສັງຄົມໄດ້ມີສ່ວນຮ່ວມແກ້ໄຂ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງປະຢັດ, ຫຼຸດຜ່ອນການສ້າງມົນລະພິດ ແລະ ສິ່ງເສດເຫຼືອຕ່າງໆ.


4. ໃຈຄວາມ

            ບັນຫາສິ່ງແວດລ້ອມເປັນບັນຫາໃຫຍ່ທີ່ສຸດ ແລະ ທຸກສິ່ງທີ່ມີຊີວິດກຳລັງປະເຊີນໜ້າໃນທົ່ວໂລກ. ປະຊາກອນນັບມື້ນັບມີການຂະຫຍາຍຕົວຢ່າງໄວວ່າ ເກີນຄວາມອາດສາມາດຮອງຮັບໄດ້ຂອງສິ່ງແວດລ້ອມທຳມະຊາດເຮັດໃຫ້ມະນຸດພົບຄວາມທຸກຍາກຂາດເຂີນ ເຊິ່ງໄດ້ກາຍເປັນຕົວການຕົ້ນຕໍໃນການບຸກລຸກ ແລະ ທຳລາຍຄວາມອຸດົມສົມບູນຂອງທຳມະຊາດ. ສະພາບເສື່ອມໂຊມຂອງສິ່ງແວດລ້ອມ ແມ່ນມີຄວາມຮູນແຮງຢູ່ໃນຂັ້ນລະວັງໄພ. ການນຳໃຊ້ຊັບພະຍາກອນຢ່າງຟຸມເຟືອຍ, ກາຍປ່ອຍສິ່ງເສດເຫຼືອມົນລະພິດຈາກໂຮງງານອຸດສາຫະກຳ, ການເຜົາຜານພະລັງງານເຊື້ອເພີງຂອງຍານພະຫະນະ ແລະ ເຄື່ອງໃຊ້ສອຍຕ່າງໆ ໄດ້ກໍ່ໃຫ້ເກີດຜົນກະທົບຕໍ່ລະບົບນິເວດວິທະຍາຂອງທຳມະຊາດ ໄດ້ມີການປ່ຽນແປງໄປທາງລົບອັນມີຜົນເຮັດໃຫ້ເກີດໄພພິບັດທຳມະຊາດອັນຮ້າຍແຮງເຊັ່ນ ໄພນ້ຳຖ້ວມ, ໄພແຫ້ງແລງ...ສະນັ້ນ ມັນຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງຕ່າງໆທັງພາກລັດ ແລະ ເອກະຊົນ ລວມໄປເຖິງບຸກຄົນໃນສັງຄົມຈະຕ້ອງປະກອບສ່ວນຢ່າງຕັ້ງໜ້າໃນການປົກປັກຮັກສາສິ່ງແວດລ້ອມດ້ວຍກັນ.

ไม่มีความคิดเห็น:

แสดงความคิดเห็น

ເຮືອນ3 ນໍ້າ4