v ສິນ
227
ຄືຂໍ້ຫ້າມຫຼືຫຼັກປະຕິບັດຂອງພຣະພິກຂຸທີ່ພຣະພຸດທະເຈົ້າຊົງກໍາໜົດຂຶ້ນເພື່ອໃຫ້ພິກຂຸທັງຫຼາຍໃດ້ຍຶດຖືເປັນຫຼັກປະຕິບັດມີດັ່ງລຸ່ມນີ້:
1.ປາຣາຊິກ ມີ 4 ສິກຂາບົດ
2.ສັງຄາທິເສດມີ 13 ສິກຂາບົດ
3.ອະນິຍົດມີ 2 ສິກຂາບົດ
4.ນິດສັກຄີຍະປາຈິດຕີມີ 30 ສິກຂາບົດ
5.ປາຈິດຕີ 92 ສິກຂາບົດ
6.ປາຖິເເທດສະນິຍະມີ 4 ສິກບົດ
7.ເສຂິຍະວັດມີ 75 ສິກຂາບົດ
8.ອະນິກອນສະມະຖະມີ 7 ສິກຂາບົດ
ລວມທັງໝົດມີ 227 ສິກຂາບົດ
Ø ປາຣາຊິກ
ປາຣາຊຶກ ແມ່ນອາບັດໜັກທີ່ພິກຂຸໃດຕ້ອງ (ລະເມິດ) ເຂົ້າ ແລ້ວຈະຂາດຈາກຄວາມເປັນພິກຂຸໄປທັນທີຕ້ອງຊິກໄປສະຖານດຽວ
ຖ້າຍັງຖືເພດ ເປັນພຣະພິກຂຸຢູ່,ບໍ່ສາມາດບັນລຸມັກຜົນໃດໆໄດ້
ຫ້າມສະຫວັນ,ຫ້າມນິບພານ ປຽບເໝືອນຕານຍອດດ້ວນ
ບໍ່ສາມາດແຕກອອກໄປໄດ້ອີກ
ແຕ່ຫາກຊິກໄປປະຕິບັດທັມຍັງສາມາດບັນລຸທັມເບື້ອງຕົ້ນໄດ້ໃນບາງເທື່ອ.
1. ປາຣາຊິກ 4
ສິກຂາບົດ1 : ພິກຂຸເສບກາມ ກັບມະນຸດ ຫຼື
ສັດເດລະສານໃນທະວານທັງສາມຄື: ທະວານເບົາ,ທະວານໜັກ ແລະ
ຊ່ອງປາກ ຢ່າງໃດຢ່າງໜື່ງ ຕ້ອງປາຣາຊຶກ.
ສິກຂາບົດທີ 2:
ພິກຂຸລັກເອົາສີ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ມີລາຄາຕັ້ງແຕ່ 250 ກິບ (5 ມາສົກ) ຂື້ນໄປ
ຕ້ອງປາຣາຊຶກ.
ສິກຂາບົດທີ3: ພິກຂຸເຈຕະນາຂ້າມະນຸດໃຫ້ຕາຍ ທັງນອກຄັນ
ແລະ ໃນຄັນຕາຍ ຫຼື ບອກໃຫ້ເຂົາຂ້າໂຕຕາຍ ຢ່າງໃດຢ່າງໜື່ງ ຕ້ອງປາຣາຊຶກ.
ສິກຂາບົດທີ4:
ພິກຂຸອວດອຸດຕະລິມະນຸດສະທັມຫຼືຄຸນວິເສດມີແທ້ອວດຕ້ອງປາຣາຊຶກ
ກິລິຍາທີ່ລວງລະເມິດພຣະບັນຍັດປາຣາຊິກ 4 ຢ່າງໜັກຄື:
ຍັງຜູ້ຕ້ອງໃຫ້ຂາດຈາກຄວາມເປັນພິກຂຸ.
Ø ສັງຄາທິເສດ
ສັງຄາທິເສດ ເປັນອາບັດແຫ່ງຄວາມເປັນອາບັດໜັກ
ແຕສາມາດປົງໄດ້ດ້ວຍການຢູ່ກັມ 6 ລາຕີໃນອາບັດໝວດນີ້ ມີທໍານຽມຢູ່ວ່າ
ເມືອຕ້ອງສັງຄາທິເສດແລ້ວ ຕ້ອງບອກພິກຂຸອົງອື່ນວ່າຕົນໄດ້ລະເມິດໃນສັງຄາທິເສດ
ຖ້າບອກບໍ່ປົດປິດໄວ້ເທົ່າໃດວັນ ຕ້ອງຢູ່ປະຣິວາດສົດເຊີຍວັນທິປົດປິດໄວ້ຈົນຄົບແລ້ວ
ຈື່ງຢູ່ກັມ 6 ລາຕິໄດ້ມີທັງໝົດ 13 ສິກຂາບົດ.
2. ສັງຄາທິເສດ 13
ສິກຂາບົດທີ1: ພິກຂຸເຈຕະນາເຮັດໃຫ້ນໍ້າອະສຸຈິເຄື່ອນ
ຕ້ອງສັງທິເສດ ຖ້າບໍ່ເຄື່ອນຕ້ອງຖຸລະໃຈ ຍົກເວັ້ນ ເຄື່ອນເອງໃນຄວາມຝັນ.
ສິກບົດທີ2: ພິກຂຸເຈຕະນາຈັບຕ້ອງຍິງດ້ວຍຄວາມກໍານັດ
ຍິນດີ ຕັ້ງໃຈຈະຈັບ ຕ້ອງສັງຄາທິເສດ (ຍົກເວັ້ນບໍ່ເຈຕະນາຈັບຕ້ອງ).
ສິກຂາບົດທີ3:
ພິກຂຸເຈຕະນາເວົ້າກຽວຢອກຍິງພາດພິງເຖິງເມຖຸນ (ການເສບກາມ) ດ້ວຍຄວາມຕັ້ງໃຈ
ຕ້ອງສັງຄາທິເສດ.
ສິກຂາບົດທີ4:ພິກຂຸເຈຕະນາເວົ້າຫລອກລໍ້ໃຫ້ຍິງມາບໍາກາມແກ່ຕົນດ້ວຍຄວາມກໍານັດຍິນດີ
ຕ້ອງສັງຄາທິເສດ
ສິກບົດທີ5:ພິກຂຸສັກຊື່ໃຫ້ຊາຍຍິງເປັນຜົວກັນ
ຕ້ອງສັງຄາທິເສດ.
ສິກຂາບົດທີ6:ພິກຂຸສ້າງກຸດຕິທີຕ້ອງໂບກສາບດ້ວຍຫຼື ດິນ
ໃຫ້ເປັນທີ່ຢູ່ຂອງຕົນເອງໂດຍບໍ່ມີເຈົ້າສັດມາສ້າງຖວາຍໃຫ້
ຕ້ອງເຮັດໃຫ້ຂະໜາດໂດຍວັດເນື້ອທີ່ດ້ານໃນກວ້າງ 7 ຄືບ ແລະ ຍາວ 12 ຄຶບ (7 X 12 ຄຶບ).
ໂດຍຄືພຣະສຸຄົດ
ໄດ້ຮັບອະນຸຍາດໃຫ້ສ້າງໃນສະຖານທີ່ໄດ້ອະນຸຍາດ ຫຼື ເຮັດເກີນຂະໜາດທີ່ໄດ້ອະນຸຍາດໃຫ້ ຕ້ອງສັງຄາທິເສດ.
ສິກບົດທີ7: ຖ້າກຸດຕິທີ່ສ້າງຂື້ນນັ້ນມີຄົນສ້າງມາຖວາຍ
ສາມາດໃຫ້ໃຫຍ່ກວ່ານັ້ນໄດ້ ແຕ່ຕ້ອງຮັບອະນຸຍາດຈາກເຈົ້າຂອງສະຖານທີ່ກ່ອນ
ຖ້າຍັງບໍ່ໄດ້ຮັບອະນຸຍາດຕ້ອງສັງທິເສດ.
ສິກບົດທີ8: ພິກຂຸໂກດເຄືອງ
ເວົ້າຕູ່ຄວາມພິກຂຸອື່ນດ້ວຍອາບັດປາຣາຊິກໂດຍບໍ່ມີມູນຄວາມຈິງ ຕ້ອງສັງຄາທິເສດ.
ສິກຂາບົດທີ9: ພິກຂຸໂກດເຄືອງ ຊອກຫາຈັບຜິດ
ພິກຂຸອື່ນດ້ວຍອາບັດປາຣາຊິກ ຕ້ອງສັງທິເສດ.
ສິກຂາບົດທີ10:
ພິກຂຸຕັ້ງໃຈເພື່ອທີ່ຈະທໍາລາຍສົງນັ້ນໃຫ້ແຕກແຍກກັນເປັນສອງຝ່າຍ
ເມື່ອພິກຂຸອື່ນເຕືອນບໍ່ຟັງ ພິກຂຸຕ້ອງນໍາໂຕມາໃນກາງໝູ່ສົງ ແລ້ວສວດກໍາ ໃຫ້ລະຄວາມຜິດ, ລະການປະພຶດນັ້ນ ຖ້າຍັງບໍ່ລະຕ້ອງສັງຄາທິເສດ.
ສິກຂາບົດທີ11: ພິກຂຸຜູ້ປະພຶດຕາມພິກຂຸຜູ້ທໍາສົງນັ້ນ
ເມື່ອພິກຂຸອື່ນຫ້າມບໍ່ຟັງ ຕ້ອງສັງຄາທິເສດ.
ສິກຂາບົດທີ12:ພິກຂຸຜູ້ບອກຍາກສອນຍາກ
ບໍ່ຍ່ອມຟັງຄໍາສັ່ງສອນຈາກຜູ້ໃດ ເມື່ອພິກຂຸອື່ນຫ້າມແລ້ວ
ບໍ່ຟັງພິກຂຸຕ້ອງນໍາໂຕໃນກາງໝູ່ສົງ ແລ້ວສວດກໍາໃຫ້ລະການປະພຶດນັ້ນ ຖ້າຍັງບໍ່ລະ
ຕ້ອງສັງຄາທິເສດ.
ສິກບົດທີ13: ພິກຂຸຄິດຮ້າຍຕໍ່ຜູ້ມີສັດທາ
ເຮັດໃຫ້ຜູ້ສັດທາສາສະໜາດ້ວຍການປະຈົບຄະລືຫັດດ້ວຍ ວິທີຕ່າງ ເມື່ອຖຶກສົງໄລ່ອອກຈາກວັດ
ກັບຍັງຕິເຕືອນສົງ ເມື່ອພິກຂຸຫ້າມແລ້ວກໍບໍ່ຟັງ
ພິກຂຸຕ້ອງນໍາໂຕມາໃນກາງໝູ່ສົງແລ້ວສວດກັມ ໃຫ້ລະການປະພຶດນັ້ນ ຖ້າຍັງບໍ່ລະຕ້ອງສັງເສດທິເສດ.
Ø ອະນິຍົດ
ອະນິຍົດແປວ່າ ບໍ່ແນ່ນອນ
ເປັນອາບັດທີ່ຕັ້ງໄວ້ເລື່ອຍໆລະຫວ່າງ ອາບັດປາຣາຊິກ, ສັງຄາທິເສດ
ແລະ ປາຈິດຕິຢ່າງໃດຢ່າງໜື່ງ ເພື່ອເປັນຫລັກໃນພຣະວິນັຍ
ໃຊ້ເປັນກົນວິນິໄສປັບອາບັດໃນກໍລະນີ ທີ່ມີຜູ້ມາຟ້ອງຮ້ອງວ່າ ພິກຂຸ ຕ້ອງອາບັດນັ້ນໆມີ2
ສິກຂາບົດຄື:
3. ອະນິຍົດ 2
ສິກຂາບົດທີ1:ພິກຂຸນັ່ງໃນທີ່ລັບຕາກັບຜູ້ຍິງສອງຕໍ່ສອງ
ຖ້າມີຄົນທີ່ຄວນເຊື່ອຖືໄດ້ມາຟ້ອງຮ້ອງວ່າ ພິກຕ້ອງອາບັດ 3 ຢ່າງຄື: ປາຣາຊິກ,ສັງຄາທິເສດ, ແລະ ປາຈິດຕິຢ່າງໃດຢ່າງໜື່ງ
ຖ້າພິກຂຸຍ່ອມຮັບອາບັດໃດ ໃຫ້ປັບອາບັດນັ້ນ ຫຼື ເຂົາມາຟ້ອງເຈາະຈົງວ່າຕ້ອງອາບັດໃດ ກໍໃຫ້ສະເພາະອາບັດນັ້ນ.
ສິກຂາທີ2: ພິກຂຸນັ່ງໃນທີ່ລັບຫູກັບຍິງສອງຕໍ່ສອງ
ຖ້າມີຄົນທີ່ຄວນເຊື່ອຖືໄດ້ມາຟ້ອງຮ້ອງວ່າ ພິກຂຸນັ້ນຕ້ອງອາບັດສອງຢ່າງຄື:ສັງຄາທິເສດ
ຫຼື ປາຈິດຕິ ຢ່າງໃດຢ່າງໜື່ງ ຖ້າພິກຂຸຍ່ອມຮັບອາບັດໃດ ໃຫ້ປັບອາບັດນັ້ນ ຫຼື
ເຂົາມາຟ້ອງເຈາະຈົງວ່າ ຕ້ອງບັດສະເພາະອາບັດໃດ ກໍ່ໃຫ້ປັບສະເພາະອາບັດນັ້ນ.
Ø ນິດສະຄີຍະປາຈິດຕິ
ນິດສະຄີຍະປາຈິດຕິ
ໝາຍເຖິງອາບັດປາຈິດຕິດ້ວຍສີ່ງຂອງອັນຈະຕ້ອງສະຫຼະໝາຍເຖິງສີ່ງນັ້ນເປັນນິດສະຄີ
(ສີ່ງທ່ີ່ຕ້ອງສະຫຼະ) ສ່ວນທີ່ພິກຂຸຕ້ອງອາບັດປາຈິດຕີຕ້ອງສະຫຼະສີ່ງຂອງນັ້ນກ່ອນ
ຈື່ງສະແດງອາບັດຕົກ. ມີ 30 ສິກຂາບົດແບ່ງອອກເປັນ3ວັກ ຫຼືບົດຄື: ຈີວອນວັກ, ໂກສິຍະວັກ
ແລະ ປັດຕະວັກ ເຊີ່ງມີລາຍລະອຽດດັ່ງນິ້:
4. ນິດສະຄີຍະປາຈິດຕີ 30
ວັກທີ1
ຈິວອນວັກມີ10 ສິກຂາບົດ
ສິກຂາບົດທີ1:ພິກຂຸເກັບຈິວອນໄດ້ແຕ່ພຽງ 10 ເທົ່ານັ້ນ
ຖ້າເກັບໄວ້ເກີນ 10 ຂື້ນໄປ ຕ້ອງສັກຄີປາຈິດຕີ.
ສິກຂາບົດທີ2:ພິກຂຸຢູ່ໂດຍບໍ່ມີໄຕຈິວອນຜືນໃດ ຜຶນໜື່ງພຽງໜື່ງລາຕີ
ຕ້ອງສັກຄິຍະປາຈິດຕິ ເວັ້ນໃນວັດທີ່ສວດສົມໝຸດຈິວະລາວິບປະສາດ ຫຼື ພິກຂຸອາພາດ
ໃຫ້ຢູ່ໂດຍບໍ່ມີໄຕຈິວອນໄດ້.
ສິກຂາບົດທີ3:ພິກຂຸໄດ້ຜ້າມາເພື່ອຫຍິບເປັນຈິວອນແຕ່ບໍ່ພໍສໍາລັບຫຍິບເປັນຈິວອນໄດ້ພຽງໜື່ງເດືອນສູງສຸດ
ຖ້າເກັບໄວ້ເກີນນັ້ນຕ້ອງນິດສະຄີປາຈິດຕິ ເຖິງແມ່ນວ່າຈະມີຄວາມຢູ່ກໍ່ຕາມ.
ສິກຂາບົດທີ4:ພິກຂຸໃຊ້ນາງ ພິກຂຸນີທີ່ບໍ່ແມ່ນຍາດໃຫ້ຊັກ,ຍ້ອມ ຫຼື ທຸບຈິວອນເກົ່າຢ່າງໃດຢ່າງໜື່ງ
ຕ້ອງສັກຄີຍະປາຈິດຕິ(ຈິວອນເກົ່າແມ່ນຈິວອນທີ່ນຸ່ງແລ້ວຕັ້ງແຕ່ໜື່ງຄັ້ງຂື້້ນໄປ).
ສິກຂາບົດທີ5:ພິກຂຸຮັບເອົາຈິວອນມາຈາກນາງພິກຂຸບໍ່ແມ່ນຍາດ
ຕ້ອງນິສັກຄີປາຈິດຕີ.
ສິກຂາບົດທີ6:ພິກຂຸຂໍຈິວອນບໍ່ໄດ້ຈາກຄະຫລືຫັດຜູ້ບໍາແມ່ນຍາດ
ບໍ່ຜູ້ປະວະນາໄວ້ ຕ້ອງນິດສັກຄີຍະປາຈິດຕີ ຍົກເວັ້ນຖືກໂຈນລັກ ຫຼື
ຈິວອນເສຍຫາຍເຊັ້່ນ:ຖືກໄຟໄໝ້ເປັນຕົ້ນ.
ສິກຂາບົດທີ7: ໃນເວລາເຊັ້່ນນັ້ນ (ເວລາທີ່ຈິວອນເສຍ)
ສາມາດຂໍໄດ້ພຽງແຕ່ຜ້ານຸ່ງຫົ່ມເທົ່ານັ້ນ ຖ້າມາຂໍເກີນນັ້ນນິສັກຄີຍະປາຈິດຕີ (ຖ້າເສຍ 3
ຜືນ ຂໍໄດ້ 2 ຜືນ ຂໍໄດ້1 ຜືນ ຖ້າເສຍຜືນດຽວບໍ່ຄວນຂໍ).
ສິກຂາບົດທີ8:ແມ່ນຄະລືຫັດທີ່ບໍ່ແມ່ນຍາດ ບໍ່ໄດ້ປະວະນາ
ເວົ້າວ່າຂ້າພະເຈົ້າຈະຖວາຍແກ່ພຣະຂຸອົງນີ້
ດັ່ງນັ້ນພິກຂຸອົງນັ້ນຮູ້ຄວາມແລ້ວເຂົ້າໄປບອກໃຫ້ພວກເຂົາຮ່ວມທຶນເຂົ້າເປັນອັນດຽວກັນ
ແລະ ບໍ່ຊື້ຈິວອນທີ່ດີ ແລະ ແພງກວ່າພວກເຂົາກໍານົດໄວ້ແລ້ວ ຖ້າໄດ້ມາ
ຕ້ອງນິດສັກຄີຍະປາຈິດຕິ.
ສິກຂາບົດທີ9: ຖ້າມີຄະລືຫັດບໍ່ແມ່ນຍາດ ບໍ່ໄດ້ປະວະນາ
ຫຼາຍຄົນຕ່າງກໍ່ຈະຖວາຍຈິວອນແກ່ພິກຂຸອົງດຽວພິກຂຸນັ້ນຮູ້ຄວາມແລ້ວ ເຂົ້າໄປບອກ
ໃຫ້ພວກເຂົາຮ່ວມທຶນເຂົ້າເປັນອັນດຽວກັນ ແລະ ໃຫ້ຊື້ຈິວອນທີ່ດີ ແລະ ແພງກວ່າທີ່ພວກເຂົາກໍານົດໄວ້
ຖ້າໄດ້ມາ ຕ້ອງນິດສັກຍະປາຈິດຕີ.
ສິກບຂາບົດທີ10:
ຖ້າມີຄົນນໍາເງິນເພື່ອເປັນຄ່າຈິວອນແກ່ພິກຂ ແລະ ໄດ້ຝາກເກັບໄວ້ກັບໄວຍະກອນ
ຂອງພິກຂຸທັງຫຼາຍ ແລ້ວເມື່ອພິກຂຸຕ້ອງການຈິວອນໂດຍເຂົ້າບອກໃຫ້ເຂົາຈັດຫາຈິວອນໃຫ້ສູງສຸດ
ສາມາດເຂົ້າໄປບອກເຂົາໄດ້ 3 ຄັ້ງ ຖ້າບອກຄົບ 3 ຄັ້ງແລ້ວຍັງບໍ່ໄດ້ຈິວອນ ແລະ
ສາມາດໄປຢືນພໍໃຫ້ເຫັນໜ້າຄົບແລ້ວຍັງບໍ່ໄດ້ຈິວອນມາ
ຕ້ອງໄປບອກໃຫ້ເຈົ້າຂອງເງິນນັ້ນໃຫ້ເຂົາເອົາເງິນຄືນ ແຕ່ຖ້າພິກຂຸພະຍາຍາມທວງຖາມ ຫຼື
ຢຶນເກີນກໍານົດນັ້ນ ຖ້າໄດ້ມາ ຕ້ອງນິດສັກຄີຍະປາຈິດຕີ.
ວັກທີ2
ໂກສີຍະວັກມີ10 ສິກຂາບົດ
ສິກຂາບົດທີ11: ພິກຂຸໃຊ້ຂົນຈຽມປະສົມກັບເສັ້ນໄໝຫຼໍ່ເປັນສັນຖັດ(ຜ້າຮ້ອງນັ່ງ)
ຕ້ອງນິດສັກຄີປາຈິດຕີ.
ສິກຂາບົດທີ12: ພິກຂຸໃຊ້ຂົນຈຽມດໍາລ້ວນຫຼໍ່ສັນຖັດ
ຕ້ອງນິດສັກຄີຍະປາຈິດຕີ.
ສິກຂາບົດທີ13: ພິກຂຸຫຼໍ່ສັນຖັດ (ຜ້າຮ້ອງນັ່ງ)
ໃໝ່ໂດຍໃຊ້ຂົນຈຽມດໍາ 2 ສ່ວນຂົນຈຽມຂາວ1 ສ່ວນ ຂົນຈຽມແດງໜື່ງສ່ວນຜະສົມກັນຫຼໍ່ ຖ້າໃຊ້ຂົນຈຽມດໍາສອງສ່ວນ
ຕ້ອງນິດສັກຄີຍະປາຈິດຕີ.
ສິກຂາບົດທີ14: ພິກຂຸຫຼໍ່ສັນຖັດໃໝ່ແລ້ວ ຕ້ອງໃຊ້ສອຍໃຫ້
ຫົກປີ ແລ້ວຫຼໍ່ໃໝ່ ຕ້ອງນິດສັກຍະປາຈິດຕີ ຍົກເວັ້ນພິກຂຸໄດ້ຮັບສົມໝຸດໃຫ້ຫຼໍ່ໃໝ່.
ສິກຂາບົດທີ15: ພິກຂຸຈະຫຼໍ່ສັນຖັດໃໝ່
ໂດຍຕັດເອົາສັນຖັດເກົ່າເອົາປະມານໜື່ງຄຶບ ມາຜະສົມສັນຖັດໃໝ່ ເພື່ອໃຫ້ລາຍສີໃໝ່ເສຍ
ຖ້າບໍ່ເຮັດນັ້ນ ຕ້ອງນິດສັກຍະປາຈິດຕີ.
ສິກຂາບົດທີ16: ພິກຂຸເດີນທາງໄກ
ຖ້າມີໃຜຖວາຍຂົນຈຽມຕ້ອງການຮັບກໍ່ສາມາດໄດ້ ແຕ່ ຕ້ອງນໍາມາດ້ວຍຕົນເອງໄດ້ໄກພຽງແຕ່ 3
ໂຍດເທົ່ານັ້ນ ຖ້ານໍາໄປໄກເກີນນັ້ນ ຕ້ອງສັກຄີຍະປາຈິດຕິ(ຍົກເວັ້ນມີຄົນຖືໃຫ້).
ສິກຂາບົດທີ17: ພິກຂຸໃຊ້ນາງພິກຂຸນີທີ່ບໍ່ແມ່ນຍາດໃຫ້ຍ້ອມ,ຊັກ ຫຼື ສ້າງຂົນຈຽມ (ຜ້າປູນັ່ງ) ຢ່າງໃດຢ່າງໜື່ງ ຕ້ອງນິດສັກຄີຍະປາຈິດຕີ.
ສິກຂາບົດທີ18: ພິກຂຸຮັບເອງກໍດີ
ໃຫ້ຜູ້ອື່ນຮັບແທນກໍ່ດີເປັນຕົ້ນແມ່ນເງິນ ຫຼື ຄໍາ ຕ້ອງນິດສັກຄີຍະປາຈິດຕີ.
ສິກຂາບົດທີ19: ພິກຂຸທໍາການຊື້ ຫຼື ຂາຍດ້ວຍຣູປິຍະ
ເງິນຕາຄື ຂອງທີ່ເຂົາໃຊ້ແທນເງີິນ ລື ຄໍາ ຕ້ອງນິດສັກຄີຍະປາຈິດຕີ.
ວັກທີ3
ປັດຕະວັກ ມີ 10 ສິກຂາບົດ
ສິກຂາບົດທີ21: ພິກຂຸເກັບອະຕິເລກບາດ (ບາດໜ່ວຍອື່ນ
ນອກຈາກບາດທີ່ອະທິຖານໃຊ້) ໄວ້ໄດ້ພຽງແຕ່10 ມື້ເທົ່ານັ້ນ ຖ້າເກັບໄວ້ເກີນນັ້ນ
ຕ້ອງນິດສັກຄີຍະປາຈິດຕີ.
ສິກຂາບົດທີ22: ພິກຂຸມີບາດແຕກລ້າວ ຍາວຍັງບໍ່ຮອດ 1
ນິ້ວ ແລ້ວໄປຂໍບາດໃໝ່ກັບຄະລືຫັດທີ່ບໍ່ແມ່ນຍາດ ບໍ່ໄດ້ປະວະນາ
ຖ້າໄດ້ມາຕ້ອງນິດສັກຄີປາຈິດຕີ.
ສິກຂາບົດທີ23: ພິກຂຸໄດ້ຮັບປະເຄນສັດທັງ5 ຄື:ເນີຍໃສ,ເນີຍຂຸ້ນ,ນໍາມັນ,ນໍ້າເຜີ້ງ
ແລະ ນໍ້າອ້ອຍ ຫຼື ຢ່າງໃດຢ່າງໜື່ງໄວ້ແລ້ວ ສາມາດເກັບໄວ້ພຽງ7 ວັນເທົ່ານັ້ນ
ຖ້າເກັບໄວ້ເກີນຕ້ອງນິດສັກຄີຍະປາຈິດຕີ.
ສິກຂາບົດທີ24: ພິກຂຸສະແຫວງຫາຜ້າອາບນໍ້າຝົນໄດ້
ໃນເດືອນສຸດທ້າຍຂອງລະດູຮ້ອນ ເລີ່ມຕັ້ງແຕ່ແຮມ 1 ຄໍ່າເດືອນ 7 ເປັນຕົ້ນໄປ ແລະ
ຫຼັງຈາກນັ້ນ 15 ວັນອະນຸຍາດນຸ່ງໄດ້ ຖ້າສະແຫວງຫາ ຫຼື ນຸ່ງໃນເຂດນີ້
ຕ້ອງສັກຄີຍະປາຈິດຕີ.
ສິກຂາບົດທີ 25 : ພິກຂຸໃຫ້ຈິວອນແກ່ພິກຂຸອົງອື່ນແລ້ວ
ພາຍຫຼັງມີຄວາມຄຽດຊັງ ບໍ່່ພໍໃຈ ຍາດເອົາຈິວອນນັ້ນກັບຄືນມາເອງ ຫຼື
ໃຫ້ຜູ້ອື່ນເອົາມາໃຫ້ກໍ່ດີ ຕ້ອງນິດສັກຄີຍະປາຈິດຕີ.
ສິກຂາບົດທີ26: ພິກຂຸຂໍດ້າຍຈາກຄະລືຫັດທີ່ບໍ່ແມ່ນຍາດ
ບໍ່ໄດ້ປະວະານ ນໍາມາໃຊ້ໃຫ້ຊ່າງຕໍ່າຫາກຕໍ່າເປັນຈິວອນ ຕ້ອງນິດສັກຄີຍະປາຈິດຕີ.
ສິກຂາບົດທີ27: ພິກຂຸຮູ້ວ່າຄະລືຫັດທີ່ບໍ່ແມ່ນຍາດ
ບໍ່ໄດປະວະນາ ສັ່ງຊ່າງຕໍ່າຫູກຕໍ່າຈິວອນມາຖວາຍໃຫ້ແກ່ຕົ້ນ
ແລ້ວເຂົ້າໄປບອກໃຫ້ເຂົາຕໍ່າໃຫ້ດີຂື້ນ ດ້ວຍການກ່າວ ຈະໃຫ້ລາງວັນແກ່ເຂົາ
ຕ້ອງນິດສັກຄີຍະປາຈິດຕີ.
ສິກຂາບົດທີ28: ຖ້າອີກ 1 ວັນ ຈະຮອດປະວະນາ ອອກພັນສາ
ຖ້າມີສັດມາຈະຖວາຍຜ້າຈໍາພັນສາ ກໍ່ໃຫ້ເກັບໄວ້ໄດ້ຕະຫລອດການ ຈິວອນ ຖ້າເກັບໄວ້ເກີນນີ້ໄປ
ຕ້ອງນິດສັກຄີຍະປາຈິດຕີ.
ສິກຂາບົດທີ29: ພິກຂຸຈໍາພັນສາໃນເສນາສະນະປ່າ
ເຊິ່ງເປັນປ່າປ່ຽວຫຼັງ ຈາກອອກພັນສາແລ້ວ ຕ້ອງການເກັບຈິວອນຜຶນໃດຜືນໜື່ງໄວ້ ໃນບ້ານ
ກໍ່ສາມາດເກັບໄວ້ ແຕ່ບໍ່ເກີນ 6 ວັນ ຖ້າເກັບໄວ້ເກີນນັ້ນຕ້ອງນິດສັກຄີຍະປາຈິດຕີ.ຍົກເວັ້ນພິກຂຸໄດ້ຮັບສົມໝຸດໃຫ້ຢູ່ໂດຍບໍ່ມີກໍ່ໄດ້.
Ø ປາຈິດຕີ
ປາຈິດຕີແປວ່າ
ການລະເມີດເຮັດໃຫ້ກຸສົນນັ້ນຕົກໄປ(ເຮັດໃຫ້ຄວາມດີເສຍຫາຍ) ມີຊື່ເອີ້ນອີກຢ່າງໜື່ງວ່າ
ສຸດທິກປາຈິດຕີໝາຍເຖິງປາຈິດຕີລ້ວນໆທີ່ພິກຂຸຕ້ອງສະແດງອາບັດໄດ້ເລີຍ
ບໍ່ຕ້ອງສະຫຼະສີ່ງຂອງຄືກັບນິດສັກຄີຍະປາຈິດຕີ ປາຈິດທັງໝົດມີ 92 ສິກຂາບົດ
ແບ່ງອອກເປັນ9 ວັກຄື: ມຸສາວາທະວັກ,ພູຕາມາຄະວັກ,ໂອວາດວັກ,ໂພຊະນະວັກ,ອະເຈວັກ,ສຸຣາປະນະວັກວັກ,ສັບປານະວັກ,ສະຫະທະທັມມິກວັກ,ລັດຕະນະວັກ ເຊິ່ງມີລາຍລະອຽດດັ່ງນີ້:
5. ປາຈິດຕີ 92
ວັກທີ1
ມຸາສາວາທາວັກ ມີ10 ສິກຂາບົດ
ສິກຂາບົດທີ1: ພິກຂຸເວົ້າມຸສາ ຫຼື ເວົ້າຕົວະ
ຕ້ອງປາຈິດຕີ.
ສິກຂາບົດທີ2: ພິກຂຸດ່າ ພິກຂຸ ຕ້ອງປາຈິດ
ດ່າສະມະເນນຫຼືດ່າຄະລືຫັດ ຕ້ອງທຸກົກດ ຖ້າມີຄົນເວົ້າບໍ່ມີສາລະ ວ່າກັບພິກຂຸ ສະມະເນນ
ຫຼື ຄະລືຫັດຕ້ອຝທຸພາສິດຄືກັນໝົດ.
ສິກຂາບົດທີ3:ພິກຂຸເວົ້າສຽດສີ
ຍຸຍົງໃຫ້ພິກຂຸອື່ນໃຫ້ບາດໜານໃຈກັນ ຕ້ອງປາຈິດ.
ສິກຂາບົດທີ4:
ພິກຂຸສອນກ່າວທັມເພື່ອໃຫ້ອະນຸປະສໍາບັນທ່ອງຈໍາໃຫ້ທ່ອງພ້ອມກັນກັບຕົນຕ້ອງປາຈິດຕີ
ຍົກເວັ້ນສູດພ້ອມກັນ.
ສິກຂາບົດທີ5:ພິກຂຸຫລັບນອນໃນສະຖານມຸງບັງອັນດຽວກັນກັບອນຸປະສໍາບັນ
ສາມາເນນ ຄະລືຫັດ ເກີນ 3 ຄືນຂື້ນໄປຕ້ອງປາຈິດຕີ (ເມື່ອນອນໄດ້ 2 ຄືນແລ້ວ
ຖ້າຝ່າຍໃດຝ່າຍໜື່ງລຸກອອກບ່ອນນອນນັ້ນຕາເວັນຂື້ນ ຖືວ່າບໍ່ຜິດ ແລະ
ມື້ຕໍ່ມາສາມາດນອນຕໍ່ໄປໄດ້ອີກ ແລະ ນັບລາຕີໃໝ່ອີກແບບນີ້ ບໍ່ຖືວ່າ3 ລາຕີ).
ສິກຂາບົດທີ6:
ພິກຂຸສະແດງທັມແກ່ຜູ້ຍິງ(ບໍ່ມີຜູ້ຊາຍເປັນໜຸ່ມ) ເກີນກວ່າ 6 ຄໍາ ຕ້ອງປາຈິດຕີ.
ສິກຂາບົດທີ7:ພິກຂຸຫລັບນອນໃນສະຖານທີ່
ທີ່ມຸງບັງອັນດຽວກັນກັບຜູ້ຍິງຄືນດຽວ ຕ້ອງປາຈິດຕີ.
ສິກຂາບົດທີ8:ພິກຂຸອວດອຸດຕະຣີມະນຸດສະທັມ
ທີ່ມີໃນຕົນໃຫ້ແກ່ອຸປະສໍາບັນ(ຜູ້ທີ່ບໍ່ໄດ້ອຸປະສົມບົດຄື:ພິກຂຸ ແລະ
ພິກຂຸນີນອກນັ້ນຄືວ່າ: ເປັນອຸປະສົມບົດທັງໝົດ).ຕ້ອງປາຈິດຕີ.
ສິກຂາບົດທີ9:ພິກຂຸບອກອາບັດຊົ່ວຫຍາບຂອງພິກຂຸອື່ນແກ່ອຸປະສໍາບັນ
ຕ້ອງປາຈິດຕີ ຍົກແຕ່ພິກຂຸທີ່ໄດ້ສົມໝຸດໃຫ້ບອກໄດ້ (ອາບັດຊົ່ວຫຍາບໝາຍເຖິງອາບັດປາລາຊິກ
ແລະ ອາບັດສັງຄາທິເສດ).
ສິກຂາບົດທີ10: ພິກຂຸຂຸດເອງ ຫຼື
ໃຫ້ຜູ້ອື່ນຂຸດເຊິ່ງແຜ່ນດິນ ຕ້ອງປາຈິດຕີ.
ວັກທີ2
ພູຕາຄະວັກມີ10 ສິກຂາບົດ
ສິກຂາບົດທີ11: ພິກຂຸເດັັດພືດ ຂອງຂຽວ
ທີ່ເກິດຢູ່ກັບທີ່ໃຫ້ຫຼຸດອອກຈາກທີ່ນັ້ນ ຕ້ອງປາຈິດຕີ.
ສິກຂາບົດທີ12: ພິກຂຸປະພຶດອານາຈານໝູ່ສົງ
ເມື່ອຮ້ອງມາສອບ ຖາມເພື່ອໃຫ້ຮັບຄວາມຜິດນັ້ນ ກັບເອົາຄໍາອື່ນກົບເືອນ ຫຼື ເຮັດເສີຍ
ບໍ່ເວົ້າ ຕ້ອງປາຈິດຕີ.
ສິກຂາບົດທີ13:ພິກຂຸຕິເຕືອນພິກຂຸອື່ນ
ສົງສົມໝຸດໃຫ້ເປັນຜູ້ເຮັດການສົງທີ່ທ່ານໄດ້ເຮັດໂດຍຊອບທັມແລ້ວ ຕ້ອງປາຈິດຕີ.
ສິກຂາບົດທີ14:ພິກຂຸເອົນຕ້ຽງ,ຕັ່ງ,ເສື້ອຮອງນັ່ງ,ຂອງພິກຂຸອື່ນ
ໄປໃຊ້ໃນກາງແຈ້ງແລ້ວ ເມືອລຸກອອກຈາກທີ່ນັ້ນແລ້ວກໍ່ຕ້ອງເກັບໃຫ້ຮຽບຮ້ອຍ ຖ້າບໍ່ເກັບເອງ
ຫຼື ບໍ່ມອບໃຫ້ຄົນອື່ນເກັບ ຢ່າງໃດຢ່າງໜື່ງ ຕ້ອງປາຈິດຕີ.
ສິກຂາບົດ15:ພິກຂຸໃຊ້ທີ່ນອນຂອງພິກຂຸອື່ນປູນອນໃນກຸດຕີສົງ
ເມື່ອລຸກອອກຈາກທີ່ນັ້ນ ກໍ່ຕ້ອງເກັບໃຫ້ເປັນທີ່ຮຽບຮ້ອຍຖ້າບໍ່ເກັບເອງ ຫຼື
ມອບໃຫ້ຄົນອື່ນເກັບຢ່າງໃດຢ່າງໜື່ງ ຕ້ອງປາຈິດຕີ.
ສິກຂາບົດທີ16:
ພິກຂຸຮູ້ວ່າກຸດຕີນີ້ມີຜູ້ຢູ່ມາກ່ອນແລ້ວແຕ່ຍັງເຂົ້າໄປນອນບຽດສຽດໂດຍຫວັງວ່າຈະຜູ້ທີ່ຢູ່ກ່ອນຄັບແຄ້ນໃຈຢູ່ບໍ່ໄດ້ແລ້ວຫລີກນີ້ໄປ
ຕ້ອງປາຈິດຕີ.
ສິກຂາບົດທີ17:ພິກຂຸໂກດເຄືອງຊຸດດຶງຂາພິກຂຸອົງອື່ນອອກຈາກກຸດຕີສົງ
ຕ້ອງປາຈິດຕີ.
ສິກຂາບົດທີ18: ພິກຂຸນັ່ງ ຫຼື
ນອນເທິງຕຽງທີ່ມີຂາບໍ່ໄດ້ຕຶງ ຫຼື ຕອກໃຫ້ແໜ້ນທີ່ເຂົາວາງຢູ່ລາງຮ້ານໃນກຸດຕິເກັບຂອງສົງ
ຕ້ອງປາຈິດຕິ.
ສິກຂາບົດທີ19: ພິກຂຸຈະໃຊ້ດິນ ຫຼື
ປູນໂບກຊາບກຸດຕິໂດຍໂບກໄດ້ພຽງສາມຄັ້ງ ຖ້າເກີນ ຕ້ອງປາຈິດຕີ.
ສິກຂາບົດທີ20:ພິກຂຸຮູ້ຢູ່ແລ້ວວ່ານໍ້າມີສັດຢູ່ຍັງເອົາມາຫົດຫຍ້າ
ຫຼື ດິນ ຕ້ອງປາຈິດຕີ.
ວັກທີ3
ໂອວາດວັກມີ10 ສິກຂາບົດ
ສິກຂາບົດທີ21: ພິກຂຸສັ່ງສອນນາງພິກຂຸນີ
ທີ່ສົງຍັງບໍ່ໄດ້ມອບໝາຍໃຫ້ເປັນສອນພິກຂຸນີ ຕ້ອງປາຈິດຕີ.
ສິກຂາບົດທີ22:ພິກຂຸຜູ້ສົ່ງ ໃຫ້ເປັນຜູ້ສອນນາງພິກຂຸນີນັ້ນ
ຖ້າສອນໃນເວລາຕາເວັນຕົກ ຕ້ອງປາຈິດຕີ.
ສິກຂາບົດທີ23:ພິກຂຸເຂົ້າໄປສອນນາງພິກຂຸນີເຖິງທີ່ຢູ່ຂອງນາງພິກຂຸນີ
ຕ້ອງປາຈິດຕີ.
ສິກຂາບົດທີ24: ພິກຂຸຕິເຕືອນ ພິກຂຸທີ່ສອນພິກຂຸນີວ່າ
ສອນເພື່ອເຫັນແກ່ລາບ ຕ້ອງປາຈິດຕີ.
ສິກຂາບົດທີ25: ພິກຂຸໃຫ້ຈິວອນແກ່ພິກຂຸນີທີ່ບໍ່ແມ່ນ
ຕ້ອງປາຈິດຕີ.
ສິກຂາບົດທີ26:ພິກຂຸຈັບຈິວອນຂອງນາງພິກຂຸນີ
ທີ່ບໍ່ແມ່ນຍາດ ຫຼື ໃຫ້ຄົນອື່ນຈັບໃຫ້ ຕ້ອງປາຈິດຕີ.
ສິກຂາບົດທີ27:ພິກຂຸຊັກຊວນນາງພິກຂຸນີເດີນທາງດ້ວຍກັນໂດຍຜ່ານພຽງແຕ່ບ້ານໜື່ງຕ້ອງປາຈິດຕີຍົກເວັ້ນແຕ່ປ່າປ່ຽວມີໄພອັນຕະລາຍສະເພາະຫນ້າ.
ສິກຂາບົດທີ28:ພິກຂຸຊັກຊວນພິກຂຸລົງເຮືອລໍາດຽວກັນຂື້ນນໍ້າກໍ່ດີ,ລົງນໍ້າກໍ່ດີ ຕ້ອງປາຈິດຕີ ຍົກເວັ້ນເວລາຂ້າມຝາກ.
ສິກຂາບົດທີ29:ພິກຂຸຮູ້ຢູ່ວ່າ
ອາຫານທີ່ນາງພິກຂຸນີບັງຄັບໃຫ້ຄະລືຫັດ ເອົາມາຖວາຍແລ້ວຕ້ອງປາຈິດຕີ
ຍົກເວັ້ນແຕ່ອາຫານນັ້ນຄະລືຫັດເຂົາຕຽມໄວ້ກ່ອນ.
ສິກຂາບົດທີ30:ພິກຂຸນັ່ງ ຫຼື ນອນ ສອງຕໍ່ສອງກັບພິກຂຸນີ
ຕ້ອງປາຈິດຕີ.
ວັກທີ4
ໂພສະນະວັກມີ10 ສິກຂາບົດ
ສິກຂາບົດທີ31ອາານໃນໂຮງອາຫານທີ່ຕຽມໄວ້ສໍາລັບທານແກ່ບຸກຄົນທົ່ວໄປພິກຂຸບໍ່ອາພາດສັນໄດ້ພຽງແຕ່ວັນດຽວເທົ່ານັ້ນຖ້າສັນຕິດຕໍ່ກັນຕັ້ງສອງມື້ຂື້ນໄປ
ຕ້ອງປາຈິດຕີ ຍົກແຕ່ຈະສັນສໍາລັບມື້ ຫຼື
ອາຫານທີ່ເຂົາຈັດໄວ້ຖວາຍໂດຍສະເພາະຈື່ງຈະສາມາດສັນໄດ້ ບໍ່ຕ້ອງປາຈິດຕີ.
ສິກຂາບົດທີ32:
ຖ້າມີສັດທານິມົນພຣະພິກຂຸໄປສັນອາຫານໂດຍລະບຸຊື່ໂພຊະນະທັ້ງ 5 ຢ່າງຄື:ເຂົ້າສຸກ,ເຂົ້ານົມສົດ,ເຂົ້າໜົມແຫ້ງ,ປາເນື້ອຢ່ງໃກຢ່າງໜື່ງ
ພິກຂຸໄປຮັບສັນອາຫານນັ້ນມາເພື່ອປັນອາຫານນັ້ນຕັ້ງແຕ່4ອົງຂື້ນໄປ ຕ້ອງປາຈິດຕີ
ຍົກແຕ່ໃນເວລາ
1.ເປັນໄຂ
2.ລະດູຈິວອນການ
3.ເວລາເຮັດຈິວອນ
4.ເວລາເດີນທາງໄກ
5.ເວລາເດີນທາງເຮືອ
6.ເວລາພິກຂຸຢູ່ນໍາກັນຫຼາຍຮູບທີ່ບິນທະບາດບໍ່ພໍສັນ
7.ໂພສະນະເປັນຂອງສະມະນະດ້ວຍເປັນທີ່ຕ້ອງການຈະຖວາຍ
ສິກຂາບົດທີ33: ພິກຂຸຮັບນິມົນບ່ອນໜື່ງ
ແລ້ວບໍ່ໄປຕາມທີ່ນີມົນນັ້ນ ແຕ່ກັບສັນນີມົນອື່ນ ຕ້ອງຈິດຕີ.
ສິກຂາບົດທີ34: ພິກຂຸໄປບິນທະບາດໃນບ້ານ
ຖ້າມີສັດທາຖວາຍຂະໜົມເປັນຈໍານວນຫຼາຍ ພິກຂຸສາມາດຮັບໄດ້ພຽງແຕ່3
ບາດເທົ່ານັ້ນຖ້າຮັບເກີນນັ້ນ ຕ້ອງປາຈິດຕີ ແລະ ສີ່ງທີ່ຮັບມາຕ້ອງແບ່ງໃຫ້ພິກຂຸອື່ນນໍາ
ສິກຂາບົດທີ35: ພິກຂຸສັນແລ້ວ,ອິມແລ້ວ,ພັກແລ້ວ ຢຸດສັນແລ້ວ ພາຍຫຼັງໄດ້ສັນອີກກໍ່ດີ,ຍໍ້າກໍ່ດີ ເຊິງອາຫານອັນບໍ່ເປັນເດນພິກຂຸບໍ່ໄຂ້ ຫຼື ບໍ່ໄດ້ເຮັດວິນັຍກ່ອນ
ສົມໝຸດເຮັດເປັນຂອງເຫລືອເດນ ຕ້ອງຈິດຕີ.
ສິກຂາບົດທີ36:ພິກຂຸສັນຮູ້ວ່າ ພິກຂຸສັນແລ້ວໆ
ແຕ່ຕ້ອງການຈະເພິ່ງໂທດລາວ ຈື່ງແກ້ງເອົາຂອງຂຽວຂອງສັນທີ່ບໍ່ເປັນເດນ
ພິກຂຸໄຂ້ໄປສັນຖ້າລາວສັນແລ້ວ ຕ້ອງປາຈິດຕີ.
ສິກຂາບົດທີ37:ພິກຂຸສັນອາຫານໃນເວລາວິການຄືຕັ້ງແຕ່ທ່ຽງວັນຂື້ນໄປເຖິງເຊົ້າວັນໃໝ່
ຕ້ອງປາຈິດຕີ.
ສິກຂາບົດທີ38:ພິກຂຸສັນອາຫານຮັບປະເຄນໄວ້ຄ້າງຄືນ
ຕ້ອງປາຈິດຕີ.
ສິກບາບົດທີ39:ພິກຂຸຂໍສັນໂພສະນະອັນປານິດຄື:ເນີຍໃສ,ນໍ້າຂຸ້ນ,ນໍ້າມັນ,ນໍ້າເຜີ້ງ,ນໍ້າອ້ອຍ,ປາ,ເນື້ອ,ນົມສົດມາສັນເອງ ຕ້ອງຈິດຕິ ຍົກເວັ້ນແຕ່ໂພສະນະພິກຂຸອາພາດຂໍມາຫຼື
ຂໍຕໍ່ຄົນທີາເປັນຍາດ ຫຼື ຄົນພາວະໄວ້ ອະນຸຍາດໃຫ້ສັນໄດ້.
ສິກຂາບົດທີ40:ພິກຂຸກືນກິນອາຫານທີ່ຍັງບໍ່ທັນໄດ້ປະເຄນໃຫ້ລ້ວງລົງຄໍ
ຕ້ອງປາຈິດຕີ ຍົກເວັ້ນແຕ່ນໍ້າ ແລະ ໄມ້ສີແຂ້ວ.
ວັກທີ5
ອາເຈກວັກມີ 10 ສິກຂາບົດ
ສິກຂາບົດທີ41:ພິກຂຸໃຫ້ອາຫານດ້ວຍມືຂອງຕົນແກ່ສາສະໜາອື່ນ
ຕ້ອງປາຈິດຕີ.
ສິກຂາບົດທີ42:
ພິກຂຸຊັກຊວນພິກຂຸເຂົ້າໄປບິນທະບາດໃນໝູ່ບ້ານນໍາກັນແລ້ວໄລ່ກັບ ຕ້ອງປາຈິດຕີ.
ສິກຂາບົດທີ43:ພິກຂຸເຂົ້າໄປນັ່ງແຊກແຊງໃນຕະກຸນທີ່ມີຄົນສອງຄົນຜົວແລະ
ເມຍກໍາລັງມີລາຄະດ້ວຍກັນຢູ່ ຕ້ອງປາຈິດຕີ.
ສິກຂາບົດທີ44:ພິກຂຸນັ່ງໃນທີ່ກໍາບັງກັບຍິງສອງຕໍ່ສອງ
ບໍ່ມີຊາຍຢູ່ເປັນໝູ່ ຕ້ອງປາຈິດຕີ.
ສິກຂາບົດທີ45:ພິກຂຸນັ່ງໃນທີ່ແຈ້ງກັບຍິງສອງຕໍ່ສອງ
ຕ້ອງປາຈິດຕີ.
ສິກຂາບົດທີ46:ພິກຂຸຮັບນິມົນແລ້ວ
ຈະໄປບ່ອນອື່ນກ່ອນໄປສັນ ຫຼື ສັນແລ້ວຈື່ງໄປກໍ່ດີ ຕ້ອງບອກພິກຂຸຢູ່ວັດກ່ອນ
ຖ້າບໍ່ລາຕ້ອງປາຈິດຕີ ຍົກເວັ້ນໃນສະໄໝຈິວອນການ ແລະ ເວລາທໍາຈິວອນ.
ສິກຂາບົດທີ47: ຫ້າມຂໍເກີນກໍານົດ
ເວລາທີ່ກໍານົດໄວ້ຖ້າຂໍເກີນຕ້ອງປາຈິດຕິ.
ສິກຂາບົດທີ48:ພິກຂຸໄປເພື່ອຈະເບີ່ງກອງທັບທີ່ຍົກໄປສູ່ຮົບກັນ
ຕ້ອງປາຈິດຕີ ຍົກເວັ້ນແຕ່ໄປເບີ່ງພີນ້ອງພິກຂຸບໍ່ສະບາຍໃນກອງທັບເພື່ອຈະໄປຢຽມ
ເບີ່ງອາການເປັນຕົ້ນ ບໍ່ຕ້ອງອາບັດ.
ສິກຂາບົດທີ49:
ຖ້າມີເຫດຈໍາເປັນຕ້ອງໄປໃນກອງທັບນັ້ນພິກຂຸສາມາດຢູ່ໃນກອງທັບນັ້ນໄດ້ພຽງແຕ່ 3
ຄືນເທົ່ານັ້ນ ຖ້າຢູ່ເກີນຕ້ອງປາຈິດຕີ.
ສິກຂາບົດທີ50: ໃນເວລາພິກຂຸຢູ່ໃນກອງທັບນັ້ນ
ຖ້າໄປເບິ່ງເຂົາສູ້ຮົບກໍ່ດີ ໄປເບິ່ງເຂົາຈັດຂະບວນ ຫຼື ເຂົາຈັດຂະບວນກອງທັບແລ້ວກໍ່ດີ
ຕ້ອງປາຈິດຕີ.
ວັກທີ6
ສຸຣາປະນະວັກມີ 10 ສິກຂາບົດ
ສິກຂາບົດທີ51: ພິກຂຸດື່ມສຸລາເມໄລ
ເຄື່ອງໝັກດອງທີ່ເຮັດໃຫ້ປະສາດມືນງົງ(ຢາຝິນ,ຢາບ້າ,ກັນຊາ,ເຮອິນອື່ນໆ ຕ້ອງປາຈິດຕີ)
ສິກຂາບົດທີ52:ພິກຂຸໃຊ້ນິ້ວມື້ຈິ້ພິກຂຸອື່ນໃຫ້ໜຽມສະດຸ້ງຕື່ນ
ຕ້ອງປາຈິດຕີ.
ສິກຂາບົດທີ53: ພິກຂຸລອຍນໍ້າ ຕ້ອງຈິດຕີ.
ສິກຂາບົດທີ54: ພິກຂຸບໍ່ເອື້ອເຟື້ອຕໍ່ທັມ ແລະ ບຸກຄົນ ຜູ້ສອນທັມ
ຕ້ອງປາຈິດຕີ.
ສິກຂາບົດທີ55:ພິກຂຸຕົວະພິກຂຸອື່ນໃຫ້ຍ້ານຜີ
ຕ້ອງປາຈິດຕີ.
ສິກຂາບົດທີ56: ພິກຂຸກໍ່ໄຟເອງກໍ່ດີ ຫຼື
ໃຫ້ຜູ້ອື່ນກໍ່ດີໃຫ້ກໍ່ດີ ເພື່ອຜີງໜາວ ຕ້ອງປາຈິດຕີຍົກເວັ້ນພິກຂຸອາພາດ ຫຼື
ກໍ່ໄຟດ້ວຍເຫດອື່ນເພື່ອຕົ້ມນໍ້າຮ້ອນ ຫຼື ຕ້ອງການແສງສະຫວ່າງເປັນຕົ້ນບໍ່ຕ້ອງປາຈິດຕີ.
ສິກຂາບົດທີ57: ພິກຂຸຢູ່ໃນມັດທະຍົມປະເທດ ເຂທຸລະກັນດານ
15 ມື້ ສາມາດອາບນໍ້າໄດ່1 ຄັ້ງຖ້າບໍ່ຮອດ 15 ມື້ ຕ້ອງປາຈິດຕີຍົກເວັ້ນໃນເດືອນ7
ໄປຮອດກາງຄືນເດືອນ9 (2 ເດືອນເຄິ່ງອາບນໍ້າໄດ້ຕະຫລອດເວລາ ແລະ ເຈັບໄຂ້,ໃນເວລາເຮັດວຽກ,ໃນເວລາເດີນທາງໄກ,ໃນເວລາລົມພະຍຸຈະເຮັດໃຫ້ຮູ້ສືກໂຕໜາວອາບນໍ້າໄດ້ ບໍ່ຕ້ອງປາຈິດຕີ.)
ສິກຂາບົດທີ58:
ພິກຂຸໄດ້ຈິວອນໃໝ່ມາກ່ອນຈະນຸ່ງຮົ່ມຕ້ອງອະທິຖານ ແລະ
ຕ້ອງໝາຍພິນຖຸສະກ່ອນຈື່ງນຸ່ງຮົ່ມໄດ້ຖ້າບໍ່ໝາຍຕ້ອງປາຈິດຕີ ສີທີ່ໝາຍພິນຖຸໄດ້ມີ
ສີຂຽວຂາມ,ສີຕົ້ມ ແລະ ສີດໍາຄໍ້າຢ່າງໃດຢ່າງໜື່ງ.
ສິກຂາບົດທີ59 ພິກຂຸໄດ້ວິກັບຈິວອນ (ເຮັດໃຫ້ຈີວອນມີເຈົ້າຂອງສອງຄົນ)
ກັບສະມະເນນ ຫຼື ພິກຂຸນີ ຖ້າຍັງບໍ່ທັນວິກັບ ແຕ່ຍັງໃຊ້ສອຍຈິວອນນັ້ນ ຕ້ອງຈິດຕີ.
ສິກຂາບົດທີ60:
ພິກຂຸຈະບໍ່ຫຼິ້ນໂດຍເຊື່ອງບໍລິຂານຂອງພິກຂຸອື່ນຄື້ບາດ,ຈິວອນ,ຜ້າປູນັ່ງ,ກ່ອງເຂັມ,ປະຄົດແອວຢ່າງໃດຢ່າງໜື່ງ
ຕ້ອງປາຈິດຕີ.
ວັກທີ 7
ສັບປະນະວັກມີ 10 ສິກຂາບົດ
ສິກຂາບົດທີ່ 61: ພິກຂຸມີເຈດຕະນາຂ້າສັດໃຫ້ຕາຍ
ຕ້ອງປາຈິດຕີ.
ສິກຂາບົດທີ 62: ພິກຂຸຮູ້ຢູ່ວ່ານ້ຳມີໂຕສັດຢູ່
ຍັງບໍລິໂພນ້ຳນັ້ນ ຕ້ອງປາຈິດຕີ.
ສິກຂາບົດທີ 63:
ພິກຂຸຮູ້ວ່າສົງສໍາລະຄະດີຄວາມເກີດຂຶ້ນໂດຍຊອບທັມ ຍັງໂຕ້ແຍ້ງວ່າບໍ່ເປັນທໍາ
ເພື່ອຮື້ຝື້ນກັບມາສໍາລະໃໝ່ ຕ້ອງປາຈິດຕີ.
ສິກຂາບົດທີ 64:
ພິກຂຸຮູ້ແລ້ວແຕ່ຍັງປິດບັງອາບັດຊົ່ວຫຍາບຂອງພິກຂຸອື່ນ (ອາບັດປາຣາສິກ ແລະ ສັງຄາທິເສດ)
ຕ້ອງປາຈິດຕີ.
ສິກຂາບົດທີ 65: ພິກຂຸເປັນອຸປະຊາ ຮູ້ວ່າກຸລະບຸດມີບໍ່ຮອດ
20 ປີເຕັມ ຍັງເຮັດການອຸປະສົມບົດໃຫ້ ຕ້ອງປາຈິດຕີ
ສ່ວນພິກຂຸທີ່ນັ່ງຮ່ວມການອຸປະສົມບົດທັງໝົດທຸກອົງ ຕ້ອງທຸກກົດ
ຝ່າຍກຸລະບຸດຜູ້ບວດນັ້ນບໍ່ສາມາດເປັນພິກຂຸໄດ້ ເປັນພຽງແຕ່ສາມະເນນເທົ່ານັ້ນ.
ສິກຂາບົດທີ 66:
ພິກຂຸບໍ່ຮູ້ພໍ່ຄ້າເຊື່ອງເຄື່ອງໜີພາສີໄວ້ຍັງຊວນເດີນທາງນຳກັນ
ໂດຍໝົດໄລຍະທາງໝູ່ບ້ານໜຶ່ງ ຕ້ອງປາຈິດຕີ.
ສິກຂາບົດທີ 67:
ພິກຂຸຊັກຊວນຜູ້ຍິງເດີນທາງໄປນຳກັນໂດຍໝົດໄລຍະທາງໝູ່ບ້ານໜຶ່ງ ຕ້ອງປາຈິດຕີ
(ຖ້າເປັນປ່າປ່ຽວບໍ່ໝູ່ບ້ານຄົນຕ້ອງປາຈິດຕີທຸກໆໄລຍະທາງເຄິ່ງໂຍດ ຫຼື 8 ກິໂລແມັດ).
ສິກຂາບົດທີ 68: ພິກຂຸກ່າວຄັດຄ້ານ ຫຼື
ກ່າວຕູ່ພຣະພຸດທະພົດ ຫຼື ທັມມະເທດສະໜາຂອງພຣະພຸດທະເຈົ້າ ພິກຂຸອື່ນຕັກເຕືອນແລ້ວບໍ່ຟັງ
ສົງສວດປະກາດໃຫ້ລະການປະກາດໃຫ້ລະການປະພຶດນັ້ນສະ ຖ້າຍັງບໍ່ລະ ຕ້ອງປາຈິດຕີ.
ສິກຂາບົດທີ 69:
ພິກຂຸເຂົ້າຫາສະມາຄົມກັບພິກຂຸຜູ້ກ່າວຕູ່ພຣະພຸດທະພົດນັ້ນໂດຍຮ່ວມສັນ ຮ່ວມນອນ ຫຼື
ຮ່ວມອຸໂປສົດສັງຄະກັມຕ້ອງປາຈິດຕີ.
ສິກຂາບົດທີ 70:
ສາມະເນນຜູ້ກ່າວຄັດຄ້ານພຣະພຸດທະພົດຂອງພຣະພຸດທະເຈົ້າ ພິກຂຸຂັບໄລ່ອອກຈາກວັດ (ເສນາ
ສະນະ) ຫຼື ຫ້າມຄົບ ຖ້າພິກຂຸໃດໄປເກ້ຍກ່ອມສາມະເນນນັ້ນໃຫ້ອຸປະຖາກຕົນກໍດີ ຮ່ວມສັນກໍດີ
ຮ່ວມນອນກໍດີ ຕ້ອງປາຈິດຕີ ຍົກເວັ້ນສາມະເນນນັ້ນບໍ່ຖືກຫ້າມຄົບຫາ ຫຼື
ຍອມເສຍສະຫຼະທິດຖິນັ້ນແລ້ວ.
ວັກທີ 8
ສະຫະທັມມິກກະວັກມີ 12 ສິກຂາບົດ
ສິກຂາບົດທີ
71: ພິກຂຸເວົ້າກວນພິກຂຸອື່ນທີ່ກຳລັງທ່ອງປາຕິໂມກຢູ່ໃຫ້ໝົດຄວາມພຽນໃນການທ່ອງ
ຕ້ອງປາຈິດຕີ.
ສິກຂາບົດທີ 72:
ພິກຂຸໃດຖືກພິກຂຸອື່ນກ່າວຕິຕຽນໂດຍຊອບທັມແລ້ວ
ກັບກ່າວວ່າຂ້າພະເຈົ້າຍັງບໍ່ໄດ້ສຶກສາສິກຂາບົດນີ້
ຕະຫຼອດເວລາທີ່ຍັງບໍ່ໄດ້ສອບຖາມກັບຜູ້ສະຫຼາດ ຜູ້ມີວິໄນກ່ອນດັ່ງນີ້ ຕ້ອງປາຈິດຕີ.
ສິກຂາບົດທີ 73: ພິກຂຸຕ້ອງອາບັດແລ້ວ ເມື່ອຟັງວິໄນທອນ
ສວດປາຕິໂມກເຮັດທຳຖ່າຫຼົງ ຈຶ່ງເວົ້າຂຶ້ນວ່າຂ້າພະເຈົ້າຫາກໍ່ຮູ້ຂໍ້ນີ້
ວ່າຂໍ້ນີ້ກໍມີໃນພຣະປາຕິໂມກນີ້ ຖ້າພິກຂຸທັງຫຼາຍຮູ້ຢູ່ແລ້ວວ່າ
ລາວເຄີຍຟັງປາຕິໂມກມາແລ້ວ2-3 ເທື່ອ ຈຶ່ງເປັນອາບັດລາວໃນເລື່ອງທີ່ຕ້ອງນັ້ນ ແລະ
ນຳເລື່ອງທີ່ເຮັດທຳຖ່າຫຼົງນັ້ນຂຶ້ນສວດປະກາດກ່າວແກ່ລາວ
ດ້ວຍຍັດຕິທຸຕິຍະກັມວາຈາຊ້ຳອີກພາຍຫຼັງ ຖ້າລາວເຮັດລົງອີກຈຶ່ງປັບອາບັດໄດ້ເລີຍ
(ຮ້ອງການສວດນີ້ວ່າ ສວດໂມຫາໂຣປະນະກັມ).
ສິກຂາບົດທີ 74: ພິກຂຸໂຄດເຄືອງ ບັນດານໂທສະ
ຄວາມໂຫດຮ້າຍ ທຳຮ້າຍຮ່າງກາຍພິກຂຸອື່ນ (ດ້ວຍການທຸບຕິ, ເຕະຕ່ອຍ,
ໃຊ້ວັດຖຸຕິ ຫຼື ຕຶກສິ່ງຂອງໃສ່ຢ່າງໃດຢ່າງໜຶ່ງ) ຕ້ອງປາຈິດຕີ
ຍົກເວັ້ນແຕ່ຖືກຜູ້ອື່ນ ບຽດບຽນປະສົງຈະປົກປອງກັນໂຕ ບໍ່ເປັນອາບັດ.
ສິກຂາບົດທີ 75: ພິກຂຸໂກດເຄືອງ
ບັນດານໂທສະເງື້ອມີຈຳທຳຮ້າຍພິກຂຸອື່ນ ຕ້ອງປາຈິດຕີ
ຍົກເວັ້ນແຕ່ຖືກຜູ້ອື່ນບຽດບຽນເງື້ອມືໂຕ້ຕອບເພື່ອປະສົງຈະປ້ອງກັນໂຕ ບໍ່ເປັນອາບັດ.
ສິກຂາບົດທີ 76:
ພິກຂຸຟ້ອງພິກຂຸອື່ນດ້ວຍອາບັດສັງຄາທິເສດທີ່ບໍ່ມີມູນຄວາມຈິງ ຕ້ອງປາຈິດຕີ.
ສິກຂາບົດທີ 77:
ພິກຂຸໃດມີເຈດຕະນາກໍ່ຄວາມລຳຄານໃຫ້ແກ່ພິກຂຸອື່ນ ຕ້ອງປາຈິດຕີ.
ສິກຂາບົດທີ 78: ເມື່ອພິກຂຸທັງຫຼາຍເກີດຄວາມບາດໝາງກັນ
ຫຼື ທະເລາະວິວາດກັນສົງທຳສັງຄະກັມນັ້ນ ຕ້ອງປາຈິດຕີ.
ສິກຂາບົດທີ 79: ພິກຂຸໃຫ້ຄວາມພໍໃຈໂດຍເປັນທັມແລ້ວ
ພາຍຫຼັງກັບຕິຕຽນສົງຜູ້ສັງຄະກັມ ຕ້ອງປາຈິດຕີ.
ສິກຂາບົດທີ 80:
ເມື່ອສົງກຳລັງປະຊຸມວິນິໄສຄວາມເລື່ອງໜຶ່ງຢູ່ຍັງບໍ່ແລ້ວ
ພິກຂຸໃນທີ່ປະຊຸມຈະລຸກອອກໄປຈາກທີ່ປະຊຸມນັ້ນ ຕ້ອງໄດ້ຮັບອະນຸຍາດກ່ອນ
ຖ້າຍັງບໍ່ໄດ້ຮັບອະນຸຍາດແລ້ວອອກໄປ ຕ້ອງປາຈິດຕີ.
ສິກຂາບົດທີ 81: ພິກຂຸພ້ອມກັບສົງຜູ້ພ້ອມພຽງກັນແລ້ວ
ໃຫ້ຈີວອນແກ່ພິກຂຸຮູບໜຶ່ງ ພາຍຫຼັງກັບຕິຕຽນພິກຂຸທັງຫຼາຍວ່າ ນ້ອມລາບສົງໄປຕາມມັກ
(ເພາະເຫັນແກ່ໜ້າ ຕ້ອງປາຈິດຕີ).
ສິກຂາບົດທີ 82:
ພິກຂຸນ້ອມລາຍທີ່ເຂົາຈະຖວາຍແກ່ສົງໄປເພື່ອຄົນອື່ນ (ຫຼື ພວກຂອງຕົນເອງ) ຕ້ອງປາຈິດຕີ.
ວັກທີ 9
ລັດຕະນະວັກມີ 10
ສິກຂາບົດທີ 83: ພິກຂຸບໍ່ໄດ້ຮັບອະນຸຍາດກ່ອນ
ຍ່າງກ້າວເຂົ້າປະຕູຂອງພຣະຣາຊາຢູ່ກັບມະເຫສີ ຕ້ອງປາຈິດຕີ.
ສິກຂາບົດທີ 84: ພິກຂຸເຫັນລັດຕະນະ (ວັດຖຸທີ່ມີຄ່າ)
ທັງສິ່ງສົມໝຸດວ່າເປັນລັດຕະນະກໍ່ດີຕົກຢູ່ ໃຫ້ຜູ້ອື່ນເກັບກໍດີ ຕ້ອງປາຈິດຕີ ຍົກເວັ້ນສິ່ງນັ້ນຕົກຢູ່ໃນວັດ
ຫຼື ໃນເຂດຂອງຕົນຕ້ອງເກັບໄວ້ຄືນໃຫ້ເຈົ້າຂອງ ຖ້າບໍ່ເກັບຕ້ອງທຸກກົດ ນີ້ເປັນສາມິຈິກກັມ
(ໜ້າທີ່ທີ່ຕ້ອງເຮັດ) ໃນເລື່ອງນີ້.
ສິກຂາບົດທີ 85:
ພິກຂຸບໍ່ອຳລາພິກຂຸອື່ນທີ່ຢູ່ໃນວັດກ່ອນເຂົ້າໄປໃນບ້ານເວລາວິການ ຕ້ອງປາຈິດຕີ
ຍົກເວັ້ນແຕ່ມີວຽກຈຳເປັນເຊັ່ນ: ງູກັດ, ໄຟໄໝ້ ຫຼື
ພິກຂຸປ່ວຍໜັກ ເປັນຕົ້ນ ບໍ່ຕ້ອງປາຈິດຕີ ບໍ່ເປັນອາບັດ.
ສິກຂາບົດທີ 86: ພິກຂຸເຮັດກ່ອງເຂັມດ້ວຍກະດຸດ, ດ້ວຍງາ, ດ້ວຍເຂົາ ຕ້ອງປາຈິດຕີ
ຕ້ອງທຳລາຍຂອງນັ້ນກ່ອນຈຶ່ງສະແດງອາບັດຕົກ.
ສິກຂາບົດນີ້ເອີ້ນວ່າ ເພດກະປາຈິດຕີ ເປັນປາຈິດຕີ
ເພາະຕ້ອງທຳລາຍວັດຖຸທີ່ຕ້ອງອາບັດ.
ສິກຂາບົດທີ 87: ພິກຂຸເຮັດຕຽງ ຫຼື ຕັ່ງໃໝ່
ຕ້ອງເຮັດໃຫ້ມີຂະໜາດຂາຕຽງ ຫຼື ຕັ່ງສູງພຽງ 8 ນິ້ວພຣະສຸຄົດເທົ່ານັ້ນ ຖ້າສູງກວ່ານັ້ນ
ຕ້ອງປາຈິດຕີ ຕ້ອງໃຫ້ຕັດອອກກ່ອນຈຶ່ງສະແດງອາບັດຕົກ ຍົກເວັ້ນແຕ່ຕຽນ ຫຼື
ຕັ່ງເປັນໄມ້ແຄ່ໃຫຍ່ໜາຕັ້ງເປັນແຜ່ນດຽວຈາກພື້ນຂຶ້ນໄປ (ຄືຕຽງອາສະນະສົງທົ່ວໄປ) ສິກຂາບົດນີ້ເອີ້ນວ່າ
ເຊທະກະປາຈິດຕີ ເປັນອາບັດປາຈິດຕີ (ເພາະຕ້ອງຕັດວັດຖຸເຮັດໃຫ້ອາບັດ).
ສິກຂາບົດທີ
88: ພິກຂຸເຮັດຂາຕຽງ ຫຼື ຕັ່ງທີ່ນຸ້ມຫຸ້ມດ້ວຍນວມ ຕ້ອງປາຈິດຕີ
ຕ້ອງຮື້ທໍາລາຍກ່ອນຈຶ່ງສະແດງອາບັດຕົກ ສິກຂາບົດນີ້ເອີ້ນວ່າ: ອຸດທາລະກະປາຈິດຕີ
ຕ້ອງຮື້ ຫຼື ທຳລາຍ.
ສິກຂາບົດທີ 89: ພິກຂຸເຮັດຜ້າສຳຫຼັບນັ່ງ
ຕ້ອງເຮັດໃຫ້ໄດ້ໂດຍຍາວປະມານ 2 ຄືບ ແລະ ກວ້າງ 1 ຄືບໂດຍພຣະສຸຄົດ
ຖ້າເຮັດເກີດນີ້ຕ້ອງປາຈິດຕີ ແລະ
ຕ້ອງຕັດໃຫ້ໄດ້ຂະໜາດເສຍກ່ອນຈຶ່ງສະແດງອາບັດຕົກສິກຂາບົດນີ້ເອີ້ນວ່າ ເຊທະກະປາຈິດຕີ.
ສິກຂາບົດທີ 90: ພິກຂຸເຮັດຜ້າປິດຝີ, ຜ້າປີດແຜຕ້ອງໃຫ້ໄດ້ຂະໜາດຄືຍາວ 4 ຄືບ ແລະ ກວ້າງ 2 ຄືບເຄິ່ງ ຄືບພຣະສຸຄົດ
ຖ້າເຮັດເກີນຂະໜາດນີ້ ຕ້ອງປາຈິດຕີ ແລະ
ຕ້ອງຕັດໃຫ້ໄດ້ຂະໜາດນັ້ນສະກ່ອນຈຶ່ງສະແດງອາບັດຕົກ ສິກຂາບົດນີ້ເອີ້ນວ່າ
ເຊທະກະປາຈິດຕີ.
ສິກຂາບົດທີ 91:
ພິກຂຸເຮັດຈີວອນຕ້ອງມີຂະໜາດເທົ່າກັບຈີວອນພຣະສຸຄົດ ຖ້າເກີນກວ່ານີ້ ຕ້ອງປາຈິດຕີ ແລະ
ຕ້ອງຕັດໃຫ້ໄດ້ຂະໜາດນັ້ນກ່ອນຈຶ່ງຈະສະແດງອາບັດຕົກ ຈີວອນຂອງພຣະສຸຄົດນັ້ນມີຄວາມຍາວ 9
ຄືບ ແລະ ກວ້າງ 6 ຄືບພຣະສຸຄົດ ສິກຂາບົດນີ້ເອີ້ນວ່າ ເຊທະກະປາຈິດຕີ.
ສິກຂາບົດທີ 92: ພິກຂຸເຮັດຜ້າອາບນ້ຳຝົນ
ຕ້ອງໃຫ້ໄດ້ຂະໜາດຄື ຍາວ 6 ຄືບ ແລະ ກວ້າງ 2 ຄືບເຄິ່ງ ຄືບພຣະສຸຄົດ
ຖ້າເຮັດເກີນຂະໜາດນີ້ ຕ້ອງປາຈິດຕີ ແລະ ຕ້ອງຕັດໃຫ້ໄດ້ຂະໜາດນັ້ນກ່ອນຈຶ່ງສະແດງອາບັດຕົກ
ສິກຂາບົດນີ້ເອີ້ນວ່າ ເຊທະກະປາຈິດຕີ.
Ø ປາຖິເທສະນິຍະ
ປາທິເທສະນິຍະ ໝາຍເຖິງ
ອາບັດທີ່ຈະຕ້ອງສະແດງຄືນ ເປັນລະຫຸກາບັດ (ອາບັດເບົາ) ທີ່ຮອງຈາກອາບັດປາຈິດຕີມີ 4
ສິກຂາບົດຄື:
6. ປາຖິເທສະນິຍະ 4 ສິກຂາບົດ
ສິກຂາບົດທີ 1: ພິກຂຸຮັບອາຫານ ຂອງຄ້ຽວຂອງສັນ
ມາຈາກມືຂອງພິກຂຸນີທີ່ບໍ່ແມ່ນ ຍາດຜູ້ທີ່ກຳລັງຖືກວິຈານຢູ່ໃນລະແວກບ້ານ
ດ້ວຍມືຕົນເອງມາສັນ ຕ້ອງປາຖິເທສະນິຍະ ຍົກເວັ້ນທາງຖວາຍໃນອາຣາມ.
ສິກຂາບົດທີ 2:
ເມື່ອພິກຂຸກຳລັງສັນອາຫານຢູ່ໃນບ້ານທີ່ນິມົນ ຖ້ານາງພິກຂຸນີເຂົ້າໄປສັ່ງ
(ເຈົ້າກີ້ເຈົ້າການ) ໃຫ້ສັດທາຖວາຍສິ່ງນັ້ນ ຕ້ອງປາຖິເທສະນິຍະ
ຂໍ້ຕ້ອງປະຕິບັດໃນເລື່ອງນີ້ຄື:
ພິກຂຸຮູບໃດຮູບໜຶ່ງໃນທີ່ນັ້ນຕ້ອງຂັບໄລ່ລາວອອກໄປຈາກທີ່ນັ້ນຕະຫຼອດເວລາທີ່ພິກຂຸກຳລັງສັນຢູ່
ຍົກເວັ້ນລາວໃຫ້ຖວາຍອາຫານຂອງລາວແທນ ຫຼື
ໃຫ້ຖວາຍແຕ່ລະຮູບເທົ່າໆກັນໂດຍບໍ່ມີອະຄະຕິເປັນຕົ້ນ ບໍ່ເປັນອາບັດ.
ສິກຂາບົດທີ 3: ພິກຂຸບໍ່ໄດ້ຮັບນິມົນໄວ້ກ່ອນ ແລະ
ບໍ່ອາພາດໄປຮັບອາຫານ (ຂອງຄ້ຽວຂອງສັນ)
ມາຈາກເຈົ້າສັດທາທີ່ຊົງສົມໝຸດໃຫ້ເປັນເຈົ້າສັດທາດ້ວຍມືຕົນເອງ ຕ້ອງປາຖິເທສະນິຍະ.
ສິກຂາບົດທີ 4: ພິກຂຸຢູ່ເສນາສະນະປ່າປ່ຽວ
ມີໄພສະເພາະໜ້າໄດ້ຮັບອາຫານ (ຂອງຄ້ຽວຂອງສັນ) ທີ່ເຂົານຳໄປຖວາຍບໍ່ໄດ້ບອກໃຫ້ຮູ້ລ່ວງໜ້າມາສັນ
ຕ້ອງປາຖິເທສະນິຍະ ຍົກເວັ້ນພິກຂຸອາພາດ.
Ø ເສຂິຍະວັດ
ເສຂິຍະວັດ ໝາຍເຖິງ
ວັດປະຕິບັດທີ່ພິກຂຸຕ້ອງສຶກສາ ຫຼື ຝຶກຝົນປະຕິບັດຕາມ ເພື່ອຄວາມເປັນຜູ້ມີຈາລະອັນງາມ
ເປັນທີ່ເຫຼື້ອມໃສແກ່ຜູ້ພົບເຫັນ ທ່ານບໍ່ໄດ້ປັບອາບັດໄວ້ໂດຍກົງ
ແຕ່ອາຈານໃນພາຍຫຼັງທ່ານປັບອາບັດທຸກກົດ ໃນຖານບໍ່ເອື້ອເພື້ອຕໍ່ພຣະວິໄນ ມິທັງໝົດ 4
ໝວດຄື: ໝວດສາຮູບ (ວັດປະພຶດກ່ຽວກັບເວລາເຂົ້າໄປໃນບ້ານ) ໝວດທັມມະເທສະໜາປະຕິສັງຍຸດ
(ວັດປະຕິບັດກ່ຽວກັບ ການສະແດງທັມ) ໝວດໂພສະນະປະຕິສັງຍຸດ
(ວັດປະຕິບັດກ່ຽວກັບການບິນທະບາດ ແລະ ສັນອາຫານ) ແລະ ໝວດປະກິນນະກະ
ປວ່າດ້ວຍວັດປະຕິບັດເລັກໆ ນ້ອຍໆ ອື່ນໆທີ່ເຫຼືອ) ເຊິ່ງທັງໝົດມີ 75 ສິກຂາບົດດັ່ງນີ້:
7. ເສຂິຍະວັດ 75
ໝວດທີ 1
ສິກຂາບົດທີ 1:
ເຮົາຈະນຸ່ງຜ້າສະບົງໃຫ້ຮຽບຮ້ອຍເປັນປະລິມົນທົນ.
ສິກຂາບົດທີ 2: ເຮົາຈະຫົ່ມຈີວອນ ແລະ
ສັງຄາໃຫ້ຮຽບຮ້ອຍເປັນປະລິມົນທົນ.
ສິກຂາບົດທີ 3: ເຮົາຈະປົກປິດກາຍໃຫ້ດີເວລາໄປແຖວບ້ານ.
ສິກຂາບົດທີ 4: ເຮົາຈະປົກປິດກາຍດ້ວຍດີເວລານັ່ງຢູ່ໃນບ້ານ.
ສິກຂາບົດທີ 5: ເຮົາຈະລະວັງມື, ຕີນໃຫ້ດີເວລາຍ່າງຢູ່ຢູ່ໃນແຖວບ້ານ.
ສິກຂາບົດທີ 6: ເຮົາຈະລະວັງມື, ຕີນໃຫ້ດີເວລານັ່ງຢູ່ໃນບ້ານ.
ສິກຂາບົດທີ 7: ເຮົາຈະທອດສາຍຕາຕ່ຳລົງພຽງ 4
ສອກເວລາໄປໃນແຖວບ້ານ.
ສິກຂາບົດທີ 8: ເຮົາຈະທອດສາຍຕາຕໍ່າລົງພຽງ 4
ສອກບໍ່ເຮັດສາຍຕາເໝີ່ລອຍເວລານັ່ງຢູ່ບ້ານ.
ສິກຂາບົດທີ 9: ເຮົາຈະບໍ່ຮື້ຜ້າ (ຂຶ້ນບາດບ່າ, ຫົວ) ເວລາຍ່າງໄປໃນແຖວບ້ານ.
ສິກຂາບົດທີ 10: ເຮົາຈະບໍ່ຮື້ຜ້າ (ຂຶ້ນພາດບ່າ, ຫົວ) ເວລານັ່ງຢູ່ໃນບ້ານ.
ສິກຂາບົດທີ 11: ເຮົາຈະບໍ່ຫົວສຽງດັງ
ເວລາຍ່າງໄປໃນແຖວບ້ານ.
ສິກຂາບົດທີ 12: ເຮົາຈະບໍ່ຫົວສຽງດັງ ເວລານັ່ງຢູ່ບ້ານ.
ສິກຂາບົດທີ 13: ເຮົາຈະບໍ່ເວົ້າສຽງດັງ
ເວລານັ່ງຢູ່ບ້ານ.
ສິກຂາບົດທີ 14: ເຮົາຈະບໍ່ເວົ້າສຽງດັງ
ເວລານັ່ງຢູ່ບ້ານ.
ສິກຂາບົດທີ 15:
ເຮົາຈະບໍ່ຍ່າງວາງທ່າໂກ່ງກາຍເວລາຍ່າງໄປໃນແຖວບ້ານ.
ສິກຂາບົດທີ 16:
ເຮົາຈະບໍ່ຍ່າງວາງທ່າໂກ່ງກາຍເວລານັ່ງຢູ່ບ້ານ.
ສິກຂາບົດທີ 17: ເຮົາຈະບໍ່ຍ່າງແກວ່ງແຂນ
(ທ່າທາງຄືກະເທີຍ) ເວລາຍ່າງໄປໃນແຖວບ້ານ.
ສິກຂາບົດທີ 18: ເຮົາຈະບໍ່ແກວ່ງແຂນເວລານັ່ງຢູ່ບ້ານ.
ສິກຂາບົດທີ 19: ເຮົາຈະບໍ່ຍ່າງເຮັດຄໍຕົກ
ເວລາຍ່າງໄປໃນແຖວບ້ານ.
ສິກຂາບົດທີ 20: ເຮົາຈະບໍ່ເຮັດຄໍຕົກ ຄໍພັບ
ເວລານັ່ງຢູ່ບ້ານ.
ສິກຂາບົດທີ 21: ເຮົາຈະບໍ່ເອົາມືແຂນຄ້ຳພື້ນເວລານັ່ງຢູ່ບ້ານ.
ສິກຂາບົດທີ 22:
ເຮົາຈະບໍ່ເອົາຜ້າຄຸມຫົວເວລາຍ່າງໄປນັ່ງຢູ່ບ້ານ.
ສິກຂາບົດທີ 23:
ເຮົາຈະບໍ່ເອົາຜ້າຄຸມຫົວເວລາຍ່າງໄປໃນແຖວບ້ານ.
ສິກຂາບົດທີ 24:
ເຮົາຈະບໍ່ເອົາຜ້າຄຸມຫົວເວລານັ່ງຢູ່ໃນບ້ານ.
ສິກຂາບົດທີ 25: ເຮົາຈະບໍ່ຍ່າງເຕັ້ນ ກະໂດດໄປໃນແຖວບ້ານ.
ສິກຂາບົດທີ 26: ເຮົາຈະບໍ່ນັ່ງຮັດເຂົ່າເວລາຢູ່ໃນບ້ານ.
ໝວດທີ 2
ໂພຊະນະປະຕິສັງຍຸດມີ 30 ສິກຂາບົດ
ສິກຂາບົດທີ 27: ເຮົາຈະຮັບບິນທະບາດໂດຍເພື່ອແຜ່
ນອບນ້ອມ ແລະ ເຄົາລົບ.
ສິກຂາບົດທີ 28:
ເຮົາຈະລ້ຽງເບິ່ງແຕ່ໃນບາດເວລາຮັບບິນທະບາດ.
ສິກຂາບົດທີ 29: ເຮົາຈະບໍ່ຮັບບິນທະບາດພໍສົມຄວນພັດຕະອາຫານ.
ສິກຂາບົດທີ 30: ເຮົາຈະຮັບບິນທະບາດແຕ່ພໍສະເໝີຂອບບາດ.
ສິກຂາບົດທີ 31: ເຮົາສັນບິນທະບາດໂດຍເພື່ອແຜ ແລະ
ບໍ່ສັນຫຼິ້ນ.
ສິກຂາບົດທີ 32:
ເວລາສັນບິນທະບາດເຮົາຈະຫຼຽວເບິ່ງແຕ່ໃນບາດ.
ສິກຂາບົດທີ 33:
ເຮົາຈະບໍ່ສັນອາຫານແຫວ່ງຂ້າງໃດຂ້າງໜຶ່ງ.
ສິກຂາບົດທີ 34: ເຮົາຈະສັນແກງພໍສົມຄວນກັບເຂົ້າສຸກ.
ສິກຂາບົດທີ 35: ເຮົາຈະບໍ່ຫຍຸມເຂົ້າ ເຂົ້າປາກ.
ສິກຂາບົດທີ 36: ເຮົາຈະບໍ່ເອົາເຂົ້າປົກແກງ ຫຼື
ອາຫານເພາະຢາກໄດ້ຫຼາຍ.
ສິກຂາບົດທີ 37: ເຮົາບໍ່ເຈັບບໍ່ໄຂ້ຈະບໍ່ຂໍແກງ ຫຼື
ອາຫານ ເພາະຢາກໄດ້ຫຼາຍ.
ສິກຂາບົດທີ 38: ເຮົາຈະບໍ່ເບິ່ງບົດບາດຜູ້ອື່ນເພື່ອໂຄສະນາ.
ສິກຂາບົດທີ 39: ເຮົາຈະບໍ່ເຮັດຄຳເຂົ້າໃຫ້ໃຫຍ່ເກີນໄປ.
ສິກຂາບົດທີ 40: ເຮົາຈະເອົາຄຳເຂົ້າໃຫ້ພໍດີຄຳ.
ສິກຂາບົດທີ 41:
ເມື່ອຄຳເຂົ້າຍັງບໍ່ໝົດປາກເຮົາຈະບໍ່ອ້າປາກລໍຖ້າຄຳເຂົ້າ.
ສິກຂາບົດທີ 42: ເມື່ອສັນຢູ່ເຮົາຈະບໍ່ສອດນິ້ວມືເຂົ້າໄປໃນປາກ.
ສິກຂາບົດທີ 43: ເມື່ອເຂົ້າຢູ່ໃນປາກເຮົາຈະບໍ່ເວົ້າ.
ສິກຂາບົດທີ 44: ເຮົາຈະບໍ່ໂຍນ ຫຼື ເຕະຄຳເຂົ້າ
ເຂົ້າປາກ.
ສິກຂາບົດທີ 45: ເຮົາຈະບໍ່ສັກັດຄຳເຂົ້າ.
ສິກຂາບົດທີ 46: ເຮົາຈະບໍ່ສັນເຮັດໃຫ້ແກ້ມປຸ້ງ.
ສິກຂາບົດທີ 47: ເຮົາຈະບໍ່ສັນສະບັດມື.
ສິກຂາບົດທີ 48: ເຮົາຈະບໍ່ສັນເລຍຮິມປາກ.
ສິກຂາບົດທີ 49: ເຮົາຈະບໍ່ສັນໃຫ້ເມັດເຂົ້າຕົກ.
ສິກຂາບົດທີ 50: ເຮົາຈະບໍ່ສັນໃຫ້ສຽງດັງຈັບໆ.
ສິກຂາບົດທີ 51: ເຮົາຈະບໍ່ສັນໃຫ້ສຽງດັງຈຸບໆ.
ສິກຂາບົດທີ 52: ເຮົາຈະບໍ່ສັນແລບລີ້ນ.
ສິກຂາບົດທີ 53: ເຮົາຈະບໍ່ສັນເລຍມື.
ສິກຂາບົດທີ 54: ເຮົາຈະບໍ່ສັນໃຫ້ຂ້ອນບາດ.
ສິກຂາບົດທີ 55: ເຮົາຈະບໍ່ຮັບໂຖນ້ຳດ້ວຍມືເປື້ອນ.
ສິກຂາບົດທີ 56:
ເຮົາຈະບໍ່ເທນ້ຳລ້າງບາດທີ່ມີເມັດເຂົ້າລົງໄປໃນບໍລິເວນບ້ານ ຍົກເວັ້ນຄົນອາພາດ.
ໝວດທີ 3
ທັມມະເທດສະໜາປະຕິສັງຍຸດມີ 16 ສິກຂາບົດ.
ສິກຂາບົດທີ 57:
ເຮົາຈະບໍ່ສະແດງທັມແກ່ຄົນກັ້ງຄັນຫົ່ມໃນມືຍົກເວັ້ນຄົນອາພາດ.
ສິກຂາບົດທີ 58:
ເຮົາຈະບໍ່ສະແດງທັມແກ່ຄົນທີ່ຖືໄມ້ຄ້ອນໃນມືຍົກເວັ້ນຄົນອາພາດ.
ສິກຂາບົດທີ 59: ເຮົາຈະບໍ່ສະແດງທັມແກ່ຄົນທີ່ຖືມີດ ຫຼື
ພ້າໃນມື ຍົກເວັ້ນຄົນອາພາດ.
ສິກຂາບົດທີ 60: ເຮົາຈະບໍ່ສະແດງທັມແກ່ຄົນຖືອາວຸດ
ຍົກເວັ້ນຄົນອາພາດ.
ສິກຂາບົດທີ 61: ເຮົາຈະບໍ່ສະແດງທັມແກ່ຄົນໃສ່ເກີບໄມ້ຢູ່
ຍົກເວັ້ນຄົນອາພາດ.
ສິກຂາບົດທີ 62: ເຮົາຈະບໍ່ສະແດງທັມແກ່ຄົນໃສ່ເກີບຕ່າງໆ
ຍົກເວັ້ນຄົນອາພາດ.
ສິກຂາບົດທີ 63:
ເຮົາຈະບໍ່ສະແດງທັມແກ່ຄົນກຳລັງຢູ່ໃນຍານພາຫະນະ ຍົກເວັ້ນຄົນອາພາດ.
ສິກຂາບົດທີ 64:
ເຮົາຈະບໍ່ສະແດງທັມແກ່ຄົນຢູ່ເທິງບ່ອນນອນຍົກເວັ້ນຄົນອາພາດ.
ສິກຂາບົດທີ 65: ເຮົາຈະບໍ່ສະແດງທັມແກ່ຄົນນັ່ງກອດເຂົ່າ
ຍົກເວັ້ນຄົນອາພາດ.
ສິກຂາບົດທີ 66:
ເຮົາຈະບໍ່ສະແດງທັມແກ່ຄົນເອົາແພມັດແລ້ວ ຍົກເວັ້ນຄົນອາພາດ.
ສິກຂາບົດທີ 67:
ເຮົາຈະບໍ່ສະແດງທັມແກ່ຄົນເອົາແພປົກຫົວ.
ສິກຂາບົດທີ 68: ເຮົານັ່ງຢູ່ພື້ນດິນຈະບໍ່ສະແດງທັມແກ່ຄົນນັ່ງອາສະນະ
ຍົກເວັ້ນຄົນອາພາດ.
ສິກຂາບົດທີ 68:
ເຮົານັ່ງຢູ່ໃນພື້ນດິນຈະບໍ່ສະແດງທັມແກ່ຄົນນັ່ງອາສະນະສູງ ຍົກເວັ້ນຄົນອາພາດ.
ສິກຂາບົດທີ 69:
ເຮົານັ່ງເທິງອາສະນະຕໍ່າຈະບໍ່ສະແດງທັມແກ່ຄົນນັ່ງອາສະນະສູງ ຍົກເວັ້ນຄົນອາພາດ.
ສິກຂາບົດທີ 70: ເຮົາຢືນຢູ່ຈະບໍ່ສະແດງທັມແກ່ຄົນຢູ່ນັ່ງຢູ່
ຍົກເວັ້ນຄົນອາພາດ.
ສິກຂາບົດທີ 71:
ເຮົາຍ່າງໄປທາງຫຼັງຈຳບໍ່ສະແດງທັມແກ່ຄົນຜູ້ຍ່າງໄປທາງໜ້າ ຍົກເວັ້ນຄົນອາພາດ.
ສິກຂາບົດທີ 72:
ເຮົາຍ່າງອອກໄປນອກທາງຈະບໍ່ສະແດງທັມແກ່ຄົນຍ່າງໃນທາງ ຍົກເວັ້ນຄົນອາພາດ.
ໝວດທີ 4
ປະກິນນະມີ 3 ສິກຂາບົດ.
ສິກຂາບົດທີ 73: ເຮົາຈະບໍ່ຢືນຖ່າຍໜັກ ຫຼື ຖ່າຍເບົາ
ຍົກເວັ້ນຄົນອາພາດ.
ສິກຂາບົດທີ 74: ເຮົາຈະບໍ່ຖ່າຍໜັກຖ່າຍເບົາ ຫຼື
ບ້ວນນ້ຳລາຍລົງໃສ່ພຶດ ຍົກເວັ້ນຄົນອາພາດ.
ສິກຂາບົດທີ 75: ເຮົາຈະບໍ່ຖ່າຍໜັກ ຫຼື
ຖ່າຍເບົາລົງໃສ່ແມ່ນ້ຳ ຍົກເວັ້ນຄົນອາພາດ.
Ø ອະນິກອນສະມະຖະ
(ຄະດີສົງ)
ຄືທັມເປັນເຄື່ອງລະງັບຄະດີຄວາມ ຫຼື
ວິທີການເພື່ອດຳເນີນການລະງັບຄະດີຄວາມທີ່ເກີດຂຶ້ນ ໃຫ້ສຳເລັດລົງຢ່າງຮຽບຮ້ອຍດ້ວຍດີມີ 7
ຢ່າງຄື:
8. ອະນິກອນສະມະຖະ 7
1. ສັມມະນຸຂານິນັບ: ຄືວິທີລະງັບ ຫຼື
ຕັດສິນທີ່ພ້ອມໜ້າໂດຍແບ່ງອອກເປັນພ້ອມໜ້າໃນເລື່ອງຕ່າງໆດັ່ງນີ້:
ກ. ບຸກຄົນສົມມຸຄະຕາ ຄືລະງັບຄະດີລະງັບຄະດີໃນທີ່ພ້ອມໜ້າບຸກຄົນຄື
ບຸກຄົນຜູ້ກ່ຽວຂ້ອງຄະດີຄວາມຢູ່ພ້ອມໜ້າກັນໃນຂະນະນັ້ນໂດຍຮຽກວ່າ
ວິທີລະງັບຕໍ່ໜ້າບຸກຄົນ.
ຂ. ວັດຖຸສົມມຸຄະຕາ
ຄືລະງັບຄະດີຄວາມຄະນະພ້ອມໜ້າຄືຍົກເລື່ອງທີ່ເກີດຂຶ້ນນັ້ນມາວິນິໄສຖືກຕາມເລື່ອງນັ້ນເອີ້ນວ່າວິທີລະງັບຕໍ່ໜ້າວັດຖຸ.
ຄ. ສັງສະສັມມຸຄະຕາ
ຄືລະງັບຄະດີຄວາມທີ່ພ້ອມໜ້າຄະນະສົງຄື ມີສົງເຂົ້າຮ່ວມຈົນຄົບທຸກຄົງຕາມກິດນັ້ນໆ
ເອີ້ນວ່າ ວິທີລະງັບຕໍ່ໜ້າສົງ.
ງ. ທັມສັມມຸຄະຕາ
ຄືລະງັບຄືຄະດີຄວາມຕໍ່ໜ້າທັມຄື ນຳເອົາເລື່ອງຫຼັກເກນວິນິໄສວ່າຖືກຕ້ອງຕາມວິໄນ ຫຼື ບໍ່
ເອີ້ນວ່າ ວິທີລະງັບຕໍ່ໜ້າວິໄນ.
ຈ. ວິໄນສົມໝຸດຕາ ຄືລະງັບຄະດີຄວມ
ທີ່ພ້ອມໜ້າວິໄນ ຫຼື ບໍ່ ເອີ້ນວ່າ ວິທີລະງັບຕໍ່ໜ້າວິໄນ.
2. ສະຕິວິໄນ ວິທີລະງັບ ວິທີລະງັບ ຫຼື
ຕັດສິນຄະດີຄວາມດ້ວຍການລະງັບອະນຸວາທາທິກອນທີ່ເກີດຂຶ້ນແກ່ພຣະອໍຣະຫັນຄື
ເມື່ອຜູ້ໂຈດພຣະອໍຣະຫັນດ້ວຍສິນເສື່ອມ
ສົງເຫັນວ່າຈໍາເປັນພຣະອໍຣະຫັນບໍ່ຢູ່ໃນຖານະຕ້ອງອາບັດຕາມໃຈທີ່ຟ້ອງຮ້ອງໄດ້ຈຶ່ງສວດປະກາດໃຫ້ສະຖິຕິວິໄນນີ້
ໄວ້ແກ່ພຣະອໍຣະຫັນອົງນັ້ນໄດ້ຍົກຟ້ອງເສຍ
ພາຍຫຼັງເມື່ອຈໍາເລີຍຖືກຜູ້ອື່ນໂຈດດ້ວຍອາບັດເຊັ່ນນັ້ນອີກ
ບໍ່ຕ້ອງພິຈາລະນາຄະດີໃຫ້ຄະດີຄວາມລະງັບດ້ວຍສະຕິວິໄນນີ້ເລີຍ.
3. ອະມູນພຣະວິໄນ
ວິທີລະງັບຄະດີຄວາມແກ່ພິກຂຸທີ່ເຊົາເປັນບ້າແລ້ວໄດ້ແກ່ວິທີລະງັບອານຸວາທາທິກອນທີ່ເກີດຂຶ້ນແກ່ພິກຂຸຜູ້ເປັນບ້ານ
ຄືພິກຂຸຜູ້ເປັນຈໍາເລີຍທໍາການລ່ວງລະເມີດອາບັດໃນຂະນະເປັນບ້າ ຫຼື
ເຖິງແມ່ນວ່າຈະໄດ້ຮັບການຍົກເວັ້ນວ່າບໍ່ເປັນອາບັດ (ອະນະບັດ) ກໍ່ແມ່ນ
ເມື່ອລາວເຊົາເປັນບ້າແລ້ວມີຜູ້ມາໂຈດລາວ
ດ້ວຍອາບັດທີ່ລາວໄດ້ເຮັດໃນລະຫວ່າງເປັນບ້ານັ້ນອີກຫຼາຍເທື່ອ ບໍ່ມີຈົນສິ້ນ
ສິ່ງຄວນສວດທັມວາຈາປະກາດຄວາມຂໍ້ນີ້ໄວ້
ເອີ້ນວ່າໃຫ້ອະມູນວິໄນແກ່ພິກຂຸຜູ້ເຊົາເປັນບ້າແລ້ວ
ຈຶ່ງຍົກຟ້ອງຄໍາຮ້ອງຂອງໂຈດພາຍກຫຼັງມີຜູ້ມາໂຈດອາບັດລາວແບບນັ້ນອີກ
ກໍ່ບໍ່ຕ້ອງວິນິໄສໃຫ້ຄະດີຄວາມລະງັບໄດ້ເລີຍ.
4. ປະຖິຍາກອນນະ ວິທີລະງັບຄະດີຄວາມຕາມການຮັບສາລະພາບ
ຂອງພິກຂຸຜູ້ເປັນຈໍາເລີຍຄື
ໂຈດພິກຂຸດ້ວຍອາບັດເມື່ອສົງປະຊຸມວິນິໄສຄະດີສອບຖາມພິກຂຸເປັນຈໍາເລີຍນັ້ນແລ້ວ ແລະ
ເປັນພິກຂຸຈໍາເລີຍນັ້ນ ກໍ່ຍອມຮັບອາບັດຕາມຄວາມຈິງ
ສົງກໍ່ປັບອາບັດຕາມລາວຍອມຮັບສາລາພາບນັ້ນລວມທັງການບົງອາບັດຕາມທີ່ລາວຕ້ອງ ເອີ້ນວ່າ
ປະຖິຍາກອນນະ.
5. ຕັດສະປາປິຍະສິກາ ວິທີລະງັງຄະດີຄວາມແກ່ພິກຂຸຜູ້ຊົ່ວຊ້າທີ່ບໍ່ຍອມຮັບອາບັດຄື
ວິທີລະງັບ ອານຸວາທາຖິກອນທີ່ສົງຕ້ອງລົງໂທດແກ່ພິກຂຸທີ່ຕ້ອງອາທິກອນແລ້ວ
ເມື່ອງສົງປະຊຸມກັນພິຈາລະນາຄະດີກັບໃຫ້ການກັບໄປກັບມາປະຕິເສດແນ່ຮັບສາລະພາບຮັບແນ່
ເວົ້າກົບເກື່ອນຜູ້ທີ່ສັກຖາມ ແລະ ເວົ້າຕົວະຕໍ່ໜ້າດັ່ງນີ້ເປົນຕົ້ນ
ສົງຕ້ອງລົງໂທດຕາມຄວາມຜິດ ເຖິງວ່າລາວຈະບໍ່ຍອມຮັບກໍ່ຕາມ ຫຼື
ເພີ່ມໂທດແກ່ລາວຈາກອາບັດທີ່ຕ້ອງການກໍ່ໄດ້.
6. ເຍຖຸຍຍະສິກາ
ວິທີລະງັບຄະດີຄວາມດ້ວຍການຖືເອົາສຽງຂ້າງຫຼາຍໄດ້ແກ່
ວິທີລະງັບຄະດີຄວາມດ້ວຍການຖືເອົາສຽງຂ້າງຫຼາຍໄດ້ແກ່ການຕັດສິນຄະດີຄວາມທີ່ມີຄວາມບໍ່ລົງຮອບກັນຂອງສົງຜູ້ພິຈາລະນາຄະດີ
ອອກເປັນ 2 ຝ່າຍ ໃຫ້ຕັດສິນດ້ວຍການຖືເອົາສຽງຂ້າງຫຼາຍເປນເກນເຊັ່ນ:
ວິທີຈັບສະຫຼາກລົງຄະແນນ (ຊີ້ຂໍ້ຜິດຖືກ)
ຂ້າງໃດມີພິກຂຸຜູ້ພິຈາລະນາລົງຄວາມເຫັນຫຼາຍກວ່າກໍ່ຄືວ່າຝ່າຍນັ້ນເປັນຝ່າຍຊະນະແລ້ວຖືເອົາຕາມນັ້ນໃຊ້ສໍາຫຼັບພິຈາລະນາວິວາທິກອນຢ່າງດຽວ.
7. ຕິນວັດຖາລະກະວິໄນ ວິທີລະງັບຄະດີດ້ວຍການປະນິປະນອມກັນທັງສອງຝ່າຍໄດ້ແກ່
ວິທີລະງັບອາບັດຕາທິກອນ ກ່ຽວກັບລະທຸກາອາບັດ
ເຊິ່ງກ່ຽວກັບພິກຂຸຈໍານວນຫຼາຍຕ່າງຝ່າຍຕ່າງປະພິດບໍ່ເໝາະສົມດ້ວຍກັນ ແລະ
ສັກທອດກັນໄປມຈົນເລື່ອງສັບສົນໄປໝົດ ເຊິ່ງເປັນສະໜວນໃຫ້ເກີດການຜິດຖຽງກັນຫຼາຍຂຶ້ນ
ຖ້າຈະລະງັບດ້ວຍວິທີອື່ນຈະເຮັດໃຫ້ຄະດີລຸກລາມໃຫຍ່ຂຶ້ນ
ຍາກທີ່ຈະສອບສວນໃຫ້ມີການປັບອາບັດ ແລະ ສະແດງອາບັດຕໍ່ອີກຝ່າຍໜຶ່ງໄດ້ດັ່ງນັ້ນ
ຈຶ່ງໄດ້ລະງັບ ດ້ວຍການປະນິປະນອມກັນຍົກເລີກຄະດີຄວາມບໍ່ຕ້ອງສະສາງທາດຄວາມຫຼັງກັນອີກ
(ຕິນວັດຖາລະກະວິໄນ ວິທີເອົາຫຍ້າປົກປິດໄວ້ ຄືໃຫ້ເລື່ອງຕ່າງໆ ແລ້ວໆກັນໄປ
ລະງັບແບບບໍ່ສົມບູນ).
ไม่มีความคิดเห็น:
แสดงความคิดเห็น